ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Steve Jobs ເຖິງແກ່ມໍລະນະກຳ (ເບິ່ງສະໄລດ໌ກັບວີດີໂອ)


ທ່ານ Steve Jobs ເຖິງແກ່ມໍລະນະກຳ (ເບິ່ງສະໄລດ໌ກັບວີດີໂອ)
ທ່ານ Steve Jobs ເຖິງແກ່ມໍລະນະກຳ (ເບິ່ງສະໄລດ໌ກັບວີດີໂອ)

ທ່ານ Steve Jobs ຜູ້ນຳຫົວປະດິດຄິດຄົ້ນຂອງບໍລິສັດ Apple ທີ່ພັດທະນາເຄື່ອງໃຊ້ອີ
ເລັກໂທຣນິກຕ່າງໆ ທີ່ໄດ້ປ່ຽນແປງອຸດສາຫະກຳດົນຕີຂອງໂລກ ໂທລະສັບມືຖືແລະຄອມ
ພິວເຕີ້ຂອງໂລກນັ້ນ ໄດ້ເຖິງແກ່ມໍລະນະກຳໃນມື້ວັນພຸດວານນີ້ ຮວມອາຍຸໄດ້ 56 ປີ.

ບໍລິສັດ Apple ກ່າວໃນຕອນແລງ ຂອງມື້ວັນພຸດວານນີ້ວ່າ ຕົນໄດ້ສູນເສຍອັດສະລິຍະ
ບຸກຄົນຜູ້ທີ່ມີຈິນຕະນາການແລະຫົວຄິດປະດິດສ້າງແລະໂລກຂອງເຮົາກໍໄດ້ສູນເສຍມະນຸດ ທີ່ມີຄວາມສາມາດແບບບໍ່ໜ້າເຊື່ອຄົນນຶ່ງ.

ທ່ານ Jobs ໄດ້ເປັນມະເຮັງໃນມ້າມຊະນິດນຶ່ງທີ່ບໍ່ຄ່ອຍ​ເຫັນ​ນັບແຕ່ປີ 2003 ເປັນຕົ້ນມາ ແລະທ່ານໄດ້ປ່ຽນຕັບໃໝ່ໃນປີ 2009. ທ່ານໄດ້ລາອອກຈາກຕຳແໜ່ງປະທານຄະນະບໍລິ
ຫານຂອງບໍລິສັດ Apple ໃນເດືອນສິງຫາປີນີ້ໂດຍເວົ້າວ່າ ທ່ານບໍ່ສາມາດປະຕິບັດໜ້າທີ່
ຂອງທ່ານໃນຖານະຫົວໜ້າບໍລິຫານງານຂອງບໍລິສັດເທັກໂນໂລຈີຍັກໃຫຍ່​ແຫ່ງ​ນັ້ນໄດ້ຕໍ່
ໄປອີກແລ້ວ.

ຄອບຄົວຂອງທ່ານ Jobs ເວົ້າວ່າ ທ່ານໄດ້​ສິ້ນ​ຊີວິດ​ລົງ​ຢ່າງສະຫງົບ ໃນມື້ວັນພຸດວານນີ້ ຫ້ອມລ້ອມໄປດ້ວຍພວກທີ່ທ່ານຮັກຢູ່ທີ່ເຮືອນຂອງທ່ານໃນເມືອງ Palo Alto ລັດ Cali-
fornia.

ທັນທີທີ່ໄດ້ຍິນຂ່າວການເຖິງແກ່ມໍລະນະກຳຂອງທ່ານຈອບ​ສ໌ ພວກຜູ້ນຳຂອງໂລກແລະ
ແຟນໆຕ່າງກໍໄດ້ພາກັນສະແດງຄວາມເສົ້າ​ເສຍໃຈ.

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາກ່າວວ່າ ທ່ານ Jobs ແມ່ນເປັນໂຕຢ່າງ
ຂອງມູນເຊື້ອຄວາມສະຫຼຽວສະຫຼາດຂອງຊາວອະເມຣິກັນ ແລະເອີ້ນທ່ານວ່າ ເປັນນຶ່ງໃນ ພວກນັກປະດິດຄິດຄົ້ນທີ່ຍິ່ງໃຫຍ່ສຸດຂອງອະເມຣິກາ.

ເວັບໄຊທ໌ຫຼາຍແຫ່ງໄດ້ກາຍເປັນບ່ອນໄວ້ທຸກສຳລັບທ່ານ Jobs ໃນຄືນວັນພຸດວານນີ້ຮວມ
ທັງເວັບໄຊທ໌ຂອງບໍລິສັດ Apple ເອງ. ໃນເວັບໄຊທ໌ຕາໜ່າງສັງຄົມ Twitter ນັ້ນ “iSad”
ແມ່ນເປັນຫົວຂໍ້​ໃຫຍ່ໃນການສົນທະນາໂອ້ລົມກັນ.

XS
SM
MD
LG