ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສື່ມວນຊົນລັດຖະບານ ກ່າວວ່າ ປະທານາທິບໍດີ ແລະລັດຖະມົນຕີຕ່າງປະເທດ ຂອງອີຣ່ານ ຖືກພົບວ່າ ເສຍຊີວິດ ໃນເຫດເຮືອບິນເຮລິຄອບເຕີ ຕົກ


ໃນຮູບນີ້ທີ່ສະໜອງໃຫ້ໂດຍ ອົງການຂ່າວ Moj, ເຈົ້າໜ້າທີ່ກູ້ໄພ ກຳລັງເຮັດວຽກຢູ່ທີ່ສະຖານທີ່ເກີດເຫດ ເຮືອບິນເຮລີຄອບເຕີ ທີ່ມີປະທານາທິບໍດີ ອີບຣາຮິມ ເຣຊີ ຂອງອີຣ່ານ ຕົກ ຢູ່ໃນ ເມືອງ ວາຊາກັນ ທາງພາກຕາເວັນຕົກສ່ຽງເໜືອຂອງອີຣ່ານ, ວັນທີ 20 ພຶດສະພາ 2024.
ໃນຮູບນີ້ທີ່ສະໜອງໃຫ້ໂດຍ ອົງການຂ່າວ Moj, ເຈົ້າໜ້າທີ່ກູ້ໄພ ກຳລັງເຮັດວຽກຢູ່ທີ່ສະຖານທີ່ເກີດເຫດ ເຮືອບິນເຮລີຄອບເຕີ ທີ່ມີປະທານາທິບໍດີ ອີບຣາຮິມ ເຣຊີ ຂອງອີຣ່ານ ຕົກ ຢູ່ໃນ ເມືອງ ວາຊາກັນ ທາງພາກຕາເວັນຕົກສ່ຽງເໜືອຂອງອີຣ່ານ, ວັນທີ 20 ພຶດສະພາ 2024.

ສື່ມວນຊົນຂອງລັດຂອງອີຣ່ານ ກ່າວວ່າ ປະທານາທິບໍດີອີຣ່ານ ທ່ານ ອີບຣາຮິມ ເຣຊີ (Ebrahim Raisi), ລັດຖະມົນຕີການຕ່າງປະເທດ ທ່ານ ໂຮສເຊນ ອາມີຣັຫບດອລລາຮຽນ (Hossein Amirabdollahian) ແລະເຈົ້າໜ້າທີ່ຄົນອື່ນໆ ໄດ້ຖືກພົບວ່າ ເສຍຊີວິດແລ້ວ ໃນວັນຈັນມື້ນີ້ ຢູ່ທີ່ສະຖານທີ່ເກີດເຫດ ເຮືອບິນເຮລິຄອບເຕີຕົກ ໃນພາກຕາເວັນຕົກສຽງເໜືອ ຂອງອີຣ່ານ.

ໜ່ວຍຄົ້ນ​ຫາ​ໄດ້​ພົບ​ເຫັນ​ຊາກ​ຫັກ​ພັງ​ໃນ​ວັນ​ຈັນ​ມື້​ນີ້, ນຶ່ງ​ມື້​ຫລັງ​ຈາກ​ເຮ​ລິ​ຄອບ​ເຕີ​ໄດ້​ຕົກ​ໃນ​ສະ​ພາບ​ອາ​ກາດທີ່​ບໍ່​ດີ​ຢູ່​ໃກ້​ກັບ​ເມືອງ ວາຊາກັນ (Varzaqan) ໃນ​ແຂວງ ອາເຈີບາຍຈານ (Azerbaijan) ຕາ​ເວັນ​ອອກ​ຂອງ​ອີ​ຣ່ານ.

ສື່​ມວນ​ຊົນ​ຂອງ​ລັດ​ກ່າວ​ວ່າ ບັນດາ​ຜູ້​ໂດຍສານ​ໄດ້​ເດີນທາງ​ກັບ​ຄືນ​ໄປ​ອິຣ່ານ ຈາກ​ງານນຶ່ງທີ່ຢູ່ກົງກັນ​ຂ້າມກັບ​ຊາຍ​ແດນທີ່ຕິດ​ກັບ ອາເຈີບາຍຈານ (Azerbaijan) ບ່ອນ​ທີ່ພວກ​ເຂົາໄດ້​ພົບ​ປະ​ກັບ​ປະທານາທິບໍດີຂອງອາເຈີບາຍຈານ ທ່ານ ອີລຮານ ອາລີເຢບ (Ilham Aliyev) ​ເພື່ອ​ເປີດ​ໂຄງການ​ສ້າງ​ເຂື່ອນ.

ທ່ານ ອາລີເຢບ (Aliyev) ໄດ້ເຜີຍແຜ່ຖະແຫຼງການສະບັນນຶ່ງໃນສື່ສັງຄົມ X ໂດຍກ່າວວ່າທ່ານ "ມີຄວາມບໍ່ສະບານໃຈຢ່າງເລິກເຊິ່ງ" ຈາກເຫດການເຮລິຄອບເຕີ ຂອງ ທ່ານ ເຣຊີ (Raisi) ຕົກ ແລະ ການອະທິຖານ ແລະການຊ່ວຍເຫຼືອໃນຖານະ "ປະເທດເພື່ອນບ້ານ ແລະພີ່ນ້ອງ."

ຂ່າວ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຂອງ​ທ່ານ ເຣຊີ (Raisi) ໄດ້ພາໃຫ້ເກີດມີຂໍ້ຄວາມ​ສະ​ແດງ​ຄວາມ​ເສົ້າ​ສະ​ລົດ​ໃຈ, ລວມ​ທັງ​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິ​ສ​ຖານ ທ່ານ ເຊບາສ ຊາຣີຟ (Shehbaz Sharif) ທີ່​ໄດ້​ປະ​ກາດວັນ​ໄວ້​ອາ​ໄລ​ໃນ​ວັນ​ຈັນ​ມື້​ນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG