ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຕະຫຼາດຮຸ້ນ ຢູ່ເອເຊຍ ມີລາຄາຫຼຸດລົງ ຫຼັງຈາກ ຮຸ້ນ ຢູ່ ສະຫະລັດ ຕົກລາຄາຢ່າງໃຫຍ່


ຝູງຄົນທີ່ເຫັນສະທ້ອນອອກມາຈາກ ແຜ່ນກະດານລາຍງານ ຕະຫຼາດຮຸ້ນ ຢູ່ນະຄອນໂຕກຽວ ໃນວັນທີ 6 ກຸມພາ 2018.
ຝູງຄົນທີ່ເຫັນສະທ້ອນອອກມາຈາກ ແຜ່ນກະດານລາຍງານ ຕະຫຼາດຮຸ້ນ ຢູ່ນະຄອນໂຕກຽວ ໃນວັນທີ 6 ກຸມພາ 2018.

ຮຸ້ນຢູ່ຕະຫຼາດ​ຮຸ້ນ​ໃນ​ເອ​ເຊຍ ​ແລະ​ຢູ​ໂຣບ ​ໄດ້​ຕົກລາຄາ​ໃນ​ວັນ​ອັງຄານ​ມື້​ນີ້ ​ແຕ່ບໍ່​ໄດ້​ຮັບ​ຄວາມເສຍ​ຫາຍຢ່າງໜັກ ​ເທົ່າ​ກັບ​ວັນ​ຈັນ​ວານ​ນີ້ ​ຢູ່​ໃນຕະຫຼາດສະຫະລັດ ບ່ອນ​ທີ່​ຄວາມ
​ຢ້ານ​ກົວ​ຍັງມີຢູ່ຕໍ່ມາກ່ຽວ​ກັບ​ສົງຄາມການ​ຄ້າ ລະຫວ່າງສະຫະລັດ ກັບຈີນ ​ແລະ​ການ​
ກ່າວ​ໂຈມ​ຕີ​ຕໍ່ຮ້ານຂາຍ​ຫຍ່ອຍ​ທາງ​ອິນ​ເຕີ​ແນັດ​ ໂດຍປະທາ ນາທິບໍດີ ​ດໍ​ໂນ​ລ ທຣໍາ ທີ່
ເຮັດໃຫ້​ຕະຫຼາດ​ຮຸ້ນ​ຕົກລາຄາ.

ດັດຊະນີຮຸ້ນປະສົມໃນນະຄອນ​ຊຽງ​ໄຮ້​ຂອງ​ຈີນ ​ໄດ້​ຕົກລາຄາປະມານ 0.84 ​ເປີ​ເຊັນໃນ
ຕອນອັດຕະຫລາດ ​ໃນ​ຂະນະ​ທີ່ດັດຊະນີຮຸ້ນ​ນິກ​ເກະ​ຂອງ​ຍີ່​ປຸ່ນຕົກລາຄາ​ປະມານ​ເຄິ່ງ
ນຶ່ງ​ຂອງ​ເປີ​ເຊັນ. ຮຸ້ນຮັງ​ເຊັງຂອງ​ຮົງ​ກົງໄດ້​ຊື້ຂາຍກັນເປັນການໃຫຍ່ ໃນຕອນບ່າຍ
ໂດຍມີລາຄາສູງຂຶ້ນ .25 ເປີ​ເຊັນໃນຕອນອັດຕະຫລາດ​.

ຮຸ້ນມີລາຄາຕ່ຳລົງ ໃນການຊື້ຂາຍຢູ່​ຕະຫຼາດໃນປະເທດ​ອັງກິດ ​ແລະ​ເຢຣະມັນ.

ດັດຊະນີຮຸ້ນດາວ​ໂຈນອິນ​ດັສຕຣຽວອາ​ເວີ​ເຣດຂອງສະຫະລັດ ຕົກລາຄາ 1.9 ​ເປີ​ເຊັນ​ໃນຕອນອັດຕະຫລາດໃນ​ວັນຈັນວານ​ນີ້ ​ໃນ​ຂະນະ​ທີ່ດັດຊະນີຮຸ້ນແອັສແອລພີ 500
ໄດ້​ຕົກລາຄາ 2.3 ​ເປີ​ເຊັນ ​ແລະ ​ແນັສ​ແດັກ ຕົກ​ລາຄາເກືອບ​ສາມ​ເປີ​ເຊັນ. ປະທານາ
ທິບໍດີ​ທຣໍາ​ໄດ້​ຕິຕຽນ​ຢ່າງ​ແຮງເຖິງ​ສາມ​ເທື່ອຕໍ່​ຮ້ານຂາຍຍ່ອຍຍັກໃຫຍ່​ອອນລາຍອາ
ມາ​ຊອນ​

​ໃນ​ໄລຍະສອງ​ສາມ​ມື້ິທີ່​ຜ່າ​ນມານີ້. ຜູ້​ກໍ່​ຕັ້ງບໍລິສັດອາມາ​ຊອນ ທ່ານ​ແຈັຟ ​ເບ​ຊອສ ຍັງ​
ເປັນ​ເຈົ້າ​ຂອງໜັງສືພິມ​ວໍຊິ​ງຕັນໂພສທ໌ ຜູ້​ທີ່​ເປີດ​ເຜີຍ​ເລື່ອງ​ຕ່າງໆ​ກ່ຽວ​ກັບ​ປະທານາທິ
ບໍດີ​ທຣໍາ ​ແລະ​ລັດຖະບານ​ຂອງ​ທ່ານ ມັກ​ຈະໄດ້ຮັບການຕອບໂຕ້ດ້ວຍ​ຄວາມ​ໂກດ​
ແຄ້ນ​ຈາກ​ປະທານາທິບໍດີ.

ຜູ້ນຳ​ສະຫະລັດ ​ກ່າວ​ວ່າ ການ​ປະຕິບັດ​ງານ​ຂະໜາດ​ໃຫຍ່ ​ຂອງບໍລິສັດ​ອາ​ມາ​ຊອນ​
ເປັນ​ໄພ​ຕໍ່​ຜົນສຳ​ເລັດທຸລະ​ກິດ​ແກ່ບັນ​ດາ​ຜູ້ຂາຍ​ຫຍ່ອຍ​ຂະໜາດ​ນ້ອຍ ທີ່​ບໍ່​ສາມາດ
​ແຂ່ງຂັນ​ກັບ​ການ​ຂາຍ​ຈຳນວນ​ຫວງ​ຫຼາຍ. ປະທານາທິບໍດີ​ທຣໍາ ຍັງ​ໄດ້ ຈົ່ມ​ວ່າຄ່າ​ທຳ
ນຽມ ​ທີ່ອາມາ​ຊອນ​ຈ່າຍ​ແກ່​ການ​ບໍລິການ​ໄປ​ສະນີ ​ເພື່ອ​ສົ່ງ​ສິນຄ້າ ​ຍ່ອຍ​ນັ້ນ​ຕໍ່າ​ເກີນ​
ໄປເຮັດ​ໃຫ້​ອົງການໄປສະນີ ຊຶ່ງເປັນອົງການເຄິ່ງຈັດຕັ້ງ​ລັດຖະ ບານ​ສູູນ​ເສຍລາຍໄດ້
​ຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ຕໍ່​ປີ ​ເຖິງ​ແມ່ນ​ວ່າການ​ບໍລິການໄປ​ສະ ນີ​ກ່າວ​ວ່າ ສັນຍາ​ກັບ​
ອາມາ​ຊອນ​ໄດ້ຜົນ​ກຳ​ໄລ.

ປະທານາທິບໍດີ​ທຣໍາກ່າວ​ຢູ່ໃນ​ການ​ໂຈມຕີ​ອາມາ​ຊອນ​ເທື່ອ​ຫລ້າ​ສຸດ​ຂອງ​ທ່ານ​ວ່າ
“ພຽງ​ແຕ່​ເປັນ​ເຄື່ອງມື ຫຼື​ຂີ້ຮ້າຍ​ກວ່່າ​ນັ້ນ ທີ່​ກ່າວ​ວ່າການ​ເສຍ​ເງິນ​ຂອງ​ພວກ​ເຮົາ ທີ່​ໄປ
​ສະນີເຮັດ​ເງິ​ນກັບ​ອາມາ​ຊອນ​. ​ເຂົາ​ເຈົ້າ​ເສຍ​ເງິນ​ຢ່າງ​ຫຼວງ​ຫາຍ ​ແລະ​ນີ້​ຈະ​ມີ​ການ​
ປ່ຽນ​ແປງ. ນອກ​ນັ້ນຮ້ານ​ຂາຍ​ຍ່ອຍ​ທີ່​ຈ່າຍ​ພາສີ​ເຕັມ ກຳລັງ​ພາກັນ​ປິດ​ຢູ່​ທົ່ວ​ປະ​ເທດ
ບໍ່​ແມ່ນ​ການແຂ່ງຂັນທີ່​ເທົ່າ​ທຽມ​ກັນ”

ນັບ​ແຕ່​ປະທານ​າທິບໍດີ​ທຣໍາ​ໄດ້​ກ່າວໂຈມ​ຕີອາມາ​ຊອນ​ແລ້ວ ບໍລິສັດ​ໄດ້​ເສຍ​ຫາຍ​
ຫຼາຍ​ກວ່າ 37 ພັນ​ລ້ານ​ໂດ​ລາ ​ໃນ​ມູນຄ່າທາງ​ຕະຫຼາດ.

ອ່ານຂ່າວນີ້ເພີມເປັນພາສາອັງກິດ

US Stock China Trade
please wait
Embed

No media source currently available

0:00 0:01:41 0:00

XS
SM
MD
LG