ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

16 ລັດ ໃນ ສະຫະລັດ ຍື່ນຟ້ອງ ຕໍ່ ປ. ທຣຳ ກ່ຽວກັບການປະກາດ ພາວະສຸກເສີນແຫ່ງຊາດ


ປະທານາທິບໍດີ ດໍໂນລ ທຣຳ ຍົກກຳປັ້ນ ໃຫ້ແກ່ຜູ້ຊົມເບິ່ງ ໃນຂະນະທີ່ ທ່ານຍ່າງໄປຫ້ອງການໂອໂວລ ຫຼັງຈາກທີ່ໄດ້ ປະກາດພາວະສຸກເສີນແຫ່ງຊາດ ເພື່ອທີ່ຈະສ້າງກຳແພງ ຢູ່ເລາະຕາມເຂດຊາຍແດນທາງພາກໃຕ້ , ວັນທີ 15 ກຸມພາ 2019, ຢູ່ທີ່ ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ຍົກກຳປັ້ນ ໃຫ້ແກ່ຜູ້ຊົມເບິ່ງ ໃນຂະນະທີ່ ທ່ານຍ່າງໄປຫ້ອງການໂອໂວລ ຫຼັງຈາກທີ່ໄດ້ ປະກາດພາວະສຸກເສີນແຫ່ງຊາດ ເພື່ອທີ່ຈະສ້າງກຳແພງ ຢູ່ເລາະຕາມເຂດຊາຍແດນທາງພາກໃຕ້ , ວັນທີ 15 ກຸມພາ 2019, ຢູ່ທີ່ ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ.

ສິບຫົກລັດ ໃນສະຫະລັດ ກຳລັງຟ້ອງ ລັດຖະບານທ່ານທຣຳ ກ່ຽວກັບ ການປະກາດ
ພາວະສຸກເສີນແຫ່ງຊາດຂອງທ່ານປະທານາທິບໍດີ ເພື່ອທີ່ທ່ານຈະສາມາດນຳເອົາເງິນ
ງົບປະມານບ່ອນອື່ນ ມາສ້າງກຳແພງຢູ່ຊາຍແດນ.

ບັນດາຫົວ​ໜ້າດ້ານ​ຍຸ​ຕິ​ທຳຂອງລັດ ນຳໜ້າໂດຍ ລັດຄາລີຟໍເນຍ ໄດ້ຢື່ນຟ້ອງ ເມື່ອຕອນ
ແລງວັນຈັນວານນີ້ ຕໍ່ສານຊັ້ນຕົ້ນສະຫະລັດ ສຳລັບເຂດພາກເໜືອ ຂອງລັດຄາລີຟໍເນຍ.

ສຳ​ນວນຟ້ອງດັ່ງກ່າວ ອ້າງວ່າ ການປະກາດພາວະສຸກເສີນນັ້ນ ແມ່ນບໍ່ຖືກຕ້ອງຕາມ
​ກົດ​ໝາຍ ແລະ​ຂັດ​ຕໍ່ລັດຖະທຳມະນູນ ແລະວ່າມັນເຮັດໃຫ້ລັດທັງຫຼາຍ ແລະພົນລະ
ເມືອງຂອງລັດນັ້ນ ເສຍຫາຍ ດ້ວຍການເອົາເງິນອອກຈາກ ໂຄງການຕໍ່ຕ້ານຢາເສບຕິດ
ໂຄງການກໍ່ສ້າງຂອງກອງທັບຕ່າງໆ ແລະ ຄວາມພະຍາຍາມອື່ນໆ ເພື່ອພິທັກກົດໝາຍ
ຂອງເຈົ້າໜ້າທີ່ຕຳຫຼວດ ໄປ​ໃຊ້​ໃນ​ການ​ສ້າງ​ກຳ​ແພງ.

ສຳ​ນວນຟ້ອງ ຂໍໃຫ້ສານຫ້າມລັດຖະບານທ່ານທຣຳ ຢ່າງ​ເປັນ​ການຖາວອນ ບໍ່ໃຫ້ຍົກ
ຍ້າຍງົບປະມານ ຈາກບ່ອນອື່ນໃນລັດຖະບານ ເພື່ອໄປໃຊ້ໃນການກໍ່ສ້າງກຳແພງຢູ່
ຊາຍແດນ ຫຼື ເພື່ອສ້າງກຳແພງ ໂດຍປາດສະຈາກ ການ​ອະ​ນຸ​ມັດ ງົບປະ​ມານ​ໃຫ້
ໂດຍລັດຖະສະພາ ສຳລັບວັດຖຸປະສົງ ອັນນັ້ນ.

ຫົວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳ ລັດຄາລີຟໍເນຍ ທ່ານ ອາວີແອຣ ເບີແຊຣ, ຂວາ, ຄຽງຂ້າງດ້ວຍ ຜູ້ປົກຄອງລັດ ທ່ານ ແກບວິນ ນິວຊຳ, ວັນທີ 15 ກຸມພາ 2019, ໃນນະຄອນ ຊາກຣາເມັນໂຕ ລັດຄາລີຟໍເນຍ.
ຫົວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳ ລັດຄາລີຟໍເນຍ ທ່ານ ອາວີແອຣ ເບີແຊຣ, ຂວາ, ຄຽງຂ້າງດ້ວຍ ຜູ້ປົກຄອງລັດ ທ່ານ ແກບວິນ ນິວຊຳ, ວັນທີ 15 ກຸມພາ 2019, ໃນນະຄອນ ຊາກຣາເມັນໂຕ ລັດຄາລີຟໍເນຍ.

“ປະທານາທິບໍດີ ທຣຳ ປະຕິບັດກົດໝາຍ ດ້ວຍ​ການ​ບໍ່​ໃຫ້​ຄວາມ​ເຄົາລົບ​ເປັນທີ່ສຸດ
ເລີຍ”
ນັ້ນແມ່ນຄຳເວົ້າ ຂອງຫົວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳ ລັດຄາລີຟໍເນຍ ທ່ານ ອາວີແອຣ
ເບີແຊຣາທີ່ໄດ້ກ່າວໄປແລະທ່ານກ່າວຕື່ມອີກວ່າ “ເພິ່ນຮູ້ວ່າ ບໍ່ມີວິກິດການໃດເລີຍຢູ່
ຊາຍ. ເພິ່ນຮູ້ວ່າ ການປະກາດພາວະສຸກເສີນແມ່ນບໍ່ມີເຫດຜົນແລະເພິ່ນກໍຍອມຮັບ
ວ່າ ເປັນໄປໄດ້ສູງ ທີ່ເພິ່ນຈະເສຍໄຊ ຄະດີນີ້ ຢູ່ໃນສານ.”

ທ່ານ ເບີແຊຣາ ໄດ້ກ່າວຫາ ທ່ານທຣຳ ກຳລັງສ້າງ “ລະຄອນ” ແລະປະກາດໂຄສະນາ
ຢ່າງໃຫຍ່ ກ່ຽວກັບວິກິດການ ຍ້ອນວ່າທ່ານບໍ່ສາມາດເຮັດໃຫ້ ລັດຖະສະພາ ຫຼື ເມັກຊິ
ໂກ ຈ່າຍຄ່າກຳແພງໄດ້.

ກຸ່ມປົກປ້ອງສະພາບແວດລ້ອມ ແລະເຈົ້າຂອງທີ່ດິນ 3 ທ່ານ ໃນລັດເທັກຊັສ ຊຶ່ງທີ່ດິນ
ຂອງພວກເຂົາເຈົ້າ ຈະມີ​ການ​ສ້າງກຳແພງໃສ່ນັ້ນ ໄດ້ຍື່ີນຟ້ອງ ໄປແລ້ວ.

ທຳນຽບຂາວ ຍັງບໍ່ທັນໃຫ້ຄຳຕອບເທື່ອ ຕໍ່ການຟ້ອງຮ້ອງ ຂອງລັດຕ່າງໆດັ່ງ ກ່າວ. ແຕ່
ທຳນຽບຂາວ ໄດ້ຄາດການໄວ້ລ່ວງ​ໜ້າແລ້ວວ່າ ຈະມີການທ້າທາຍ ໃນສານ ຕໍ່ການປະ
ກາດ ພາວະສຸກເສີນນັ້ນ.

ສ່ວນທ່ານທຣຳ ໄດ້ກ່າວວ່າ ທ່ານປະກາດພາວະສຸກເສີນແຫ່ງຊາດ ຍ້ອນວ່າ ທ່ານບໍ່ພໍ
ໃຈ ກັບຈຳນວນເງິນ ທີ່ລັດຖະສະພາ ໄດ້ອະນຸມັດໃຫ້ ສຳລັບການຮັກສາຄວາມປອດໄພ
ຢູ່ຊາຍແດນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG