ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຝົນ​ທີ່​ຕົກ​ລົງ​ມາ ບໍ່​ຂາດ​ສາຍ ຊ່ວຍ​ດັບ​ໄຟ​ປ່າ ຢູ່​ລັດ​ຄາ​ລີ​ຟໍ​ເນຍ ແຕ່​ເຮັດ​ໃຫ້ ການ​ຊອກ​ຄົ້ນ​ຫາ ປະ​ສົ​ບຄວາມ​ຫຍຸ້ງ​ຍາກ


ຫຼັງ​ຈາກ​ໄດ້​ມີ​​ການ​ຊັກ​ຊ້າ​ເປັນ​ເວ​ລາ​ສັ້ນໆ ຍ້ອນ​ຝົນ​ຕົກ​ໜັກ ພວກ​ອາ​ສາ​ສະ​ໝັກ​ໄດ້​ເລີ້ມ​ພາ​ກັນ​ຊອກ​ຄົ້ນ​ຫາ ພວກ​ທີ່​ຫາ​ຍ​ສາບ​ສູນ​ຄືນ ອີກ ໃນ​ວັນ​ສຸກວານນີ້.
ຫຼັງ​ຈາກ​ໄດ້​ມີ​​ການ​ຊັກ​ຊ້າ​ເປັນ​ເວ​ລາ​ສັ້ນໆ ຍ້ອນ​ຝົນ​ຕົກ​ໜັກ ພວກ​ອາ​ສາ​ສະ​ໝັກ​ໄດ້​ເລີ້ມ​ພາ​ກັນ​ຊອກ​ຄົ້ນ​ຫາ ພວກ​ທີ່​ຫາ​ຍ​ສາບ​ສູນ​ຄືນ ອີກ ໃນ​ວັນ​ສຸກວານນີ້.

ຝົນ​ທີ່​ຕົກ​ລົງ​ມາ​ບໍ່​ຂາດ​ໄລ​ຍະໃນ​ພາກ​ເໜືອ​ລັດ​ຄາ​ລີ​ຟໍ​ເນຍ ໄດ້​ຊ່ວຍ​ໃນ​ການມອດ​ ໄຟ​ປ່າ​ທີ່​ຮ້າຍ​ແຮງ ແຕ່​ກໍ​ໄດ້​ເຮັດ​ໃຫ້​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຊອກ​ຫາ​ກະ​ດູກ​ຜູ້ເຄາະ​ຮ້າຍ ມີ​ຄວາມ​ຫຍຸ້ງ​ຍາກ​ຂຶ້ນ​ຕື່ມ.

ຝົນ​ທີ່​ຕົກ​ລົງ​ມາ ໃນ​ວັນ​ສຸກວານນີ້ ໄດ້​ເຮັດ​ໃຫ້​ຂີ້​ເທົ່າ​ຈາກ​ໄຟ​ປ່າ​ໃນ​ເມືອງ​ພາ​ຣາດາຍ​ສ໌ ກາຍ​ເປັນ​ຂີ້​ຕົມ ຊຶ່ງ​ເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງ​ຍາກ​ເພີ້ມ​ຂຶ້ນ​ໃນ​ການ​ຊອກ​ຫາຊາກ​ກະ​ດູກ​ຜູ້​ເຄາະ​ຮ້າຍ.

ພວກ​ກູ້​ໄພ​ພວມ​ຊອກ​ຄົ້ນ​ຫາ​ຮ່ອງ​ຮອຍ​ຕ່າງໆ​ຕາມ​ຊາກ​ໄຟ​ປ່າ ກ່ຽວ​ກັບ​ຜູ້​ຄົນ​ທີ່​ມີລາຍ​ງານ​ວ່າ ໄດ້​ຫາຍ​ສາ​ບ​ສູນ. ມີ​ອາ​ສາ​ສະ​ໝັກ 800 ກວ່າ​ຄົນ ພາ​ກັນ​ຊອກຄົ້ນ​ຫາ​ໃນ​ວັນ​ສຸກວານນີ້ ທັງໆ​ທີ່​ໄດ້​ມີ​ຝົນ​ຕົກ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ອັນ​ທີ່​ເອີ້ນ​ວ່າ “Camp Fire” ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ໄປ​ແລ້ວ 84 ຄົນ ແລ​ະ​ຫຼາຍກວ່າ 563 ຄົນ​ຍັງ​ຫາຍ​ສາບ​ສູນ.

ພວກ​ເຈົ້າ​ໜ້າ​ທີ່​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ ​ຢ່າງ​ເປັນ​ການ​ເປີດ​ເຜີຍເທື່ອ ກ່ຽວ​ກັບ​ວ່າ ​ມີ​ຜູ້ຫາຍ​ສາບ​ສູນ​ຫຼາຍ​ປານ​ໃດ ​ທີ່​ອາດ​ເສຍ​ຊີ​ວິດ​ໄປ​ແລ້ວ ແຕ່​ພວກ​ທີ່​ຢູ່​ໃນ​ເຫດ​ການບາງ​ຄົນ​ກ່າວ​ວ່າ ໂຕ​ເລກ​ຜູ້​ເສຍ​ຊີ​ວິດ​ຍັງ​ຈະ​ເພີ້ມ​ຂຶ້ນ​ຕື່ມ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ໄຟ​ປ່າ​ທັງ​ໝົດ​ເກືອບ​ຄວບ​ຄຸມ​ໄດ້​ແລ້ວ. ເຂົາ​ເຈົ້າ​ເວົ້າ​ວ່​າ ເວ​ລາ​ໃດ​ຝົນ​ເຊົາ​ຕົກ​ແລ້ວ ເຂົາ​ເຈົ້າ​ຈຶ່ງ​ຈະ​ສາ​ມາດ​ລົງ​ຄວາມ​ເຫັນ​ໄດ້​ວ່າ ໄດ້​ມອດ​ຢ່າງ​ແນ່​ນອນ​ແລ້ວ​ຫຼື​ບໍ່.

ໄຟ​ປ່າ Camp Fire ໄດ້​ໄໝ້ທີ່​ດິນ​ໃນ​ພື້ນ​ທີ່​ທັງໝົດ 62,000 ເຮັກ​ຕາ ​ແລະໄດ້ ທຳ​ລາຍ​ເຮືອນ​ຊານ​ຫຼາຍກວ່າ 13,600 ຫຼັງ​ແລ້ວ ນັບ​ແຕ່​ເລີ້ມ​ລຸກ​ໄໝ້​ເມື່ອ​ວັນ​ທີ 8 ພະ​ຈິກ​ເປັນ​ຕົ້ນ​ມາ.

ສ່ວນ​ໄຟ​ປ່າ​ຢູ່​ພາກ​ໃຕ້​ລັດ​ຄາ​ລີ​ຟໍ​ເນຍ ທີ່​ເຜົາ​ຜານ​ໃນ​ເຂດ​ມາ​ລີ​ບູນັ້ນ ເຮັດ​ໃຫ້ 3 ຄົນ​ເສຍ​ຊີ​ວິດ. ໃນ​ວັນ​ສຸກວານນີ້ມີ​ປະ​ຊາ​ຊົນ​ໃນ​ຈຳ​ນວນ​ຕື່ມ​ອີກໄດ້​ຮັບ​ອະ​ນຸ​ຍາດໃຫ້​ກັບ​ຄືນ​ໄປສູ່​ບ້ານ​ເຮືອນ​ເຂົາ​ເຈົ້າ ໃນ​ເຂດ​ເມືອງ​ມາ​ລີ​ບູ ​ໃນ​ຂະ​ນະ​ທີ່​ພວກ​ເຈົ້າໜ້າ​ທີ່​ກຳ​ລັງ​ສ້ອມ​ແປງ​ສາຍ​ໄຟ​ຟ້າ ໂທ​ລະ​ສັບ ແລະ​ທໍ່​ແກັ​ສ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG