ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ກ່າວວ່າ ມີຂໍ້ຕົກລົງແລ້ວ ສຳລັບ ພວກຕໍ່ຕ້ານ ລັດຖະບານຊີເຣຍ ເພື່ອໃຫ້ຍ້າຍ ອອກຈາກເຂດກູຕາ


ຊາຍຄົນນຶ່ງ ພ້ອມກັບລົດຖີບຂອງລາວ ຢູ່ຈຸດທີ່ຖືກທຳລາຍ ໃນເມືອງດູມາ ທີ່ຖືກປິດລ້ອມ ຢູ່ໃນເຂດກູຕາຕາເວັນອອກ ໃກ້ໆກັບນະຄອນຫຼວງ ດາມາສກັສ ຂອງຊີເຣຍ, ວັນທີ 30 ມີນາ 2018.
ຊາຍຄົນນຶ່ງ ພ້ອມກັບລົດຖີບຂອງລາວ ຢູ່ຈຸດທີ່ຖືກທຳລາຍ ໃນເມືອງດູມາ ທີ່ຖືກປິດລ້ອມ ຢູ່ໃນເຂດກູຕາຕາເວັນອອກ ໃກ້ໆກັບນະຄອນຫຼວງ ດາມາສກັສ ຂອງຊີເຣຍ, ວັນທີ 30 ມີນາ 2018.

ກອງທັບຂອງຣັດເຊຍ ກ່າວວ່າ ມີການຕົກລົງກັນໃນເບື້ອງຕົ້ນ ສຳລັບ ພວກນັກລົບ
ຕໍ່ຕ້ານລັດຖະບານຂອງຊີເຣຍ ເພື່ອໃຫ້ຖອນກຳລັງອອກຈາກພື້ນທີ່ ທາງພາກຕາເວັນ
ອອກຂອງເມືອງກູຕາ ທີ່ຍັງຫລົງເຫຼືອ ຢູ່ໃນການຄວບຄຸມຂອງພວກເຂົາເຈົ້າ.

ນີ້ກໍຈະເຮັດໃຫ້ລັດຖະບານຊີເຣຍ ກັບຄືນໄປຄວບຄຸມຊານເມືອງ ຂອງນະຄອນຫຼວງ
ດາມາສກັສ ໄດ້ຢ່າງເຕັມສ່ວນ ຫຼັງຈາກ ການປະຕິບັດການທາງທະຫານ ໄລຍະ 6
ສັບປະດາ ທີ່ໄດ້ສັງຫານພວກພົນລະເຮືອນຫຼາຍເຖິງ 1,600 ຄົນ.

ພວກຕໍ່ຕ້ານລັດຖະບານ ຍັງບໍ່ທັນໄດ້ຢືນຢັນ ລາຍງານດັ່ງກ່າວ ຂອງຣັດເຊຍ ແລະ
ບໍ່ທັນມີວາຈາ ຈາກພວກຣັດເຊຍວ່າ ການຍົກຍ້າຍ ຈະເລີ້ມຕົ້ນຂຶ້ນໃນເວລາໃດ.

ການບຸກໂຈມຕີທາງພື້ນດິນ ແລະທາງອາກາດຂອງຊີເຣຍ ຕໍ່ເມືອງກູຕາ ໄດ້ຂັບດັນໃຫ້
ປະຊາຊົນຫຼາຍພັນຄົນ ອອກຈາກເຮືອນຊານຂອງພວກເຂົາເຈົ້າ. ສ່ວນພວກຜູ້ທີ່ບໍ່ຍອມ
ໄປ ຫຼືບໍ່ສາມາດອອກໄປ ໄດ້ປະເຊີນກັບການຂາດແຄນອາຫານ ຢ່າງຮ້າຍແຮງ ແລະ
ການຮັກສາປິ່ນປົວທີ່ບໍ່ພຽງພໍ.

ຂໍ້ຕົກລົງເພື່ອໃຫ້ຍົກຍ້າຍອອກຈາກພື້ນທີ່ອື່ນໆ ຂອງຊານເມືອງ ໄດ້ສົ່ງຜົນໃຫ້ພົນລະ
ເຮືອນ ຫຼາຍພັນຄົນ ແລະ ພວກນັກລົບຕໍ່ຕ້ານລັດຖະບານ ພາກັນຍ້າຍໄປເຂດປົກ
ຄອງ ໂດຍພວກຕໍ່ຕ້ານຢູ່ໃນແຂວງ ອິດລິບ.

ສື່ມວນຊົນຂອງທາງການຊີເຣຍ ກ່າວວ່າ ລົດເມບັນຈຸພວກຕໍ່ຕ້ານລັດຖະບານ ແລະ
ຄອບຄົວຂອງພວກເຂົາເຈົ້າ ໄດ້ເລີ້ມຕົ້ນ ເຄື່ອນຍ້າຍອອກໄປຈາກເມືອງດູມາ ຂອງ
ຊີເຣຍ ໃນວັນອາທິດວານນີ້ ເຊິ່ງຕັ້ງຢູ່ທາງກ້ຳຕາເວັນອອກສຽງເໜືອຂອງນະຄອນຫຼວງ
ດາມາສກັສ ນັ້ນ ປາກົດວ່າ ພວກເຂົາມຸ້ງໜ້າໄປຫາແຂວງອິດລິບ.

ການປະຕິບັດການຂອງຊີເຣຍ ເພື່ອຍຶດຄືນ ເມືອງ ດູມາ ກໍຍັງໄດ້ເຮັດໃຫ້ເມືອງນີ້ ພັງ
ທະລາຍຈົນໝົດ.

ເມືອງດູມາ ເປັນເມືອງນຶ່ງຂອງຊີເຣຍ ທີ່ໄດ້ໃຫ້ກຳເນີດການປະທ້ວງຕໍ່ຕ້ານ ທ່ານ
ອາຊາດ ໃນປີ 2011. ການປະທ້ວງໄດ້ຂະຫຍາຍຂຶ້ນກາຍເປັນສົງຄາມກາງເມືອງ ໃນ
ປັດຈຸບັນນີ້ ທີ່ໄດ້ສັງຫານພົນລະເມືອງຫຼາຍຮ້ອຍພັນຄົນ ໄດ້ທຳລາຍເມືອງຕ່າງໆ ຂອງ
ຊີເຣຍ ແລະ ໄດ້ຊ່ອຍກໍ່ໃຫ້ເກີດຄວາມເຄັ່ງຕຶງ ແບບສົງຄາມເຢັນ ລະຫວ່າງ ສະຫະລັດ
ກັບ ຣັດເຊຍທີ່ສະໜັບສະໜູນຊີເຣຍ.

ພະສັນຕະປາປາ ແຟຣນສິດ ໄດ້ໃຊ້ສ່ວນນຶ່ງຂອງພິທີທາງສາດສະໜາໃນວັນອີສເຕີ
ໃນວັນອາທິດວານນີ້ ເພື່ອສົ່ງສານອີກຄັ້ງນຶ່ງ ຮຽກຮ້ອງໃຫ້ຍຸຕິຂອງອັນທີ່ພະອົງ ເອີ້ນ
ວ່າ “ການສັງຫານລ້າງຜານຊີວິດ.”

Syria
please wait
Embed

No media source currently available

0:00 0:01:21 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG