ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕະຫລາດຫຸ້ນ ຕົກຮວບລົງ ໃນທົ່ວໂລກ


ຕະຫລາດຫຸ້ນ ຕົກຮວບລົງ ໃນທົ່ວໂລກ
ຕະຫລາດຫຸ້ນ ຕົກຮວບລົງ ໃນທົ່ວໂລກ

ຕະຫລາດຫຸ້ນໃນຂົງເຂດເອເຊຍໄດ້ຕົກຮວບລົງຢ່າງໄວ​ໃນວັນສຸກນີ້ ລຸນຫລັງຈາກການ
ຕົກລົງ​ຢ່າງໃຫຍ່ໃນສະຫະລັດ ແລະຢຸໂຣບ ທີ່ມີ​ການຖິ້ມໂທດໃສ່ຄວາມຢ້ານກົວວ່າ​
ຈະເກີດສະພາວະເສດຖະກິດໂລກຕົກຕໍ່າລົງໄປອີກຂອງພວກນັກລົງທຶນນັ້ນ.

ຫຸ້ນ Nikkei ຂອງໂຕກຽວ ປິດຕະຫລາດດ້ວຍ​ລາຄາ​ທີ່​ຕໍ່າລົງ 3.72 ເປີເຊັນ ຊຶ່ງ​ເປັນລະ
ດັບຕໍ່າທີ່ສຸດໃນຮອບຫ້າເດືອນ ​ແລະ ຕະຫລາດຫຸ້ນ Hang Seng ຂອງຮ່ອງກົງ
ກໍຕົກຮວບລົງຫລາຍກວ່າ 4 ເປີເຊັນ.

ພວກຕະຫລາດ​ໃຫຍ່ໆ​ໃນພາກພື້ນຢຸໂຣບ ໄດ້ຕົກຕໍ່າລົງຫລາຍເຖິງສອງເປີເຊັນໃນຕອນ
ເຊົ້າຂອງວັນສຸກມື້ນີ້ ຫລັງຈາກທີ່ຕົກຕໍ່າລົງເກືອບສີ່ເປີເຊັນ ໃນວັນພະຫັດວານນີ້.

ສ່ວນລາຄາຄໍາ ຊຶ່ງເປັນທາງອອກສໍາລັບພວກນັກລົງທຶນບາງຄົນ ໃນການເສດຖະກິດ
ທີ່ບໍ່ແນ່ນອນນັ້ນ ​ໄດ້ຖີບຕົວສູງຂື້ນ 19.80 ໂດລາ ​ເປັນ 1,662.32 ໂດລາ ຕໍ່ນຶ່ງອອນຊ໌
ຫລື​ປະມານ​ສອງ​ບາດ​ເຄີ່ງ.

ສ່ວນທີ່ສະຫະລັດ ຫຸ້ນອຸດສາຫະກໍາດາວໂຈນສ໌ ຕົກຮວບລົງ 513 ຈຸດ ຫລື 4.3
ເປີເຊັນ​ໃນວັນພະຫັດວານນີ້ ຊຶ່ງເປັນການຕົກຕໍ່າລົງຄັ້ງໃຫຍ່ທີ່ສຸດນັບຕັ້ງແຕ່ປີ 2008
ເປັນຕົ້ນມາ ພວກດັດຊະນີຫຸ້ນໃຫຍ່ໆອື່ນໆ ເຊັ່ນ NASDAQ ແລະ S&P 500 ກໍຕົກ
ຕໍ່າລົງຢ່າງຫລວງຫລາຍເຊັ່ນກັນ.

ພວກນັກວິເຄາະດ້ານການເງິນກ່າວວ່າ ນັກລົງທຶນທັງຫລາຍພາກັນເປັນຫ່ວງວ່າເສດຖະ
ກິດຂອງສະຫະລັດຈະກ້າວເຂົ້າສູ່ສະພາວະຖອຍຫລັງອີກຄັ້ງນຶ່ງ. ລັດຖະບານສະຫະລັດ
ມີ​ກໍານົດຈະລາຍງານກ່ຽວ​ກັບ​ໂຕ​ເລກອັດຕາວ່າງງານໃນຕອນເຊົ້າວັນສຸກມື້ນີ້ ທີ່ຄາດ​
ກັນ​ວ່າຈະຢືນຢັນເຖິງການຟື້ນ​ໂຕ​ຄືນ​ຢ່າງ​ອ່ອນ​ແອຂອງຕະຫລາດວຽກງານນັ້ນ.

XS
SM
MD
LG