ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສື່ມວນຊົນກ່າວວ່າ ໄວລຸ້ນຍິງຊາວອີຣ່ານ ນາງອາມິຕາ ເກີຣາວານ ແມ່ນຢູ່ໃນພາວະ "ສະໝອງຕາຍ"


ໃນພາບຈາກກ້ອງວົງຈອນປິດ ທີ່ອອກອາກາດໂດຍ ອົງການຂ່າວລັດຖະບານຂອງອີຣ່ານ, ພວກແມ່ຍິງ ດຶງເອົາ ນາງອາມິຕາ ເກີຣາວານ ອາຍຸ 16 ປີ ອອກຈາກລົດໄຟໃນສະຖານີເຕຫະຣ່ານ, ວັນທີ 1 ຕຸລາ 2023.
ໃນພາບຈາກກ້ອງວົງຈອນປິດ ທີ່ອອກອາກາດໂດຍ ອົງການຂ່າວລັດຖະບານຂອງອີຣ່ານ, ພວກແມ່ຍິງ ດຶງເອົາ ນາງອາມິຕາ ເກີຣາວານ ອາຍຸ 16 ປີ ອອກຈາກລົດໄຟໃນສະຖານີເຕຫະຣ່ານ, ວັນທີ 1 ຕຸລາ 2023.

ໄວລຸ້ນຍິງຊາວອີຣ່ານຄົນໜຶ່ງ, ຜູ້ທີ່ຕົກຢູ່ໃນສະພາບໂຄມາໃນຕົ້ນເດືອນນີ້ ລຸນ ຫລັງຖືກກ່າວຫາວ່າປະເຊີນໜ້າກັບພວກເຈົ້າໜ້າທີ່ ກ່ຽວກັບ ການລະເມີດກົດ ໝາຍຜ້າປົກຫົວຮີຈາບຂອງປະເທດ ໂດຍກ່າວວ່ານາງຕົກຢູ່ໃນສະພາບ “ສະໝອງຕາຍ,” ​ສື່ມວນ​ຊົນ​ລັດ​ຖະ​ບານ ອີຣ່ານ ໄດ້​ລາຍ​ງານໃນວັນອາທິດ ວານນີ້, ອີງຕາມອົງການຂ່າວ Reuters.

ບັນດາກຸ່ມສິດທິມະນຸດເຊັ່ນ: ກຸ່ມ ເຮັນກໍ (Hengaw) ຂອງຊາວອີຣ່ານ ເຊື້ອ ສາຍຊາວເຄີດ ເປັນຜູ້ທໍາອິດທີ່ໄດ້ເຜີຍແຜ່ຂ່າວການເຂົ້າໂຮງຫມໍຂອງ ນາງ ອາມິຕາ ເກີຣາວານ (Armita Geravand) ອອກສູ່ສາທາລະນະ, ໂດຍເຜີຍ ແຜ່ຮູບພາບຂອງເດັກຍິງອາຍຸ 16 ປີໃນສື່ສັງຄົມອອນລາຍ ເຊິ່ງໄດ້ສະແດງ ໃຫ້ເຫັນພາບຂອງນາງທີ່ນອນບໍ່ມີສະຕິ ພ້ອມດ້ວຍທໍ່ຊ່ວຍຫາຍໃຈ ແລະຜ້າພັນ ບາດຢູ່ເທິງຫົວ, ໂດຍເຫັນໄດ້ຢ່າງແຈ່ມແຈ້ງວ່າຢູ່ພາຍໃຕ້ເຄື່ອງຊ່ວຍຊີວິດຢູ່, ເຊິ່ງອົງການຂ່າວ Reuters ບໍ່ສາມາດຢັ້ງຢືນຮູບພາບໄດ້.

ອົງການຂ່າວຂອງລັດຖະບານລາຍງານວ່າ "ຕາມການຕິດຕາມ ກ່ຽວກັບ ສຸຂະພາບຫລ້າສຸດຂອງ ນາງເກີຣາວານ ຊີ້ໃຫ້ເຫັນວ່າ ສະພາບສະຫມອງຂອງ ນາງຕາຍ ເຖິງແມ່ນວ່າບັນດາພະນັກງານການແພດຈະພາຍາຍາມແລ້ວກໍຕາມ."

ມັນ​ໄດ້ມີຄວາມກັງວົນຈາກບັນດາຜູ້ສະໜັບສະໜຸນດ້ານສິດທິມະນຸດວ່າ ນາງ ເກີຣາວານ ອາດຈະປະເຊີນກັບຊະຕາກຳອັນດຽວກັນກັບ ນາງມາຊາ ອາມີນີ, ຜູ້ທີ່ເສຍຊີວິດຢູ່ໃນລະຫວ່າງຖືກກັກໂຕໂດຍຕຳຫຼວດສິນທຳຂອງອີຣ່ານໃນປີ ແລ້ວນີ້ ໂດຍໄດ້ເຮັດໃຫ້ເກີດການປະທ້ວງຕໍ່ຕ້ານລັດຖະບານໃນທົ່ວປະເທດເປັນ ເວລາຫຼາຍເດືອນ ເຊິ່ງເປັນການທ້າທາຍທີ່ກ້າຫານທີ່ສຸດ ຕໍ່ຜູ້ນໍາທາງສາສະໜາ ຂອງອີຣ່ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG