ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປະກອບ ກິດຈະກຳຕ່າງໆ​ ຈະ​ຊ່ອຍ​ກະ​ຕຸ້ນ​ສະໝອງ ​ແລະ​ພາໃຫ້​ຫຼຸດ​ຄວາມ​ສ່ຽງ ຕໍ່​ການ​ເປັນ​ໂຣກຫຼົງ​ລືມ​ໄດ້


Staying Active Mentally Helps Protect Brain from Dementia
please wait

No media source currently available

0:00 0:02:01 0:00

ກິດຈະກຳອັນໃດກໍຕາມ ທີ່​ກະຕຸ້ນແນວຄິດ ຈະ​ສາມາດ ​ເຮັດ​ໃຫ້ສະໝອງ​ ​ຂອງຄົນເຮົາ
ແຫຼມຄົມດີໄປຕະຫຼອດ ​ຈົນເຖິງອາຍຸແກ່ຊະລາ. ນັກ​ຂ່າວ VOA Carol Pearson ​
ລາຍ​ງານມາໃຫ້ຊາບ ​ກ່ຽວກັບການ​ຄົ້ນ​ພົບ ​ຂອງ​ພວກ ນັກ​ວິ​ໄຈ ​ໃນ​ຫ້ອງ​ສຸກສາລາ
Mayo ​ໃນ​ລັດ Arizona ທີ່ບົ່ງ​ຊີ້ໃຫ້​ເຫັນ​ ເຖິງ ວີ​ທີ​ທາງ​ຕ່າງໆ ທີ່ຈະ​ຫຼຸດຜ່ອນ​ການເປັນ
​ໂຣກຫຼົງ​ລືມທີ່ບໍ່ຮ້າຍແຮງ ທີ່​ເອີ້ນ​ວ່າ mild Dementia ລົງ ຊຶ່ງ​ວັນນະສອນ ຈະ​ນຳເອົາ
​ລາຍ​ລະອຽດ​ມາສະ​ເໜີ​ທ່ານ​.

ການ​ອອກກຳລັງ​ກາຍ ການຫຼິ້ນເກມໝາກສັບສົນ ຫຼື puzzles ແລະການສັງສັນສັງຄົມ ແມ່ນລ້ວນແລ້ວແຕ່ເປັນສິ່ງ ທີ່​ພວກ​ນັກວິ​ໄຈ ກຳລັງ​ເບິ່ງເຫັນວ່າ ​ເປັນ​ວິທີທີ່​ຈະ​ເຮັດໃຫ້
ຜູ້ສູງອາຍຸ ຫຼີກເວັ້ນ​ຈາກໂຣກຫຼົງ​ລືມ. ການສຶກສາບາງອັນ ຈະເພັ່ງ​ເລັງ​ໃສ່ ການ​ອອກ
ກຳລັງ​ກາຍ ທີ່​ຈະ​ຊ່ອຍ​ເຮັດໃຫ້ເລືອດເດີນດີ ໄປສູ່​ສະໝອງ ​ແລ້ວຈະພາໃຫ້ມັນ​ປະຕິບັດ
ງານໄດ້ດີ ​ທັງທາງດ້ານ​ຮ່າງກາຍ​ແລະ​ຈິດໃຈ.

ສ່ວນການ​ສຶກສາ​ຄົ້ນ​ຄ້ວາ​ອື່ນໆ ແມ່ນສຸມຈິດສຸມໃຈໃສ່ກິດຈະກຳ​ທາງດ້ານ​ສະໝອງ.
ພວກ​ນັກວິ​ໄຈ​ທັງຫຼາຍ ໃນຫ້ອງ​ສຸກສາລາ Mayo ໄດ້​ພາກັນເອົາໃຈໃສ່ ​ ກິດຈະກຳ​ຕ່າງໆທີ່ພາໃຫ້ໃຊ້ສະໝອງ ເພື່ອຢາກຮູ້ວ່າ ມັນຈະ​ສາມາດຊ່ອຍ​ໃຫ້​ພວກ​ອາຍຸ​ສູງ
ທີ່​ວ່າ​ນີ້ ຫຼຸດຜ່ອນ​ຄວາມ​ສ່ຽງ​ທີ່ຈະເປັນ​ໂຣກຫຼົງ​ລືມ ຫຼືແມ່​ນແຕ່ ການ​ຫຼົງ​ລືມ​ແບບເລັກໆ
ນ້ອຍໆທີ່​ເອີ້ນ​ວ່າ mild cognitive impairment ຫຼື MCI ນັ້ນ.

ອາການ​ຂອງ MCI ບໍ່​ໄດ້​ກະທົບ​ວິຖີ​ຊີວິດ​ປະຈຳ​ວັນແຕ່ຢ່າງໃດ ​ແຕ່​ວ່າ ພວກ​ທີ່​ມີ​ອາການ
​ຂອງ​ໂຣກນີ້​ ​ຈະ​ມີ​ຄວາມ​ສ່ຽງ​ສູງ ​ຕໍ່​ການ​ທີ່ຈະເປັນໂຣກຫຼົງ​ລືມໜັກ Alzheimer.

ດຣ. Yonas Geda ຈິດຕະ​ແພດ ຈາກ​ຫ້ອງ​ສຸກສາລາ Mayo ກ່າວ​ວ່າ “ການ​ສຶກສາ​
ຄົ້ນ​ຄ້ວາ​ນີ້ ​ແມ່ນ​ສຳຄັນ​ຫຼາຍ​ ເພາະວ່າ ​ໂຣກຫຼົງ​ລືມລະດັບ​ຍ່ອມເຍົາ ຫຼື MCI ຖື​ວ່າ
ເປັນເລື່ອງ​ທຳມະດາສາມັນແທ້ໆ ເວລາພວກ​ເຮົາ​ເຖົ້າ​ແກ່ຊະລາລົງ. ພວກ​ເຮົາ​
ຈຳ​ເປັນຈະຕ້ອງຊອກຫາ​ວິທີ ທີ່ບໍ່​ແມ່ນເພສັດຊະກຳ ​ເພື່ອ​ຫຼຸດຜ່ອນ​ຄວາມ​ສ່ຽງ​ຕໍ່​ການ
ເປັນໂຣກ MCI ຫຼື dementia ນີ້​ລົງ​.”

ຈິດຕະ​ແພດ Geda ຈາກ​ຫ້ອງ​ສຸກສາລາ Mayo ນັກ​ຂຽນ​ຄູ່ ສຳລັບການ​ສຶກສາ​ຄົ້ນ​ຄ້ວາ
ຜູ້​ໃຫຍ່ 2 ພັນ ຄົນ ທີ່​ມີ​ສຸຂະພາບ​ແຂງ​ແຮງ ​ອາຍຸຕັ້ງແຕ່ 70 ຂຶ້ນໄປ ​ເພື່ອຢາກຮູ້ວ່າ
ການຫຼິ້ນ​ເກ​ມ ຍິບປັກຖັກ​ຮ້ອຍ ໃຊ້ຄອມ​ພິວ​ເຕີ ​ແລະ​ມີ​ກິດ

ຈະກຳ​ທາງ​ສັງຄົມຢ່າງຫ້າວຫັນ ຈະສາມາດຫຼຸດ​ຄວາມ​ສ່ຽງຕໍ່ການເປັນໂຣກ MCI
ໄດ້ຫຼືບໍ່​. ພວກ​ນັກວິ​ໄຈ​ທັງຫຼາຍເຫຼົ່ານີ້ ​ໄດ້​ຄົ້ນ​ພົບ​ວ່າ ກິດຈະກຳດັ່ງກ່າວ ​ເຖິງ​ແມ່ນ​ວ່າ
ຈະ​ເຖົ້າແກ່ຫຼາຍແລ້ວກໍ​ຕາມ ກໍຍັງຈະ​ຊ່ອຍ​ຫຼີກເວັ້ນ​ການ​ເປັນ​ໂຣກ MCI​ ໄດ້ຢູ່ ​
ເຖິງ​ແມ່ນ​ຈະຢູ່ໃນຈຳພວກ​ທີ່​ເປັນ​ໂຣກດັ່ງກ່າວ​ນີ້ ໂດຍ​ກຳມະພັນ​ກໍ​ຕາມ. ມີ​ພຽງ
ແຕ່ 15 ​ເປີ​ເຊັນ ຂອງ​ພວກ​ທີ່​ເຂົ້າ​ຮ່ວມ​ການ​ວິ​ໄຈນີ້ ພາກັນ​ເປັນໂຣກ MCI​ ​ໃນ​ເວລາ
ສະ​ເລ່ຍ 4 ປີ.

ຈິດຕະ​ແພດ Geda ກ່າວ​ວ່າ ​ກິດຈະກຳທາງ​ສະໝອງດັ່ງກ່າວ ບໍ່​ຈຳ​ເປັນ​ວ່າ​ຈະໃຫ້​ເປັນວຽກງານແບບພັກຜ່ອນຢ່ອນສະໝອງ ພຽງ​ແຕ່​ໃຫ້ມັນເປັນການອອກກຳລັງ​ກາຍ
​ທາງ​ສະໝອງກໍແລ້ວກັນ ໃຫ້ໄດ້ສັບປະດາ​ລະ2 ຫາ 3 ເທື່ອ ມັນກໍຈະຊ່ອຍ​ຫຼຸດຜ່ອນ
​ຄວາມ​ເຊື່ອມໂຊມຂອງສະໝອງຂອງທ່ານ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG