ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍລັດມີແຜນ ທີ່ຈະສົ່ງກຳລັງຮັກສາດິນແດນ ແລະ ຕຳຫຼວດ ໄປເຂດຊາຍແດນ ສະຫະລັດ ຕິດກັບເມັກຊິໂກ


ຜູ້ຍົກຍ້າຍຖິ່ນຖານຖືກກັກຕົວໂດຍເຈົ້າໜ້າທີ່ລາດຕະເວນເຂດຊາຍແດນ ສະຫະລັດ ຫຼັງຈາກໄດ້ຂ້າມເຂດຊາຍແດນ ເມັກຊິໂກ ເຂົ້າມາ ສະຫະລັດ ໃນເມືອງ ເປນິຕາສ, ລັດ ເທັກຊັສ, 8 ກໍລະກົດ, 2021.
ຜູ້ຍົກຍ້າຍຖິ່ນຖານຖືກກັກຕົວໂດຍເຈົ້າໜ້າທີ່ລາດຕະເວນເຂດຊາຍແດນ ສະຫະລັດ ຫຼັງຈາກໄດ້ຂ້າມເຂດຊາຍແດນ ເມັກຊິໂກ ເຂົ້າມາ ສະຫະລັດ ໃນເມືອງ ເປນິຕາສ, ລັດ ເທັກຊັສ, 8 ກໍລະກົດ, 2021.

ທ່າມກາງການເດີນທາງຮອດເຂດຊາຍແດນລະຫວ່າງ ສະຫະລັດ ກັບ ເມັກຊິ ໂກ ຂອງຜູ້ຍົກຍ້າຍຖິ່ນຖານທີ່ສູງເປັນປະຫວັດການນັ້ນ, ບັນດາລັດທີ່ນຳພາໂດຍພັກຣີພັບບລີກັນຫຼາຍລັດ ໄກເຖິງລັດ ດາໂກຕ້າໃຕ້ ນັ້ນແມ່ນກຳລັງກະກຽມທີ່ຈະສົ່ງໜ່ວຍກອງທະຫານຮັກສາດິນແດນ ໄປພາກພື້ນດັ່ງກ່າວຕາມຄຳຂໍຮ້ອງຂອງຜູ້ປົກຄອງລັດສັງກັດພັກຣີພັບບລີກັນໃນລັດ ເທັກຊັສ ແລະ ອາຣິໂຊນາ ຜູ້ທີ່ໄດ້ຕຳໜິຕິຕຽນລັດຖະບານຂອງທ່ານ ໄບເດັນ ຕໍ່ການຮັບມືກັບການເພີ່ມຂຶ້ນດັ່ງກ່າວ.

ເຖິງແມ່ນວ່າ ການຮ່ວມມື ລະຫວ່າງລັດ ກັບບັນດາເຈົ້າໜ້າທີ່ລັດຖະບານກາງ ກ່ຽວກັບ ການຄວບ ຄຸມເຂດຊາຍແດນ ແລະ ບັນຫາຄົນເຂົ້າເມືອງຈະບໍ່ແມ່ນສິ່ງທີ່ໃໝ່ກໍຕາມ, ຂອບເຂດທີ່ຄາດວ່າຈະມີການພົວພັນໂດຍລັດຕ່າງໆຂອງ ສະຫະລັດ ທີ່ຢູ່ຫ່າງໄກຈາກເຂດຊາຍແດນໃນພາກໃຕ້ນັ້ນ ແມ່ນຖືກພິຈາລະນາກັນຢ່າງກວ້າງຂວາງວ່າບໍ່ເຄີຍມີມາກ່ອນ.

ໃນບໍ່ເທົ່າໃດອາທິດທີ່ຜ່ານມາ, ລັດຕ່າງໆລວມມີລັດ ອາແຄນຊໍ, ຟລໍຣິດາ, ໄອໂອວາ, ເນບຣາສກາ, ໂອໄຮໂອ, ດາໂກຕ້າໃຕ້ ແລະ ວິສຄອນຊິນໄດ້ ປະກາດແຜນການທີ່ຈະສົ່ງກອງທະຫານຮັກ ສາດິນແດນ ຫຼື ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍໄປປະຕິບັດງານຕາມເຂດຊາຍແດນພາກໃຕ້.

ບົດບາດທີ່ໜ່ວຍດັ່ງກ່າວສາມາດເຮັດ ແລະ ໜ້າທີ່ທີ່ເຂົາເຈົ້າຈະປະຕິບັດແມ່ນຍັງຕ້ອງລໍຖ້າເບິ່ງຕໍ່ໄປ ແລະ ອາດເປັນຈຸດໂຕ້ຖຽງກັນ. ບັນດານັກຊ່ຽວຊານດ້ານກົດໝາຍໄດ້ກ່າວຕໍ່ວີໂອເອວ່າ ອຳ ນາດທີ່ຈະບັງຄັບໃຊ້ກົດໝາຍຄົນເຂົ້າເມືອງແມ່ນ “ເກືອບວ່າມີຈຳກັດເປັນພິເສດ” ສຳລັບລັດຖະ ບານກາງ ແຕ່ບໍ່ແມ່ນກັບບັນຫາທາງທະຫານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG