ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການທົດລອງຢາວັກຊິນ ກັນໄວຣັສໂຄໂຣນາ ທີ່ເປັນໄປໄດ້ສູງ ເຮັດໃຫ້ຕະຫຼາດຮຸ້ນ ສຫລ ພຸ້ງສູງຂຶ້ນ


ຊາຍຄົນນຶ່ງຢືນຢູ່ທາງນອກຕຶກຂອງບໍລິສັດ Moderna, Inc., ໃນວັນທີ 18 ພຶດສະພາ, 2020 ໃນເມືອງ Cambridge ຂອງລັດ ແມັຊຊາຈູແຊັສທີ່ໄດ້ປະກາດວ່າ ການທົດລອງຢາວັກຊິນກັນໄວຣັສໂຄໂຣນາ ທີ່ມີຜົນເປັນໄປໄດ້ສູງ
ຊາຍຄົນນຶ່ງຢືນຢູ່ທາງນອກຕຶກຂອງບໍລິສັດ Moderna, Inc., ໃນວັນທີ 18 ພຶດສະພາ, 2020 ໃນເມືອງ Cambridge ຂອງລັດ ແມັຊຊາຈູແຊັສທີ່ໄດ້ປະກາດວ່າ ການທົດລອງຢາວັກຊິນກັນໄວຣັສໂຄໂຣນາ ທີ່ມີຜົນເປັນໄປໄດ້ສູງ

ຕະຫລາດຮຸ້ນຂອງສະຫະລັດພຸ້ງສູງຂຶ້ນໃນວັນຈັນວານນີ້ ພາຍຫລັງທີ່ບໍລິສັດເທັກໂນໂລຈີຊີວະພາບໂມເດິນາ (Moderna) ເວົ້າວ່າ ການທົດລອງຂັ້ນຕົ້ນໃນການໃຊ້ຢາວັກຊິນທີ່ອາດເປັນໄປໄດ້ສໍາລັບໄວຣັສໂຄໂຣນາ ໃຫ້ຜົນທີ່ໜ້າເພິ່ງພໍໃຈອອກມາຈາກການທົດລອງໃຊ້ກັບຄົນຢູ່ໃນຕົວຢ່າງ.

ດັດຊະນີດາວໂຈນສະເລ່ຍ ຫລື Dow Jones Industrial Average ຂອງ ຕະຫລາດຮຸ້ນຊັ້ນດີ 30 ແຫ່ງ ທີ່ມີຄົນຕິດຕາມເບິ່ງຢ່າງກວ້າງຂວາງ ພຸ້ງຕົວສູງ ຂຶ້ນຫລາຍກວ່າ 4 ເປີເຊັນໃນຂະນະທີ່ດັດຊະນີຮຸ້ນ S&P 500 ທີ່ກວ້າງຂວາງກວ່າ ແມ່ນນໍາໜ້າຫລາຍກວ່າ 3 ເປີເຊັນໃນຕອນໃກ້ຈະປິດຕະຫລາດນັ້ນ.

ຂະນະດຽວກັນ, ຕະຫລາດຮຸ້ນຂອງບໍລິສັດ ໂມເດິນາ (Moderna) ທີ່ຕັ້ງຢູ່ລັດ ແມຊຊາຈູແຊັສ ທາງພາກຕາເວັນອອກຂອງປະເທດນັ້ນໄດ້ມີລາຄາສູງຂຶ້ນຫຼາຍ ກວ່າ 20 ເປີເຊັນ ເປັນ 80.17 ໂດລາຕໍ່ຮຸ້ນ ພາຍຫລັງທີ່ບໍລິສັດໄດ້ປະກາດໃຫ້ ຮູ້ກ່ຽວກັບໄລຍະທີ 1 ຂອງການທົດລອງຢາວັກຊິນທີ່ອາດເປັນໄປໄດ້ສໍາລັບໄວ ຣັສໂຄໂຣ ນາສະແດງໃຫ້ເຫັນຜົນໃນແງ່ບວກ ໃນການປ້ອງກັນການຕິດເຊື້ອພະຍາດໃໝ່.

ປະທານາທິບໍດີດໍໂນລ ທຣໍາປະກາດຢູ່ທີ່ທໍານຽບຂາວວ່າ “ຂ້າພະເຈົ້າໄດ້ເຫັນ ຜົນຂອງມັນແລ້ວ, ແລະຜົນຂອງມັນອອກມາແມ່ນດີ.” ທ່ານກ່າວຕໍ່ໄປວ່າ “ສະນັ້ນ ຂ້າພະເຈົ້າດີໃຈຫລາຍ ແລະຕະຫລາດພຸ້ງສູງຂຶ້ນຢ່າງໃຫຍ່ເລີຍ.”

ທ່ານທຣໍາກ່າວອີກວ່າ “ອັນນັ້ນແມ່ນຄວາມໝາຍວ່າ ມີຄົນສະຫລາດຫລາຍຄົນ ກໍາລັງເບິ່ງຢູ່ ແລ້ວກໍເວົ້າວ່າ ພວກເຮົາກັບມາແລ້ວ.” ທ່ານກ່າວອີກວ່າ “ສະນັ້ນ ມັນ ເປັນສິ່ງນຶ່ງໃນຫລາຍໆອັນທີ່ເປັນແບບນັ້ນ. ສະນັ້ນ ນີ້ຄືວັນທີ່ຍິ່ງໃຫຍ່ຫຼາຍ. ອັນນີ້ ເຮັດໃຫ້ຮູ້ສຶກດີກວ່າວັນສຸກຜ່ານມາຫລາຍ (ເມື່ອຕະຫຼາດຮຸ້ນຂຶ້ນໆ ລົງໆ.) ວັນສຸກ ແມ່ນມີຄວາມຮູ້ສຶກທີ່ແຕກຕ່າງໄປຈາກມື້ນີ້. ມື້ນີ້ແມ່ນຮູ້ສຶກໃນແງ່ດີ.”

ການທົດລອງໃນຂັ້ນທໍາອິດຂອງບໍລິສັດໂມເດິນາ ໄດ້ຮວມເອົາຄົນປ່ວຍພຽງແຕ່ 8 ຄົນ ແຕ່ວ່າ ບໍລິສັດເວົ້າວ່າ ຕົນຈະເລີ້ມທໍາການທົດລອງຢາໃນລະດັບກວ້າງ ຂວາງ ໃນເດືອນກໍລະກົດທີ່ຈະມາເຖິງນີ້ ເພື່ອຈະຕັດສິນວ່າຢາວັກຊິນນີ້ໃຊ້ການ ໄດ້ຫລືບໍ່.

ບໍລິສັດໂມເດິນາເປັນນຶ່ງໃນຫລາຍບໍລິສັດເທັກໂນໂລຈີຊີວະພາບທີ່ກໍາລັງຊອກຫາຢາວັກຊິນຕ້ານໄວຣັສໂຄໂຣນາ ທີ່ມີແຫລ່ງຊັບທີ່ຈະພາໃຫ້ລໍ້າລວຍຢ່າງມະຫາສານຢູ່ແລ້ວ ຖ້າບໍລິສັດໃດກໍຕາມທີ່ໄດ້ຂາຍຜະລິດຕະພັນທີ່ມີຜົນສໍາເລັດສູງ ອັນນີ້ຢູ່ໃນຕະຫລາດໄດ້.

ທ່ານ ທຣໍາເວົ້າວ່າ ຢາວັກຊິນນີ້ ອາດຈະອອກມາໄວ້ໃຫ້ໃຊ້ໃນທ້າຍປີນີ້ ແຕ່ວ່າ ນັກຊ່ຽວຊານດ້ານການແພດບາງຄົນກໍໄດ້ສະແດງຄວາມບໍ່ແນ່ໃຈອອກມາກ່ຽວກັບກໍານົດເວລາຂອງເພິ່ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG