ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແຟນໆແລະຄູ່ແຂ່ງ ຕ່າງກໍໄວ້ອາໄລ ໃຫ້ທ່ານ Steve Jobs (ເບິ່ງວີດີໂອ)


ທ່ານ Steve Jobs ພວມທຳການສະແດງ ກ່ຽວກັບໂທລະພາບໃໝ່ ຂອງບໍລິສັດ Apple ທີ່ນະຄອນ San Francisco (9 ມັງກອນ 2007)
ທ່ານ Steve Jobs ພວມທຳການສະແດງ ກ່ຽວກັບໂທລະພາບໃໝ່ ຂອງບໍລິສັດ Apple ທີ່ນະຄອນ San Francisco (9 ມັງກອນ 2007)

ພວກຄູ່ແຂ່ງທາງທຸລະກິດ ພວກນັກການເມືອງ ແລະພວກແຟນໆທັງຫຼາຍຕ່າງ ກໍໄດ້ພາກັນ
ໄວ້ອາໄລໃຫ້ແກ່ທ່ານ Steve Jobs ຜູ້ຮ່ວມກໍ່ຕັ້ງບໍລິສັດ Apple ທີ່ໄດ້ເຖິງແກ່ມໍລະນະກຳ
ໃນມື້ວັນພຸດວານນີ້ ຫຼັງຈາກໄດ້ຕໍ່ສູ້ກັບໂຣກມະເຮັງໃນມ້າມມາເປັນເວລາດົນນານແລ້ວນັ້ນ.

ທ່ານ Bill Gates ປະທານຂອງບໍລິສັດ Microsoft ຊຶ່ງເປັນຄູ່ແຂ່ງມາເປັນເວລາດົນນານ
ແລະອະດີດຮຸ້ນສ່ວນທາງທຸລະກິດຂອງທ່ານ Jobs ນັ້ນ ກ່າວໃນມື້ວານນີ້ວ່າ ຜົນສະທ້ອນ
ຂອງທ່ານ Jobs ທີ່ມີຕໍ່ໂລກເທັກໂນໂລຈີນັ້ນ ແມ່ນຈະເປັນທີ່ຮູ້ຈັກກັນ ໃນໄລຍະຫຼາຍເຊັ່ນ
ຄົນຕໍ່ໜ້າ. ທ່ານ Gates ຊຶ່ງເປັນຜູ້ໃຫ້ການສະໜັບສະໜຸນ ໃນຂັ້ນຕົ້ນຄົນນຶ່ງ ຕໍ່ຄອມພິວ
ເຕີ້ Macintosh ນັ້ນກ່າວວ່າ ການໄດ້ມີໂອກາດເຮັດວຽກຮ່ວມກັບທ່ານ Jobs ນັ້ນແມ່ນ ເປັນກຽດທີ່ສູູງທີ່ສຸດອັນນຶ່ງ.

ບໍລິສັດ Samsung ຊຶ່ງເປັນບໍລິສັດເທັກໂນໂລຈີຄູ່ແຂ່ງນັ້ນໄດ້ກ່າວຊົມເຊີຍມູນເຊື້ອຫົວຄິດ
ປະດິດສ້າງຂອງທ່ານ Jobs ໂດຍເອີ້ນທ່ານວ່າ ນັກວິສາຫະກິດທີ່ຍິ່ງໃຫຍ່ຄົນນຶ່ງ. ບໍລິສັດ ເທັກໂນໂລຈີຍັກໃຫຍ່ທັງສອງ ໄດ້ທຳການຟ້ອງຮ້ອງກັນເປັນລຳດັບ ກ່ຽວກັບເລື່ອງປະຕັງ
ນັບແຕ່ເດືອນເມສາເປັນຕົ້ນມາເວລາບໍລິສັດ Apple ດຳເນີນການທາງດ້ານກົດໝາຍຕໍ່ບໍລິ
ສັດ Samsung ທີ່ຖືກກ່າວຫາວ່າຮຽນແບບເທັກໂນໂລຈີທີ່ໃຊ້ຢູ່ນຳ iPhone ແລະ iPad ທີ່ໄດ້ຮັບຄວາມນິຍົມຊົມສູງຈາກປະຊາຊົນນັ້ນໃນການສ້າງໂທລະສັບ Smartphone ແລະ
ຄອມພິວເຕີ້​ທີ່ມີລັກສະນະຄ້າຍຄື iPad ນັ້ນ.

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາ ທີ່ເອີ້ນທ່ານ Jobs ວ່າເປັນນຶ່ງໃນພວກນັກ
ປະດິດຄິດສ້າງທີ່ຍິ່ງໃຫຍ່ຂອງອະເມຣິການັ້ນກ່າວວ່າ ອາດຈະບໍ່ມີການໄວ້ອາໄລໃດໆໃຫ້ແກ່
ສຳເລັດຂອງທ່ານ Steve Jobs ທີ່ຍິ່ງໃຫຍ່ຫຼາຍໄປກວ່າຄວາມຈິງທີ່ວ່າສ່ວນໃຫຍ່ຂອງໂລກ
ໄດ້ຮູ້ຂ່າວມໍລະນະກຳຂອງຜູ້ກ່ຽວຈາກອຸບປະກອນທີ່ທ່ານໄດ້ປະດິດຂຶ້ນມາ.

ພວກແຟນໆຂອງບໍລິສັດ Apple ໄດ້ໄປເຕົ້າໂຮມກັນທີ່ສຳນັກງານໃຫຍ່ຂອງບໍລິສັດທີ່ເມືອງ
Cupertino ໃນລັດCalifornia ໃນມື້ວັນວານນີ້ເພື່ອສະແດງຄວາມໂສກເສົ້າໄວ້ອາໄລຮ່ວມ
ກັນໃຫ້ແກ່ທ່ານ Steve Jobs ໃນຂະນະທີ່ແຟນໆຢູ່ໃນທົ່ວໂລກ ໄດ້ພາກັນສະແດງຄວາມ
ເສົ້າສະລົດໃຈ ຢູ່ຕາມເວັບໄຊທ໌ສື່ສັງຄົມຕ່າງໆ ເຊັ່ນ Twitter ແລະ Facebook. “iSad”
ແມ່ນຫົວຂໍ້ໃນການສົນທະນາໂອ້ລົມກັນທາງ Twitter ໃນຄືນວານນີ້.

ທ່ານ Tim Cook ທີ່ຫາກໍຖືກແຕ່ງຕັ້ງເມື່ອໄວໆມານີ້ໃຫ້ເປັນປະທານບໍລິຫານຂອງບໍລິສັດ Appleເພື່ອເຂົ້າຮັບຕຳແໜ່ງແທນທ່ານ Jobs ທີ່ລາອອກໃນເດືອນສິງຫາຜ່ານມານີ້ກ່າວວ່າ
ມູນເຊື້ອຂອງທ່ານ Jobs ແມ່ນຈະເປັນຜູ້ກໍ່ຕັ້ງບໍລິສັດ Apple ຕະຫຼອດການ.

ຂ່າວໄວ້ອາໄລທີ່ນຳອອກເຜີຍແຜ່ໂດຍເວັບໄຊທ໌ຂອງບໍລິສັດ Apple ນັ້ນກ່າວວ່າແຟນໆສາ ມາດສົ່ງອີແມລໄປຍັງບໍລິສັດໄດ້ທີ່ rememberingsteve@apple.com

ທ່ານ Jobs ອາຍຸ 56 ປີໄດ້ເຖິງແກ່ມໍລະນະກຳດ້ວຍຄວາມສະຫງົບໃນມື້ວັນພຸດວານນີ້ຢູ່ທີ່
ເຮືອນຂອງທ່ານແລະກໍຫ້ອມລ້ອມໄປດ້ວຍສະມາຊິກໃນຄອບຄົວ.

ເບິ່ງວີດີໂອລາຍງານກ່ຽວກັບປະຕິກິລິຍາຂອງໂລກ ຕໍ່ມໍລະນະກໍາຂອງທ່ານຈອບສ໌:

XS
SM
MD
LG