ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕະຫຼາດ​ຮຸ້ນ ​​ໃນ​ທົ່ວ​ໂລກ ມີ​ລາ​ຄາ​ຂຶ້ນ​ລົງ ປະ​ສົມ​ປະ​ສານ​ກັນ


ດັດ​ຊະ​ນີ Dow Jones Industrial Average ທີ່​ສະ​ແດງ​ໃຫ້​ເຫັນ​ຫຼັງ​ຈາກປິດ​ລົງ ໃນ​ວັນ​ທີ 5 ກຸມ​ພາ 2020.
ດັດ​ຊະ​ນີ Dow Jones Industrial Average ທີ່​ສະ​ແດງ​ໃຫ້​ເຫັນ​ຫຼັງ​ຈາກປິດ​ລົງ ໃນ​ວັນ​ທີ 5 ກຸມ​ພາ 2020.

ຕະ​ຫຼາດ​ຮຸ້ນຢູ່ໃນ​ທົ່ວ​ໂລກ​ ມີ​ທັງ​ຂຶ້ນ ​ແລະ​ລົງ ໃນ​ວັນ​ພຸດ​ມື້​ນີ້ ໃນ​ຂະ​ນະ​ທີ່​ຕະ​ຫຼາດ​ຮຸ້ນຢູ່
ເອ​ເຊຍມີ​ລາ​ຄາຕົກ​ຕ່ຳ​ລົງ ແຕ່​ວ່າ​ ​ຕະ​ຫລາດ​ຮຸ້ນ​ຢູ່​ໃນ​ຢູ​ໂຣບສະ​ແດງ​ໃຫ້​ເຫັນວ່າ​ມີ​ລາ
​ຄາ​ສູງ​ຂຶ້ນ.

ດັດ​ຊະ​ນີ Nikkei ຂອງ​ຍີ່​ປຸ່ນມີ​ລາ​ຄາ​ຫລຸດ​ລົງ 2.3 ເປີ​ເຊັນ ໃນ​ຕອນ​ອັດ​ຕະ​ຫຼາດ ໃນ​ຂະ​
ນະ​ທີ່​ດັດ​ຊະ​ນີ Hang Seng ຂອງ​ຮົງ​ກົງ ຕົກ​ລາ​ຄາ​ປ​ະ​ມານ 0.7 ເປີ​ເຊັນ ​ເວ​ລາ​ອັດ​ຕະ​
ຫລາດ ແລະ​ດັດ​ຊະ​ນີຮຸ້ນ​ຊຽງ​ໄຮ້ ຕົກລາ​ຄາ 0.9 ເປີ​ເຊັນ.

​ຮຸ້ນ FTSE ຂອງ​ລອນດອນ ​ມີ​ລາ​ຄາ​ສູງ​ຂຶ້ນ ຕັ້ງ​ແຕ່​ເລີ້ມເປີດ​ຕະ​ຫຼາດ ​ຍ້ອນໄດ້​ຮັບ​ແຮງ
​ກະ​ຕຸກ​ຊຸກ​ຍູ້​ ຈາກການ​ຕັດ​ສິນ​ໃຈຂອງທະ​ນາ​ຄານ​ຂອງ​ອັງ​ກິດ ​ທີ່​ຈະ​ຕັດ​ອັດ​ຕາ​ອອກ​ເບ້ຍ
​ລົງເຄິ່ງ​ເປີ​ເຊັນ ເປັນ 0.25 ເປີ​ເຊັນ ​ເພື່ອ​ຮັບ​ມື​ກັບ​ການ​ລະ​ບາດຂອງໄວ​ຣັ​ສ​ໂຄ​ໂຣ​ນາ.

​ສ່ວນຕະ​ຫຼາດ​ຮຸນ​ຢູ່​ເຢ​ຣະ​ມັນ ແລະ​ຝ​ຣັ່ງ ​ກໍ​ມີ​ລາ​ຄາ​ສູງ​ຂຶ້ນ​ເຊັ່ນ​ກັນ ໃນ​ຕອນ​ເປີດ
​ຕະ​ຫລາດ.

ສ່ວນ​ຮຸ້ນ​ໃນອະນາ​ຄົດຂ​ອງສະ​ຫະ​ລັດ​ສະ​ແດງ​ໃຫ້​ເຫັນ​ວ່າ ​ອາດ​ຈະ​ຕົກ​ລາ​ຄາ​ໃນເວ​ລາ
​ຕະ​ຫຼາດ​ຮຸ້ນ​ເປີດ ​ໃນ​ວັນ​ພຸດ​ມື້ນີ້.

​ໃນວັນ​ອັງ​ຄານ​ວານນີ້ ຕະ​ຫລາດ​ຢູ່​ໃນ​ສະ​ຫະ​ລັດ​ມີ​ລາ​ຄາ​ສູງ​ຂຶ້ນ​ຢ່າງ​ໃຫຍ່ ​ໂດຍ​ທີ່​ດັດ​ຊະ
​ນີ​ທີ່​ສຳ​ຄັນໆຄື Dow Jones, S&P 500 ແລະ NASDAQ ​ຕ່າງ​ກໍ​ມີ​ລາ​ຄາ​ສູງ​ຂຶ້ນ​ 5 ເປີ​
ເຊັນ​ໃນ​ຕອນ​ປິດ​ຕະ​ຫລາດ.

ລາ​ຄາ​ຮຸ້ນ​ໄດ້​ມີການ​ປ່ຽນ​ລາ​ຄາ​ຢ່າງວ່ອງ​ໄວ​ຢູ່​ໃນ​ຕະ​ຫຼາດທົ່ວ​ໂລກ ທ່າ​ມ​ກາງ​ການ​ລະ​
ບ​າດ​ຂອງໄວ​ຣັ​ສ​ໂຄ​ໂຣ​ນາ ທີ່​ໄດ້​ຕິດ​ແປດ​ຫຼາຍກວ່າ 114,000 ຄົນ ແລະເຮັດໃຫ້​ມີ​ຜູ້​
ຊີ​ວິດ​ແລ້ວ​ຫຼາຍກວ່າ 4,000 ຄົນ.


Global stock markets were mixed Wednesday, with Asian markets falling but those in Europe showing gains.

Japan's Nikkei Index closed down 2.3%, while Hong Kong's Hang Seng Index finished down about 0.7% and China's Shanghai Composite Index fell 0.9%.

London's FTSE rallied at its opening bell, pushed higher by the Bank of England's decision to cut interest rates by half a percentage point to 0.25% in response to the coronavirus outbreak.

German and French markets opened higher as well.

U.S. futures pointed to losses when markets open there Wednesday.

Tuesday brought huge gains in the United States, with the three major indexes — the Dow Jones Industrial Average, the S&P 500 and NASDAQ — all closing up 5%.

Volatility has consumed markets around the world amid the coronavirus outbreak that has infected more than 114,000 people and killed more than 4,000 people.

XS
SM
MD
LG