ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຮຸ້ນຕ່າງໆ ແລະ ເງິນໂດລາ ໄດ້ຫລຸດຄ່າລົງ ຢ່າງໜັກ ໃນຕະຫຼາດຮຸ້ນ ໂຕກຽວ


ພວກພະນັກງານຂອງ ບໍລິສັດການຄ້າ ແລກປ່ຽນເງິນຕາຕ່າງປະເທດ ກຳລັງເຮັດວຽກ ຢູ່ໃຕ້ຈໍໂທລະພາບ ທີ່ຖ່າຍທອດ ອັດຕາແລກປ່ຽນເງິນເຢນ ຂອງຍີ່ປຸ່ນ ກັບເງິນໂດລາ ຂອງສະຫະລັດ ຢູ່ໃນຕະຫຼາດຮຸ້ນໂຕກຽວ ປະເທດຍີ່ປຸ່ນ, ວັນທີ 16 ມິຖຸນາ 2016.
ພວກພະນັກງານຂອງ ບໍລິສັດການຄ້າ ແລກປ່ຽນເງິນຕາຕ່າງປະເທດ ກຳລັງເຮັດວຽກ ຢູ່ໃຕ້ຈໍໂທລະພາບ ທີ່ຖ່າຍທອດ ອັດຕາແລກປ່ຽນເງິນເຢນ ຂອງຍີ່ປຸ່ນ ກັບເງິນໂດລາ ຂອງສະຫະລັດ ຢູ່ໃນຕະຫຼາດຮຸ້ນໂຕກຽວ ປະເທດຍີ່ປຸ່ນ, ວັນທີ 16 ມິຖຸນາ 2016.

ຮຸ້ນຕ່າງໆ ແລະ ເງິນສະກຸນໂດລາ ໄດ້ຮັບຜົນກະທົບຢ່າງໜັກ ຢູ່ທີ່ຕະຫຼາດຮຸ້ນ ໂຕກຽວໃນວັນພະຫັດມື້ນີ້ ຫຼັງຈາກທະນາຄານກາງຂອງຍີ່ປຸ່ນ ຮັກສານະໂຍບາຍ ດ້ານການເງິນ ໃຫ້ຢູ່ໃນສະພາບ​ເດີມ.

“ເສດຖະກິດຂອງຍີ່ປຸ່ນ ເບິ່ງຄືວ່າ ມີແນວໂນ້ມ ທີ່ຈະຂະຫຍາຍຕົວໃນລະດັບ ປານກາງ” ນັ້ນຄື​ຄຳ​ເວົ້າຂອງຜູ້ວ່າການທະນາຄານກາງຍີ່ປຸ່ນ ທ່ານ Harukiko Kuroda ໄດ້ກ່າວຕໍ່ບັນດານັກຂ່າວ ຫຼັງຈາກຕະ ຫຼາດຮຸ້ນປິດລົງ.

ເຖິງແມ່ນວ່າ ທາງທະນາຄານ​ແຫ່ງຍີ່ປຸ່ນ ຫຼື BOJ ບໍ່​ໄດ້​ມີ​ການ​ເຄື່ອນ ​ໄຫວ​ໃດໆ ຊຶ່ງເປັນການຄາດຄິດກັນຢູ່ແລ້ວ ​ແຕ່ມັນກໍຍັງ​ເຮັດໃຫ້ເງິນຕາ ຂອງຍີ່ປຸ່ນມີຄ່າ ສູງຂຶ້ນ. ເງິນເຢນ ເມື່ອບໍ່ນານມານີ້ ​ແມ່ນປາກົດວ່າເປັນບ່ອນລົງທຶນທີ່ປອດໄພ ສຳລັບພວກນັກລົງທຶນ ທ່າມກາງຄວາມກັງວົນ ກ່ຽວກັບ ເສດຖະກິດຂອງ ສະຫະລັດ ແລະໂອກາດທີ່ມີຫຼາຍຂຶ້ນກ່ຽວ​ກັບ ການຖອນ​ໂຕຂອງອັງກິດ ອອກຈາກສະຫະພາບຢູໂຣບ ໃນການລົງປະ ຊາມະຕິ ໃນວັນພະຫັດໜ້າ.

ທ່ານ Tobias Harris ຮອງປະທານ ອົງການສືບລັບ Teneo ກ່າວວ່າ “ແທ້ຈິງແລ້ວ ການຮັກສານະ​ໂຍບາຍ​ການ​ເງິນ​ ຂອງທະນາຄານ​ແຫ່ງຍີ່ປຸ່ນ ​ແມ່ນ​ແຕ່​ໃນ​ກໍລະນີ​ທີ່​ໂລກ​ ໄດ້​ເກີດ​ຄວາມ​ຕື່ນ​ຕົກ​ໃຈ ຖ້າອັງກິດ ຫາກລົງ ຄະແນນສຽງຖອນໂຕອອກ ອັນນັ້ນກໍຍັງມີຄວາມສຳຄັນ.”

ເງິນເຢນ ໄດ້ມີລາຄາສູງຂຶ້ນ ຫຼາຍກວ່າ 1 ເປີເຊັນ ​ໃນ​ການ​ແລກປ່ຽນ ກັບເງິນ ໂດລາຂອງ​ສະຫະລັດ ໃນການຊື້ຂາຍຢູ່ຕະຫລາດ​ເອ​ເຊຍ ໃນວັນພະຫັດມື້ນີ້. ​ໃນຕອນບ່າຍໆ​ນັ້ນ ການ​ແລກປ່ຽນ​ຢູ່ເອເຊຍ ເງິນໂດລາ ໄດ້ຫລຸດລົງສູ່ລະດັບ 103 ເຢນ ອັນເປັນລະດັບສຸດທີ່ບໍ່ເຄີຍເຫັນມາກ່ອນ ນັບຕັ້ງແຕ່ ປີ 2014 ​ເປັນຕົ້ນມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG