ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງອອງຊານ ຊູຈີ ສະຫລອງວັນເກີດຄົບຮອບ 65 ປີ ທີ່ມຽນມາ


ຜູ້ນຳ​ຝ່າຍ​ນິຍົມປະຊາທິປະ​ໄຕ​ໃນ​ມຽນມ້າ ທ່ານນາງອອງຊານ ຊູຈີ ທີ່ໄດ້ຮັບລາງວັນໂນ​ເເບລນັ້ນ ສະຫລອງວັນ​ເກີດຄົບຮອບ 65 ປີໃນເດືອນນີ້ ພາຍ​ໃຕ້​ການ​ຖືກ​ກັກ​ບໍລິ​ເວນ​ໃຫ້ຢູ່ທີ່ບ້ານພັກຂອງທ່ານນາງ ຢູ່​ຕໍ່​ມາ. ໃນສານອວຍພອນວັນເກີດແກ່ທ່ານນາງນັ້ນ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ກ່າວຊົມ​ເຊີຍ “ຄວາມມຸ້ງໝັ້ນ ຄວາມພິລາດອາດຫານ ແລະການເສຍສະລະສ່ວນຕົວຂອງ​ທ່ານ​ນາງ ໃນການປະຕິງານ ເພື່ອສິດທິມະນຸດ ແລະ ການປ່ຽນແປງໄປ ສູ່ປະຊາທິປະໄຕໃນມຽນມາ ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ ຊີວິດຂອງທ່ານນາງ ເປັນສິ່ງດົນບັນດານໃຈຕໍ່ໝົດທຸກໆຄົນທີ່ຍຶດໝັ້ນໃນ ເສລີພາບແລະຄວາມຍຸຕິທຳ.

ລັດຖະບານທະຫານມຽນມາ ໄດ້ກັກຂັງທ່ານນາງອອງຊານ ຊູຈີ ມາເປັນເວລາເກືອບ 15 ປີ ຂອງລະຍະ 20 ປີຜ່ານມາ ແລະ​ໄດ້ຫ້າມບໍ່ໃຫ້ທ່ານນາງ​ລົງສະມັກ​ແຂ່ງ​ຂັນໃນ​ການເລືອກຕັ້ງທົ່ວປະເທດທີ່ວາງແຜນ ໄວ້ສຳລັບປີນີ້. ພັກສັນນິບາດເພື່ອປະຊາທິປະໄຕແຫ່ງຊາດຂອງ ທ່ານນາງ ອອງຊານ ຊູຈີ ໄດ້ຊະນະ ການເລືອກຕັ້ງຄັ້ງປີ 1990 ແຕ່ບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າດຳລົງຕຳແໜ່ງບໍລິຫານປະເທດ. ພັກສັນນິ ບາດເພື່ອປະຊາທິປະໄຕແຫ່ງ ຊາດ ໄດ້ຖືກລົບລ້າງບໍ່ໃຫ້ເປັນພັກທີ່ຖືກຕ້ອງຕາມກົດໝາຍ ພາຍໃຕ້ກົດ ການເລືອກຕັ້ງຂອງລັດທະບານທະຫານມຽນມາ ຫລັງຈາກທີ່​ບໍ່​ຍອມ​ໄປຈົດທະບຽນ ຄືນໃໝ່ ​ໃຫ້​ທັນຕາມ ກຳໜົດ​ເສ້ນ​ຕາຍ​ໃນວັນທີ່ 6 ເດືອນພຶດສະພາຜ່ານ​ມາ​ ຊຶ່ງການເຄຶ່ອນໄຫວດັ່ງກ່າວນີ້ ​ໄດ້​ຍັງ​ຜົນ​ໃຫ້​ມີ​ການ ຂັບໄລ່ຜູ້ນຳຂອງພັກ ແລະ ສະມາຊິກອື່ນໆຂອງພັກທີ່ກຳລັງຖືກກັກຂັງຢູ່ນັ້ນ. ນອກນີ້ແລ້ວພັກການເມືອງໝົດທຸກພັກຕ້ອງສາບານຕົນສະແດງ ຄວາມຈົງຮັກພັກດີຕໍ່ລັດຖະທຳມະນູນ ສະບັບປີ 2008 ທີ່ຮັບປະກັນບ່ອນນັ່ງນຶ່ງສ່ວນສີ່ໃນສະພາໃຫ້​ຝ່າຍທະຫານ ບໍ່ວ່າຜົນການເລືອກຕັ້ງ ຈະອອກມາແນວໃດກໍຕາມ.

ອີງຕາມລາຍງານວ່າດ້ວຍສິດທິມະນຸດຂອງກະຊວງຕ່າງປະເທດສະຫະລັດນັ້ນກໍແມ່ນວ່າ ລັດຖະບານ ທະຫານມຽນມາຍັງສືບຕໍ່ປະຕິບັດການຝ່າຝືນ ສິດທິມະນຸດຢ່າງຮ້າຍແຮງຢູ່ຕໍ່ມາ. ກຳລັງຮັກສາຄວາມປອດໄພຂອງລັດຖະບານ ​ໄດ້ປ່ອຍໃຫ້ມີການເສຍຊີວິດເກີດຂື້ນ ​ໃນ​ໝູ່​ພວກ​ນັກ​ໂທດ​ທີ່​ຖືກກັກ ຂັງແລະ​ໄດ້​ທຳການສັງຫານນອກຂອບ​ເຂດຂອງລະບົບຕຸລາການ ​ປ່ອຍ​ໃຫ້​ມີການຫາຍສາບສູນ ມີການຂົ່ມຂືນຊຳເລົາ ແລະການທໍລະມານ. ລັດຖະ ບານຍັງກັກຂັງພວກນັກເຄຶ່ອນໄຫວ​ເພື່ອ​ສິດທິພົນລະເຮືອນ​ໄວ້ ຢ່າງບໍ່ມີກຳໝົດ ແລະຢ່າງບໍ່ມີຂໍ້ຫາໃດໆ ນອກ​ນັ້ນອົງການຈັດຕັ້ງມະຫາຊົນຕ່າງໆ ທີ່ອຸປະຖຳໂດຍລັດຖະບານນັ້ນ ຍັງ​ໄດ້ທຳການຂົ່ມເຫງຮາວີ ກະທຳຮຸນແຮງ ແລະກັກຂັງພວກນັກເຄຶ່ອນໄຫວເພື່ອສິດທິມະນຸດ ແລະ ປະຊາທິປະໄຕ ນັ້ນ.

XS
SM
MD
LG