ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ຊາວໂຣຮິງຢາ ເປັນບັນຫາທ້າທາຍ ຕໍ່ ລັດຖະບານໃໝ່ ຂອງມຽນມາ


ຊາວມຸສລິມໂຣຮິງຢາ ໃນມຽນມາ ນັ່ງຕິດກັບພື້ນ ທີ່ສູນອົບພະຍົບ Da Paing ທາງເໜືອເມືອງ Sittwe ໃນລັດ Rakhine ໃນພາກຕາເວັນຕົກ ຂອງມຽນມາ.

ອົງການ​ສະຫະ​ປະຊາ​ຊາດ​ໃຫ້​ເວລາ​ 100 ວັນ ແກ່​ລັດຖະບານ​ພົນລະ​ເຮືອນ​ຊຸດ​ໃໝ່​ທີ່​ຫາ ​ກໍ​ເຂົ້າກຳ​ອຳນາດຂອງ​ມຽນມາພາຍ​ໃຕ້ການ​ນຳພາພັກ​ສັນນິບາດ​ແຫ່ງ​ຊາດຂອງທ່ານ​ນາງ​ ອອງຊານ ຊູຈີ ​ເພື່ອ​ປັບປຸງ​ສະພາບ​ການເປັນ​ຢູ່​ ຂອງ​ພວກປະຊາ​ຄົມ​ກຸ່ມ​ນ້ອຍ​ໂຣຮິງຢາ​ຢູ່​ໃນ​ປະ​ເທດ​ດັ່ງກ່າວ. ​ແຕ່​ຍັງ​ມີ​ຄວາມ​ສົງ​ໄສ​ຢູ່​ກ່ຽວກັບ​ຄວາມ​ສາມາດ​ຂອງ​ລັດຖະບານ​ຊຸດ​ໃໝ່ ​ໃນ​ການ​ທີ່​ຈະ​ດຳ​ເນີນ​ການ​ດັ່ງກ່າວ​ໄດ້.

​ໃນ​ວັນ​ອັງຄານ​ແລ້ວນີ້ ລັດຖະບານ​ເຄິ່ງທະຫານ​ທີ່ຫາ​ກໍ​ພົ້ນຈາກ​ຕຳ​ແໜ່​ງ​ໄດ້​ຍົກ​ເລີກ​ການ​ປະກາດ​ພາວະ​ສຸ​ກ​ເສີນ​ເປັນ​ເວລາ​ເກືອບ 4 ປີ ທີ່​ລັດຣາ​ໄຄ​ນ໌ບ່ອນ​ທີ່ຊາວ​ໂຣຮິງ​ຢາ​ໄດ້​ຖືກ​ປະຕິ​ເສດ​ບໍ່​ໃຫ້​ໄດ້​ຮັບ​ສັນ​ຊາດ​ໃນ​ເວລາ​ນີ້ແລະ​ກ່າວ​ວ່າ​ເຂົາເຈົ້າ​ໄດ້​ຖືກ​ປະ​ຫັດ​ປະຫານ.

ຊາວ​ໂຣຮິງຢາ ​ບໍ່​ສາມາດ​ເດີນທາງ​ໄປມາ​ໄດ້​ຢ່າງ​ເສລີ​ຢູ່​ໃນ​ມຽນມາ ບໍ່​ສາມາດ​ແຕ່ງງານ​ຫຼື
​ມີ​ລູກ​ໄດ້ ຖ້ຫາກ​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ເຈົ້າໜ້າ​ທີ່ແລະ​ສ່ວນ​ໃຫຍ່ແມ່ນ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ໄດ້​ຮັບ​ການ​ສຶກສາຂັ້ນສູງ​ ແລະ​ປະ​ເຊີນ​ກັບ​ການ​ຂົ່ມຂູ່ເປັນປະຈຳຕໍ່​ການ​ກໍ່​ຄວາມ​ຮຸນ​ແຮງ ​ໃນ​ຂະນະ​ທີ່​ພວກ​ຊາວ​ພຸດຫົວ​ຮຸນ​ແຮງ​ຈັ​ດ​ໄດ້ຮັບ​ແຮງສະໜັບສະ​ໜຸນ​ເພີ້ມຂຶ້ນ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ​ໃນ​ມື້ວັນ​ພຸດ​ຜ່ານ​ມານີ້ ​ໄດ້ຮຽກຮ້ອງ​ໃຫ້​ປະທານາທິບໍດີ Htin Kyaw ຄ້ຳປະກັນ​ວ່າ ການ​ຍົກ​ເລີກ​ພາວະ​ສຸກ​ເສີນຈະ​ໝາຍ​ເຖິງ​ການ​ປັບປຸງ​ທີ່​ແທ້​ຈິງກ່ຽວ​ກັບ​ການ​ເຄົາລົບ​ນັບຖື​ສິດທິ​ຂອງພວກ​ຊົນ​ກຸ່ມ​ນ້ອຍທີ່​ລັດຣາ​ໄຄ​ນ໌ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ນັ້ນ.

XS
SM
MD
LG