ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ນັກຂ່າວ ໜັງສືພິມ Washington Post ຖືກຕັດສິນ ລົງ​ໂທດ​ໃນ ອີຣ່ານ


ນາງ Mary Rezaian, ຂວາ, ແມ່ຂອງນັກຂ່າວ Washington Post ທີ່ຖືກຈັບກຸມ ທ້າວ Jason Rezaian, ແລະ ພັນລະຍາ ນາງ Yeganeh ຍ່າງອອກຈາກສານປະຕິວັດ ໃນນະຄອນຫຼວງ ເທເຮຣານ, ອີຣ່ານ. 10 ສິງຫາ, 2015.

​ໂທລະພາບ​ລັດຖະບານ ອີຣ່ານ ລາຍ​ງານ​ໃນ​ຕອນ​ແລງ​ວັນ ອາທິດ​ວານ​ນີ້​ວ່າ ນັກ​ໜັງສືພິມ Washington Post ທ້າວ Jason Rezaian ​ໄດ້​ຖືກ​ຕັດສິນ​ລົງ​ໂທດ​ເຊິ່ງລວມມີ​ການ​ເຄື່ອນ​ໄຫວສອດ​ແນມນຳ.

ການ​ລາຍ​ງານ​ໄດ້​ອ້າ​ງອີງ​ເຖິງ​ໂຄສົກ​ກະຊວງ​ຍຸດຕິ​ທຳ ທ່ານ Gholam Hossein Mohseni Ejehi, ​ແຕ່​ບໍ່​ໄດ້​ລວມ​ເອົາ​ຂໍ່​ມູນ​ໃດ​ກ່ຽວ​ກັບ​ການ​ການ​ຕັດ​ສິນ​ລົງໂທດດັ່ງກ່າວ ພຽງ​ແຕ່​ບອກວ່າ ທ້າວ Rezaian ​ແລະ ທະນາຍຄວາມ​ຂອງ​ລາວ ​ແມ່ນ​ສາມາດ​ຍື່ນອຸ ທອນການ​ພິພາກສາ​ໄດ້​ພາຍ​ໃນ 20 ມື້​ເທົ້າ​ນັ້ນ.

ທ້າວ Jason Rezaian, ນັກ​ຂ່າວ​ ອາ​ເມຣິກາ ​ເຊື້ອ​ສາຍ ອີຣ່ານ ​ສຳລັບ​ໜັງສືພິມ Washington Post, ຍິ້ມ​ໃນ​ຂະນະ​ທີ່​ລາວ​ເຂົ້າຮ່ວມ​ການໂຄສະນາ​ການ​ເລືອກ​ຕັ້ງ​ໂຄສະນາ​ຫາ​ສຽງ ຂອງ​ປະທານາທິບໍດີ Hassan Rouhani ​ໃນ​ນະ​ຄອນ​ຫຼວງ ​ເທ​ເຮຣານ, 11 ​ເມສາ, 2013.
ທ້າວ Jason Rezaian, ນັກ​ຂ່າວ​ ອາ​ເມຣິກາ ​ເຊື້ອ​ສາຍ ອີຣ່ານ ​ສຳລັບ​ໜັງສືພິມ Washington Post, ຍິ້ມ​ໃນ​ຂະນະ​ທີ່​ລາວ​ເຂົ້າຮ່ວມ​ການໂຄສະນາ​ການ​ເລືອກ​ຕັ້ງ​ໂຄສະນາ​ຫາ​ສຽງ ຂອງ​ປະທານາທິບໍດີ Hassan Rouhani ​ໃນ​ນະ​ຄອນ​ຫຼວງ ​ເທ​ເຮຣານ, 11 ​ເມສາ, 2013.

ທະນາຍຄວາມ​ຂອງ​ທ້າວ Rezaian ຍັງບໍ່​ໄດ້​ຢືນຢັນ​ການ​ພິພາກສາ ຫຼື​ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ລາຍ​ງາ​ນດັ່ງກ່າວ.

ທ້າວ Rezaian ​ໄດ້​ເຮັດ​ວຽກໃຫ້ໜັງສືພິມ The Washington Post ​ໃນ ອີຣ່ານ ຕັ້ງ​ແຕ່​ປີ 2012 ກ່ອນ​ລາວ​ຖືກ​ຈັບ​ໃນ​ປີ 2014 ​ແລະ ​ໄດ້​ຖືກ​ຈັບ​ໄວ້​ໂດຍ​ບໍ່​ມີ​ຂໍ້​ກ່າວ​ຫາຢ່າງ​ເປັນ​ທາງ​ການ​ໃດໆ. ​ບັນດາ​ເຈົ້າ​ໜ້າ​ທີ່ ອີຣ່ານ ຍັງ​ໄດ້​ຈັບ​ກຸມ​ພັນ​ລະ​ຍາ​ຂອງ​ລາວ, ນາງ Yeganeh Salehi, ​ພ້ອມຄົນ​ອື່ນອີກ​ສອງຄົນ.​ ນາງ Salehi ກໍ​ເປັນ​ນັກ​ຂ່າວ​ເຊັ່ນ​ກັນ, ​ແລະ​ໄດ້​ຖືກ​ປ່ອຍ​ໂຕນັບ​ຕັ້ງແຕ່​ນັ້ນ​ມາ, ​ແຕ່​ວ່າທ້າວ Rezaian ຍັງ​ຖືກ​ກັກ​ຂັງ​ໄວ້​ໃນ​ຄຸກ​ຢູ່.

ບັນນາທິການ​ ບໍລິຫານ​ຂອງ​ໜັງສືພິມ Washington Post ທ່ານ Martin Baron ​ໄດ້​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ໜັງສືພິມ​ຂອງ​ຕົນ​ມີ​ຄວາມ​ຮູ້ສຶກ​ດີກ່ຽວກັບ​ການ​ປະກາດ​ຄຳ​ຕັດສິນ​ລົງ​ໂທດ​ ​ໃນເບື້ອງ​ຕົ້ນ​ຂອງ ອີຣ່ານ, ​ເຊິ່ງທ່ານ​ເອີ້ນ​ວ່າ “ບໍ່​ກະຈ່າງ​ແຈ້ງ ​ແລະ ​ສັບສົນ.”

ທ່ານ Baron ​ໄດ້ກ່າວ​ວ່າ “ມັນ​ຍັງ​ບໍ່​ກະຈ່າງ​ແຈ້ງ​ເ​ທື່ອວ່າ ການ​ຕັດສິນ​ໃນ​ຄັ້ງ​ນີ້ແມ່ນ ລວມ​ເອົາ​ຄຳ​ພິພາກສາ ຫຼື ການ​ລົງ​ໂທດ ຫຼື​ ​ແມ່ນ​ກະທັ້ງ​ເນື້ອ​ຫາ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຕິດ​ຕໍ່​ສື່ສານ​ກັບທ້າວ Jason ຫຼື ທະນາຍຄວາມ​ຂອງ​ລາວຫຼື​ບໍ່. ທ້າວ Jason ​ແມ່ນຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ທີ່​ໄດ້​ຖືກ​ຈັບໂດຍ​ບໍ່​ມີ​ສາ​ເຫດ, ຖືກ​ກັກ​ຂັງ​ຢ່າງ​ໂດດດ່ຽວ​ເປັນ​ເວລາ​ຫຼາຍ​ເດືອນ, ​ໂດຍ​ບໍ່​ສາມາດ​ເຂົ້າ​ເຖິງ​ທະນາຍຄວາມ, ​ໄດ້​ຮັບ​ການ​ທໍລະມານ​ທາງ​ຮ່າງ​ກາຍ ​ແລະ ຂົ່ມ​ເຫັງ​ທາງ​ຈິດ​ໃຈ.”

ອີຣ່ານ ​ແລະ ສະຫະລັດ ​ບໍ່​ໄດ້​ມີ​ສາຍ​ພົວພັນ​ທາງ​ການ​ທູດ​ນຳ​ກັນມາ​ຕັ້ງ​ແຕ່​ປີ 1980.

Iran US Journalist
please wait
Embed

No media source currently available

0:00 0:00:53 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG