ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ສຕີບວີ ວັນເດີ ປະກາດ ຕໍ່ພວກຜູ້ຊົມ ວ່າ ທ່ານຈະໄດ້ຮັບ ການຜ່າຕັດ ປ່ຽນໝາກໄຂ່ຫຼັງ


ພາບນີ້ຖ່າຍເມື່ອວັນອັງຄານ ທີ 27 ພະຈິກ 2018, ສະແດງໃຫ້ເຫັນທ່ານສຕີບວີ ວັນເດີ ສະແດງສົດ ຢູ່ທີ່ "ງານຄອນເສີດ ເພື່ອການກຸສົນ ປະຈຳປີ ຄັ້ງທີ 22 ແກ່ House Full of Toyst" ໃນນະຄອນ ລອສແອນເຈີເລສ.
ພາບນີ້ຖ່າຍເມື່ອວັນອັງຄານ ທີ 27 ພະຈິກ 2018, ສະແດງໃຫ້ເຫັນທ່ານສຕີບວີ ວັນເດີ ສະແດງສົດ ຢູ່ທີ່ "ງານຄອນເສີດ ເພື່ອການກຸສົນ ປະຈຳປີ ຄັ້ງທີ 22 ແກ່ House Full of Toyst" ໃນນະຄອນ ລອສແອນເຈີເລສ.

ນັກຮ້ອງແລະນັກປະພັນຂອງອາເມຣິກາ ທ່ານ ສຕີບວີ ວັນເດີ ໄດ້ປະກາດໃນວັນເສົາ
ວານນີ້ ວ່າ ທ່ານຈະໄດ້ຮັບການຜ່າຕັດປ່ຽນໝາກໄຂ່ຫລັງ ໃນເດືອນກັນຍາຈະມາເຖິງນີ້.

ທ່ານ ສຕີບວີ ວັນເດີ ເປັນນັກບັນເທີງ ອາຍຸ 69 ປີ ໄດ້ທຳການປະກາດ ຢູ່ໃນນະຄອນ
ຫຼວງລອນດອນ ຂອງອັງກິດ ເມື່ອຕອນທ້າຍຂອງການສະແດງຄອນເສີດ ໃນງານບຸນ
ມະຫະກຳສຽງເພງ ຢູ່ທີ່ British Summer Hyde Park.

ທ່ານໄດ້ກ່າວຕໍ່ພວກຜູ້ຊົມວ່າ ທ່ານມີຜູ້ບໍລິຈາກໝາກໄຂ່ຫລັງໃຫ້ແລ້ວ.

ນັກດົນຕີຜູ້ມີຊື່ສຽງໂດ່ດັງທ່ານນີ້ ໄດ້ກ່າວວ່າ ທ່ານ ຈະທຳການສະແດງຕື່ມອີກ 3 ຄັ້ງ
ແລະຕໍ່ຈາກນັ້ນ ທ່ານກໍຈະຍຸຕິການສະແດງໃດໆ.

ທ່ານວັນເດີ ໄດ້ກ່າວບອກບັນດາຜູ້ຊົມຢ່າງຫຼວງຫຼາຍວ່າ “ຂ້າພະເຈົ້າສະບາຍດີ.”

ການປະກາດຂອງທ່ານ ມີຂຶ້ນທ່າມກາງຂ່າວລືທີ່ອອກມາເມືື່ອບໍ່ດົນມານີ້ ທີ່ວ່າ ຜູ້ທີ່
ໄດ້ຮັບລາງວັນ ແກຣມມີ 25 ເທື່ອ ທ່ານນີ້ ຈະໄດ້ຮັບການຮັກສາປິ່ນປົວ ຟອກໄຕ.
ເຖິງຢ່າງໃດກໍຕາມ ລາຍງານຂອງການຟອກໄຕ ນັ້ນ ກໍບໍ່ໄດ້ຮັບການຢືນຢັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG