ຊາອຸດີ ອາຣາເບຍ ຈະອະນຸຍາດໃຫ້ແມ່ຍິງ ຂັບລົດໄດ້ ເປັນຄັ້ງທຳອິດ ອີງຕາມພະບໍລົມ
ຣາຊະດຳລັດ.
ສື່ມວນຊົນຂອງທາງການ ໄດ້ກ່າວໃນວັນອັງຄານວານນີ້ວ່າ ດຳລັດຂອງກະສັດ ຊົງຮຽກ
ຮ້ອງໃຫ້ “ອອກໃບອະນຸຍາດຂັບຂີ່ ໃຫ້ແກ່ ພວກຜູ້ຊາຍ ແລະແມ່ຍິງ ເຊັ່ນກັນ.”
ເຈົ້າຊາຍ Khaled bin Salman ທີ່ເປັນເອກອັກຄະລັດຖະທູດ ຂອງຊາອຸດີ ອາຣາເບຍ
ປະຈຳ ວໍຊິງຕັນ ແລະ ເປັນພະຣາຊະໂອລົດຂອງກະສັດ ໄດ້ກ່າວວ່າ ການໃຫ້ແມ່ຍິງ
ຂັບລົດໄດ້ ແມ່ນເປັນ “ບາດກ້າວອັນໃຫຍ່ຫລວງ” ອັນນຶ່ງ ເຊິ່ງ“ພ້ອມແລ້ວສຳລັບສັງຄົມ.”
ພະອົງໄດ້ກ່າວຕໍ່ບັນດານັກຂ່າວ ໃນສະຫະລັດ ວ່າ “ນີ້ເປັນເວລາອັນເໝາະສົມ ທີ່ຈະ
ເຮັດໃນສິ່ງທີ່ຖືກຕ້ອງ.”
ທັງກົດຂອງສາສະໜາອິສລາມ ແລະ ກົດໝາຍຂອງຊາອຸດີ ອາຣາເບຍ ທີ່ຜ່ານມາ ບໍ່ໄດ້
ລະບຸຢ່າງຈະແຈ້ງວ່າ ໄດ້ຫ້າມບໍ່ໃຫ້ແມ່ຍິງຂັບລົດ ແຕ່ວ່າ ທາງການບໍ່ອອກໃບຂັບຂີ່ ໃຫ້
ແກ່ພວກເຂົາເຈົ້າ ແລະຖ້າພວກເຂົາເຈົ້າ ພະຍາຍາມຈະຂັບລົດ ພວກເຂົາກໍຈະຖືກຈັບ.
ອົງການຂ່າວ SPA ຂອງທາງການຊາອຸດີ ໄດ້ລາຍງານວ່າ ດຳລັດດັ່ງກ່າວຈະ ມີຜົນ
ບັງຄັບໃຊ້ ພາຍໃນເດືອນມິຖຸນາ ປີ 2018.
ອົງການນິລະໂທດກຳສາກົນ ຫຼື Amnesty International ໄດ້ກ່າວວ່າ ພະບໍລົມຣາຊະ
ດຳບັດນີ້ ເປັນ “ຫຼັກຖານຂອງຄວາມກ້າຫານຂອງພວກນັກເຄື່ອນໄຫວແມ່ຍິງ ທີ່ໄດ້
ຕໍ່ສູ້ເປັນເວລາຫຼາຍປີ ຜ່ານມາ ແລະໃນທີ່ສຸດ ລັດຖະບານ ຊາອຸດີ ອາຣາເບຍ ກໍໄດ້
ຍອມຜ່ອນຜັນໃຫ້.”
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຊົມເຊີຍ ຊາອຸດີ ອາຣາເບຍ ໃນການ
ຕັດສິນໃຈດັ່ງກ່າວ ແລະ ກ່າວວ່າ ສະຫະລັດ ຈະສະໜັບສະໜູນຄວາມພະຍາຍາມຂອງ
ຊາອຸດີ ອາຣາເບຍ ທີ່ຈະເຮັດໃຫ້ສັງຄົມ ແລະ ເສດຖະກິດຂອງຕົນ ເຂັ້ມແຂງຂຶ້ນນັ້ນ.
ຖະແຫຼງການຂອງໂຄສົກທ່ານກ່າວວ່າ “ນີ້ແມ່ນບາດກ້າວໃນທາງບວກໄປສູ່ການຊຸກ
ຍູ້ສິດທິ ແລະ ໂອກາດໃຫ້ແກ່ພວກແມ່ຍິງ ໃນຊາອຸດີ ອາຣາເບຍ.”
ເມື່ອທ້າຍປີ 2014 ຜ່ານມານີ້ ແມ່ຍິງຊາອຸດີ ອາຣາເບຍ ສອງຄົນ ໄດ້ຖືກຄຸມຂັງເປັນ
ເວລາດົນກວ່າສອງເດືອນ ເວລາແມ່ຍິງຄົນນຶ່ງ ໄດ້ພະຍາຍາມຈະຂ້າມເຂົ້າໄປຍັງ
ຊາອຸດີ ອາຣາເບຍ ດ້ວຍໃບຂັບຂີ່ ຈາກປະເທດຈາກສະຫະລັດອາຣັບ ເອເມີເຣັສ ຊຶ່ງ
ເປັນເພື່ອນບ້ານ.
ທ່ານ Ali Shihabi ຜູ້ອຳນວຍການບໍລິຫານມູນນິທິ ອາຣາເບຍ ທີ່ມີສຳນັກງານຕັ້ງຢູ່
ວໍຊິງຕັນ ກ່າວຕໍ່ວີີໂອເອ ວ່າ ໃນຂະນະທີ່ພວກແມ່ຍິງຊາອຸດີ ຕ້ອງໄດ້ລໍຖ້າຈົນກວ່າຂັ້ນ
ຕອນຈະແລ້ວສຳເລັດ ເພື່ອອອກໃບຂັບຂີ່ ແລະຝຶກແອບພວກຂັບລົດໃໝ່ຢູ່ນັ້ນ ພວກ
ແມ່ຍິງທີ່ມີໃບຂັບຂີ່ແລ້ວ ຈາກປະເທດເພື່ອນບ້ານ ໃນເຂດອ່າວເປີເຊຍ ກໍສາມາດຂັບ
ລົດ ຢູ່ຊາອຸດີ ອາຣາເບຍໄດ້ ໃນທັນທີໂລດ.
ໃນການສະເຫຼີມສະຫຼອງຂອງການປະກາດດັ່ງກ່າວພວກແມ່ຍິງຊາອຸດີຈຳນວນ ນຶ່ງ
ໄດ້ນຳເອົາຮູບພາບຕ່າງໆລົງທາງສື່ສັງຄົມ ທີ່ສະແດງໃຫ້ເຫັນວ່າພວກເຂົາເຈົ້າໄດ້ຫຼຶບ
ແອັບໃຊ້ບໍລິການຂີ່ລົດຮ່ວມກັນ ອອກຈາກໂທລະສັບມືຖືຂອງເຂົາເຈົ້າ.