ຍັງສືບຕໍ່ເປັນເລື່ອງຫຍຸ້ງຍາກ ທີ່ຈະຊັ່ງຊາຢ່າງປະສິດທິພາບ ເບິ່ງມາດຕະການລົງໂທດ ຂອງອົງການສະຫະປະຊາຊາດ ຕໍ່ເກົາຫຼີເໜືອ ໃນເດືອນມີນາ ຍ້ອນເກົາຫຼີເໜືອໄດ້ທຳການທົດລອງນິວເຄລຍ ແລະ ການຍິງລູກສອນໄຟຂີປະນາວຸດ ໄລຍະໄກ ເມື່ອຕົ້ນປີນີ້.
ໃນຂະນະທີ່ ລາຄາຂອງສິນຄ້າທີ່ຈຳເປັນ ຢູ່ໃນເກົາຫຼີເໜືອ ຍັງຄົງມີຄວາມທຸ່ນທ່ຽງຢູ່ກໍຈິງ ແຕ່ມີລາຍງານວ່າ ທຸລະກິດແມ່ນບໍ່ເໜັງຕີງ ຢູ່ທີ່ເຂດພັດທະນາເສດຖະກິດຕ່າງໆ ທີ່ໄດ້ ຕັ້ງຂຶ້ນ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ.
ນັກວິເຄາະ ທ່ານ Lim Eul-chul ຢູ່ທີ່ ສະຖາບັນສຶກສາພາກຕາເວັນອອກໄກ ຂອງ ມະຫາວິທະຍາໄລ Kyungnam ໄດ້ບອກຕໍ່ ວີໂອເອ ພະແນກພາສາເກົາຫຼີ ວ່າ ການ ເຄື່ອນໄຫວດ້ານເສດຖະກິດ ໃນເຂດພັດທະນາສອງແຫ່ງ ຢູ່ໃກ້ກັບຊາຍແດນຂອງຈີນ ໄດ້ຫລຸດລົງ ຢ່າງຫຼວງຫຼາຍ ໃນໄລຍະ 5 ເດືອນທີ່ຜ່ານມາ.
ທ່ານ Lim ໄດ້ກ່າວວ່າ “ເຂດພັດທະນາເສດຖະກິດ Mubong ແລະ ເຂດພັດທະນາ ເສດຖະກິດ ທີ່ເກາະ Onsung ໄດ້ຈັດຕັ້ງລາຍລະອຽດແຜນການພັດທະນາຕ່າງໆ ແລະ ຈີນ ໄດ້ວາງແຜນທີ່ຈະລົງທຶນຢູ່ໃນເຂດເຫຼົ່ານັ້ນ. ແຕ່ຫາກວ່າ ນັບຕັງແຕ່ ປະຊາ ຄົມນາໆຊາດ ໄດ້ວາງມາດຕະການລົງໂທດຕ່າງໆ ຕໍ່ເກົາຫຼີເໜືອ ແລະ ໂດຍສະເພາະ ແລ້ວ ຫຼັງຈາກທີ່ຈີນ ໄດ້ເຂົ້າຮ່ວມໃນການວາງມາດຕະການລົງໂທດ ຊຶ່ງການເຄື່ອນ ໄຫວຕ່າງໆນັ້ນ ໄດ້ຍຸຕິລົງ.”
ທ່ານ Curtis Melvin ນັກຄົ້ນຄວ້າ ກ່ຽວກັບເກົາຫຼີເໜືອ ຈາກສະຖາບັນສະຫະລັດ- ເກົາຫຼີຢູ່ທີ່ມະຫາວິທະຍາໄລ Johns Hopkins ກ່າວຕໍ່ວີໂອເອ ວ່າ ພາບຖ່າຍຈາກ ດາວທຽມຕ່າງໆ ຂອງພວກເຂດພັດທະ ນາເສດຖະກິດຂອງເກົາຫຼີເໜືອ ສະແດງໃຫ້ ເຫັນວ່າ ບໍ່ມີການປ່ຽນແປງ ໃນໄລຍະປີໜຶ່ງທີ່ຜ່ານມາທີ່ຊີ້ໃຫ້ເຫັນເຖິງການເຕີບໂຕ ຫຼື ການຂະຫຍາຍ ຕົວໃດໆ.