ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສິ່ງທີ່ມີຕິດໂຕ ຢູ່ເປັນປະຈຳ ຈະຫັກຫ້າມ ບໍ່​ໃຫ້ພວກ ທີ່ເປັນບ້າໝູ ຊອກຫາ ການປິ່ນປົວ


ເກືອບ 50 ລ້ານຄົນ ຢູ່ໃນທົ່ວໂລກ ໄດ້ຮັບຄວາມທໍລະມານ ຍ້ອນໂຣກບ້າໝູ. ອົງການອະນາໄມໂລກລາຍງານວ່າ ໂຣກ
ປະສາດນີ້ ກະທົບກະເທືອນ ຜູ້ຄົນທຸກໄວ ແລະທຸກຍ່ອມຫຍ້າ.
ເກືອບ 50 ລ້ານຄົນ ຢູ່ໃນທົ່ວໂລກ ໄດ້ຮັບຄວາມທໍລະມານ ຍ້ອນໂຣກບ້າໝູ. ອົງການອະນາໄມໂລກລາຍງານວ່າ ໂຣກ ປະສາດນີ້ ກະທົບກະເທືອນ ຜູ້ຄົນທຸກໄວ ແລະທຸກຍ່ອມຫຍ້າ.

ອົງການອະນາໄມໂລກກ່າວວ່າ ພວກຜູ້ຄົນທີ່ເປັນໂຣກບ້າໝູຫຼາຍລ້ານ ຄົນ ມີຄວາມ
ລັງເລໃຈ ທີ່ຈະໄປຊອກຫາທາງປິ່ນປົວ ຍ້ອນສິ່ງທີ່ກ່ຽວພັນຕິດໂຕ ກັບໂລຄາພະ
ຍາດ ຂອງພວກເຂົາເຈົ້າ ຊຶ່ງນຳພາໄປສູ່ການຕາຍໄວຂຶ້ນ ສຳລັບ ຫລາຍໆຄົນ. Lisa
Schlein ສົ່ງລາຍງານມາໃຫ້ວີໂອເອຈາກນະຄອນເຈນີວາ ບ່ອນທີ່ອົງການອະນາໄມ
ໂລກ ​ພິມ​ເຜີຍແຜ່ລາຍງານເລື້ອງໂຣກບ້າໝູນີ້ ໄປທົ່ວ ໂລກ ເປັນເທື່ອທຳອິດ ດັ່ງສາລີ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບ ຕໍ່ໄປ.

ລິງໂດຍກົງ

ມີປະຊາຊົນເກືອບເຖິງ 50 ລ້ານຄົນຢູ່ທົ່ວໂລກ ທີ່ໄດ້ຮັບຄວາມທໍລະມານ ຈາກໂຣກ
ບ້າໝູ. ອົງການອະນາໄມໂລກຫຼື WHO ລາຍງານວ່າ ໂຣກປະສາດ ທີ່ວ່ານີ້ ກະທົບຜູ້
ຄົນທຸກໄວ ແລະທຸກຍ່ອມຫຍ້າ. ລາຍງານນັ້ນເວົ້າວ່າ ພະຍາດ ເສັ້ນປະສາດດັ່ງກ່າວ ຈະພາໃຫ້ເກີດອາການຊັກລົ້ມລົງ ຊຶ່ງບາງເທື່ອ ກໍຈະໝົດ ສະຕິໄປ.

ຜູ້ບໍລິຫານໂຄງການ ໃນພະແນກໂຣກປະສາດ ແລະການໃຊ້ເຫຼົ້າຢາໃນທາງຜິດ ຂອງ
WHO ທ່ານນາງ ຕາຣູນ ດົວ ກ່າວວ່າ ຜູ້ຄົນທີ່ເປັນໂຣກບ້າໝູຈະໄດ້ຮັບ ຄວາມທໍລະ
ມານຢ່າງໃຫຍ່ ຍ້ອນສິ່ງທີ່ມີຕິດໂຕແລະການຈຳແນກ ອັນເນື່ອງມາ ຈາກພຶດຕິກຳທີ່
ຜິດປົກກະຕິຂອງພວກເຂົາເຈົ້າ ຊຶ່ງທ່ານນາງ ດົວ ກ່າວວ່າ:

“ເພາະສະນັ້ນ ຢູ່ໃນຫຼາຍໆແຫ່ງ ພວກຜູ້ຄົນທີ່ເປັນໂຣກບ້າໝູ ພວກເຂົາເຈົ້າໜ້າ ອາຍ ພວກເດັກນ້ອຍຈະບໍ່ໄດ້ໃຫ້ໄປເຂົ້າໂຮງຮຽນ ພວກຜູ້ໃຫຍ່ຈະບໍ່ໄດ້ຮັບອະນຸ ຍາດໃຫ້
ເຮັດວຽກເຮັດການ ບາງເທື່ອ ແມ່ນກະທັ່ງບໍ່ໃຫ້ແຕ່ງງານ ຫຼືໃຫ້ມີສິດຂັບລົດ. ສະນັ້ນ
ສິ່ງທີ່ຕິດພັນກັບໂຕຂອງພວກເຂົາເຈົ້າ ແລະການລະເມີດສິດທິມະ ນຸດ ແລະບາງເທື່ອ
ການຕາຍກໍມີສ່ວນພົວພັນນຳໂຣກບ້າໝູ ເພາະສະນັ້ນການ ຕາຍໄວ ໃນພວກຄົນທີ່
ເປັນບ້າໝູ ຈຶ່ງມີເປັນສາມເທົ້າ ຂອງຜູ້ຄົນທົ່ວໄປ.”

ການເປັນບ້າໝູ ມີສາເຫດພາໃຫ້ເກີດເຈັບເປັນ ນັບຕັ້ງແຕ່ມື້ເກີດມາ ສະໝອງ ເປັນ
ບາດແຜ ເນື່ອງມາຈາກໂຣກ ເຊັ່ນພະຍາດເນື້ອງອກໃນສະໝອງ ເມນິງ-ໄຈຕິສ
ຫລື ເອນເສັບຟາລີຕິສ ຫລື ລົມສາລະບາດ ຊຶ່ງອົງການອະນາໄມໂລກ ເວົ້າວ່າ 25​%
ຂອງກໍລະນີດັ່ງກ່າວ ສາມາດປ້ອງກັນໄດ້.

ທ່ານນາງ ດົວ ກ່າວວ່າ ການຕາຍໄວ ໃນບັນດາຜູ້ຄົນທີ່ເປັນໂຣກບ້າໝູ ໃນ ພວກປະ
ເທດທີ່ມີລາຍໄດ້ຕໍ່າ ແລະປານກາງ ຈະສູງກວ່າພວກປະເທດທີ່ຮັ່ງມີ ຕັ້ງຫລາຍເທົ້າ. ທ່ານນາງເວົ້າວ່າ ສິ່ງທີ່ພົວພັນຕິດໂຕພວກທີ່ເປັນບ້າໝູ ແມ່ນ ປັດໄຈສຳຄັນຫລາຍທີ່
ຫັກຫ້າມ ບໍ່ໃຫ້ພວກເຂົາເຈົ້າໄປສະແຫວງຫາການປິ່ນປົວ.

ທ່ານນາງກ່າວວ່າ ການປິ່ນປົວທີ່ບໍ່ແພງ ໄດ້ຜົນດີສຳລັບໂຣກດັ່ງກ່າວ ແມ່ນບໍ່ມີ ຫລາຍ
ໄປທົ່ວ ໃນປະເທດທີ່ທຸກຍາກ ຍ້ອນວ່າບໍ່ມີພວກນັກຊ່ຽວຊານຫລາຍ ທີ່ ມີຄວາມສາ
ມາດຮັບມືກັບບັນຫາໂຣກເສັ້ນປະສາດນີ້ ຊຶ່ງທ່ານນາງກ່າວວ່າ:

“ຍົກຕົວຢ່າງເຊັ່ນ ຖ້າພວກທ່ານເບິ່ງພວກປະເທດທີ່ມີລາຍໄດ້ຕໍ່າ ແລະລາຍໄດ້ ປານ
ກາງ ທ່ານຈະເຫັນວ່າ ມີແພດປະສາດແຕ່ພຽງຄົນດຽວ ສຳລັບປະຊາຊົນ ນຶ່ງລ້ານຄົນ.
ບັດນີ້ ຈຶ່ງເຫັນວ່າ ມັນບໍ່ເປັນການພຽງພໍແທ້ໆ ໃນການປິ່ນປົວຜູ້ ຄົນທີ່ເປັນໂຣກບ້າໝູ. ນັ້ນໝາຍຄວາມວ່າ ພວກເຮົາຈຳເປັນຕ້ອງໄດ້ໃຊ້ພວກທີ່ ບໍ່ເປັນນັກຊ່ຽວຊານ ພວກທີ່
ເປັນນາຍແພດປະຖົມພະຍາບານ ເປັນຜູ້ປົວພວກ ທີ່ເປັນໂຣກບ້າໝູ.”

ທ່ານນາງ ດົວ ກ່າວວ່າ ອົງການອະນາໄມໂລກມີທັງເຄື່ອງມື ແລະແນວທາງ ທີ່ເປັນຫລັກ
ຖານທີ່ສະແດງໃຫ້ເຫັນວ່າ ໂຣກບ້າໝູ ສາມາດປິ່ນປົວໄດ້ ຢູ່ໃນ ຂັ້ນປະຖົມພະຍາບານ. ທ່ານນາງກ່າວວ່າ ໂຄງການທົດລອງຊຶ່ງໄດ້ມີຂຶ້ນຢູ່ໃນ ປະເທດການາ ປະເທດໂມຊຳບິກ ມຽນມາ ແລະຫວຽດນາມ ແມ່ນພວມໄດ້ຮັບ ຜົນຢ່າງໃຫຍ່ ໃນການປິດຊ່ອງຫວ່າງ ໃນ
ການປິ່ນປົວໂຣກບ້າໝູ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG