ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານໂຄ​ລິນ ພາວ ຫົວ​ໜ້ານັກ​ການ​ທູດ​ ແລະ​ຜູ້​ນຳ​ທາງ​ຫະ​ຫານຂອງ ສ​ຫລ ເສຍ ​ຊີ​ວິດ​ໄປ ລວມ​ອາຍ​ຍຸ​ໄດ້ 84 ປີ


ໂຄ​ລິນ ໂພ​ແວ​ລ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຕອນນັ້ນ​ກ່າວ​ຢູ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ, ວັນ​ທີ 17 ກັນ​ຍາ, 2001
ໂຄ​ລິນ ໂພ​ແວ​ລ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຕອນນັ້ນ​ກ່າວ​ຢູ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ, ວັນ​ທີ 17 ກັນ​ຍາ, 2001

ນາຍພົນໂຄ​ລິນ ພາວ (Colin Powell), ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ທີ່​ເປັນ​ຄົນ​ຜິວ​ດຳ​ຜູ້​ທຳ​ອິດຂອງ​ສະ​ຫະ​ລັດ ແລະ​ເປັນ​ອະ​ດີດ​ປະ​ທານ​ເສ​ນາ​ທິ​ການ​ຮ່ວມກອງ​ທັບ ໄດ້​ເສຍ​ຊີ​ວິດ​ໄປ​ໃນ​ວັນ​ຈັນ​ວານນີ້ ຍ້ອນ​ອາ​ການ​ແຊກ​ຊ້ອນ​ຂອງພະ​ຍາດໂຄວິດ-19. ທ່ານ​ລວມ​ອາ​ຍຸ​ໄດ້ 84 ປີ.

ຄອບຄົວຂອງທ່ານໄດ້ປະກາດການເສຍຊີວິດຂອງທ່ານຜ່ານການຂຽນ​ລົງທາງ​ເຟ​ສ​ບຸກ (Facebook) ໂດຍກ່າວວ່າ "ພວກເຮົາໄດ້ສູນເສຍຜົວ, ພໍ່, ພໍ່ຕູ້ ແລະ ຄົນອາເມຣິກັນຜູ້ດີ​ເລີດໄປ​ແລ້​ວ."

ຄອບຄົວຂອງ​ທ່ານກ່າວວ່າ ທ່ານ​ ພາວ ໄດ້ຮັບການສັກຢາປ້ອງກັນເຊື້ອໄວຣັສ ຄົບ​ຖ້ວນ. ເຂົາເຈົ້າໄດ້ຂອບໃຈພະນັກງານແພດຢູ່ສູນການແພດແຫ່ງຊາດ ວອ​ລ​ເທີ ຣີດ (Walter Reed) ຢູ່ນອກນະຄອນຫຼວງວໍຊິງຕັນ “ສໍາລັບການປິ່ນປົວ ທີ່ໃຫ້ຄວາມເອົາໃຈໃສ່ຂອງເຂົາເຈົ້າ” ໃນຫລາຍວັນສຸດທ້າຍ ຂອງຊີ​ວິດທ່ານ.

ອົງ​ການ​ຂ່າວ​ຂອງ​ສະ​ຫະ​ລັດທັງ​ຫລາຍລາຍງານວ່າ ທ່ານ​ ພາວ ເປັນ​ມະເຮັງ​ໃນ​ໄຂ​ກະ​ດູກຫຼາຍຊະນິດ, ເປັນມະເຮັງເມັດເລືອດຂາວທີ່ສະກັດກັ້ນ ການຕອບ ໂຕ້ຂອງພູມຕ້ານ​ທານຂອງຮ່າງກາຍ. ເຖິງແມ່ນວ່າຈະໄດ້ຮັບການສັກຢາວັກຊີນຢ່າງຄົບຖ້ວນເພື່ອປ້ອງກັນ COVID-19, ຊຶ່ງ​ເປັນພະຍາດເກີດມາຈາກໄວຣັສໂຄໂຣນາກໍ​ຕາມ, ຄົນທີ່ບໍ່ມີພູມຕ້ານທານແມ່ນມີຄວາມສ່ຽງ ຫຼາຍກວ່າຄົນ​ທີ່​ມີ.

ທ່ານ ພາວ ເປັນນັກການທູດລະດັບສູງສຸດຂອງປະເທດ ແຕ່ປີ 2001 ຫາ 2005 ໃນລະຫວ່າງ​ສະ​ໄໝທຳ​ອິດ​ຂອງ​ຄະ​ນະ​ລັດ​ຖະ​ບານປະທານາທິບໍດີຈອ​ຣ​ຈ໌ ດັບ​ເບິນ​ຢູ ບູ​ສ (George W. Bush) ທີ່ສັງ​ກັດພັກຣີ​ພັບບ​ລິ​ກັນ.

ໃນການສະແດງຄວາມເຄົາລົບຕໍ່​ທ່ານນັ້ນ, ທ່ານບູ​ສ ກ່າວວ່າ ທ່ານແລະອະດີດ ສະຕີໝາຍເລກນຶ່ງລໍ​ຣາ ບູ​ສ (Laura Bush) “ມີຄວາມເສົ້າສະຫຼົດໃຈຢ່າງ ຍິ່ງ” ຕໍ່ການເສຍ​ຊີ​ວີດຂອງທ່ານ ພາວ.

ທ່ານ ບູ​ສ ກ່າວວ່າ “ທ່ານເປັນລັດຖະກອນທີ່ດີ, ໂດຍເລີ່ມແຕ່ເວລາທີ່ທ່ານໄປເປັນ ທະຫານຢູ່ໃນຫວຽດນາມ.” “ປະທານາທິບໍດີຫຼາຍຄົນໄດ້ອີງອາໄສຕໍ່ຄຳແນະນຳ ແລະປະສົບການຂອງນາຍພົນພາວ. ທ່ານເປັນຜູ້ທີ່ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກປະທານາທິບໍດີ​ທັງຫລາຍຈົນວ່າ ທ່ານໄດ້ຮັບຫຼຽນໄຊແຫ່ງອິດສະລະ ພາບຈາກປະທານາທິບໍດີ - ສອງເທື່ອ. ທ່ານໄດ້ຮັບການເຄົາລົບນັບຖືຢ່າງສູງ ທັງຢູ່​ພາຍໃນ ແລະຕ່າງປະເທດ.”

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບ​ເດັນເອີ້ນທ່ານ ພາວ ວ່າ “ເປັນຜູ້ຮັກ ຊາດທີ່ມີກຽດແລະມີສັກສີ ແບບຫາໃຜທຽບບໍ່ໄດ້.”

ທ່ານໄບ​ເດັນກ່າວອີກວ່າ “ທ່ານໂຄ​ລິນເປັນຕົ້ນ​ແບບອັນສູງສຸດທັງດ້ານການ​ເປັນ ນັກລົບແລະນັກການທູດ. ທ່ານມີຄວາມມຸ້ງໝັ້ນຕໍ່ຄວາມເຂັ້ມແຂງ ແລະ ຄວາມ ປອດໄພຂອງປະເທດຊາດຂອງພວກເຮົາ ເໜືອກວ່າສິ່ງ​ໃດ​ໝົດ. ໂດຍໄດ້​ໄປຕໍ່ ສູ້ໃນສົງຄາມ, ທ່ານເຂົ້າໃຈດີກ່ວາວ່າ ການ​ໃຊ້ທາງທະຫານຢ່າງດຽວອາດຈະບໍ່ ພຽງພໍ ເພື່ອຮັກສາສັນຕິພາບ ແລະຄວາມຈະເລີນຮຸ່ງເຮືອງ ຂອງພວກເຮົາ.”

ອ່ານ​ຂ່າວນີ້​ເພີ້ມ​ເ​ປັນ​ພາ​ສາ​ອັງ​ກິດ

XS
SM
MD
LG