ລາຍລະອຽດ ກ່ຽວກັບ ການຈັດພິທີສົ່ງສະການ ສຳລັບອະດີດປະທານາທິບໍດີ ຈອຣ໌ຈ
ເອັຈ ດັບເບິນຢູ ບູຊ, ເຊິ່ງໄດ້ເຖິງແກ່ອະສັນຍະກຳເມື່ອວັນສຸກທີ່ຜ່ານມາຄົບອາຍຸ 94 ປີ
ນັ້ນ, ຈະຖືກກຳນົດໂດຍຄອບຄົວຂອງທ່ານ ບຸຊ, ອີງຕາມການກ່າວຂອງກະຊວງປ້ອງ
ກັນປະເທດໃນວັນເສົາວານນີ້.
ສົບຂອງທ່ານ ບຸຊ ຜູ້ທີ່ໄດ້ດຳລົງຕຳແໜ່ງປະທານາທິບໍດີ ຈາກປີ 1989 ຫາ 1993 ນັ້ນ,
ຈະຖືກຈັດພິທີສົ່ງສະການຢູ່ໂບດໃຫຍ່ແຫ່ງຊາດໃນນະຄອນຫຼວງ ວໍຊິງຕັນ ໃນວັນພຸດ
ຈະມາເຖິງນີ້, ຕິດຕາມດ້ວຍການຝັງສົບໃນວັນພະຫັດຢູ່ຫໍສະໝຸດປະທານາທິບໍດີໃນ
ລັດ ເທັກຊັສ. ຫຼັງຈາກພິທີຮັບສົບຢູ່ນະຄອນຫຼວງຂອງປະເທດໃນວັນຈັນມື້ອື່ນນີ້, ສົບ
ຂອງທ່ານກໍຈະຖືກດອຍໄວ້ຢູ່ໃນຫໍ ໂຣທັນດາ ຂອງຕຶກລັດຖະສະພາ ແຄັບປິຕອລ ສຳ
ລັບການເຄົາລົບໄວ້ອາໄລຂອງສາທາລະນະຊົນຈົນຮອດຕອນເຊົ້າວັນພຸດ, ພ້ອມກັບພິ
ທີ ເຊິ່ງມີກຳນົດຕອນ 5 ໂມງແລງໃນວັນຈັນມື້ອື່ນ. ສາທາລະນະຊົນຈະສາມາດເຂົ້າ
ລຽນແຖວເພື່ອຄຳນັບໂລງສົບຂອງທ່ານ ບຸຊ ຢ່າງຕໍ່ເນື່ອງ ຈາກຕອນ 7:30 ຕອນແລງ
ຈົນຮອດ 7:30 ຕອນເຊົ້າຂອງວັນພຸດຕາມເວລາຂອງຊາຍຝັ່ງກ້ຳຕາເວັນອອກ.
ທຳນຽບຂາວໄດ້ປະກາດໃນວັນເສົາວານນີ້ວ່າ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ
ທຣຳ ຈະເຂົ້າຮ່ວມໃນງານສົ່ງສະການ.
ໂຄສົກທຳນຽບຂາວທ່ານນາງ ແຊຣາ ຮັກຄາບີ ແຊນເດີສ໌ ໄດ້ກ່າວໃນຖະແຫຼງການສະ
ບັບນຶ່ງວ່າ ວັນພຸດທີ່ຈະມາເຖິງນີ້ ໄດ້ຖືກກຳນົດໃຫ້ເປັນວັນໄວ້ອາໄລແຫ່ງຊາດ, ແລະ
ວ່າທຸງຊາດຢູ່ທຳນຽບຂາວແມ່ນໄດ້ຫຼຸດລົງສູ່ເຄິ່ງເສົາແລ້ວ ເພື່ອເປັນກຽດໃຫ້ແກ່ທ່ານ
ບຸຊ.
ຖະແຫຼງການໄດ້ກ່າວວ່າ “ທ່ານປະທານາທິບໍດີ ແລະ ສະຕີໝາຍເລກນຶ່ງໄດ້ຖືກແຈ້ງ
ໃຫ້ຊາບ ກ່ຽວກັບ ການອະສັນຍະກຳຂອງປະທານາທິບໍດີ ຈອຣ໌ຈ ເອັຈ ດັບເບິນຢູ ບຸຊ
ໃນຕອນເດິກຂອງຄືນວານນີ້, ປະທານາທິບໍດີ ທຣຳ ມີກຳນົດທີ່ຈະລົມກັບປະທານາທິ
ບໍດີ ຈອຣ໌ຈ ດັບເບິນຢູ ບຸຊ ໃນຕອນເຊົ້າຂອງມື້ນີ້ ແລະ ສະແດງຄວາມເສຍໃຈໃນນາມ
ທ່ານເອງ, ສະຕີໝາຍເລກນຶ່ງ ແລະ ທົ່ວປະເທດ. ງານສົ່ງສະການລະດັບລັດຖະບານ
ແມ່ນໄດ້ຖືກຈັດພ້ອມກັບການສະໜັບສະໜູນ ແລະ ການໃຫ້ກຽດທັງໝົດ. ທ່ານປະທາ
ນາທິບໍດີ ຈະກຳນົດວັນພຸດທີ່ຈະມາເຖິງນີ້, ເຊິ່ງແມ່ນວັນທີ 5 ທັນວາ ເປັນວັນໄວ້ອາໄລ
ແຫ່ງຊາດ. ທ່ານ ແລະ ສະຕີໝາຍເລກນຶ່ງ ຈະເຂົ້າຮ່ວມພິທີສົ່ງສະການຢູ່ໂບດໃຫຍ່
ແຫ່ງຊາດ ໃນນະຄອນຫຼວງວໍຊິງຕັນ.”
ພິທີສົ່ງສະການລະດັບລັດຖະບານ ແມ່ນໄດ້ຖືກຈັດຢ່າງເປັນປະເພນີ ສຳລັບປະທານາ
ທິບໍດີຄົນປັດຈຸບັນ ຫຼື ອະດີດ ແລະ ເຈົ້າໜ້າທີ່ຄົນອື່ນໆທີ່ຖືກແຕ່ງຕັ້ງໂດຍປະທານາທິ
ບໍດີ.
ອີງຕາມເວັບໄຊນັ້ນ, ງານສົ່ງສະການລະດັບລັດຖະບານແມ່ນຈັດຂຶ້ນ 7 ຫາ 10 ວັນ
ແລະ ປະກອບມີ 3 ຂັ້ນຕອນຄື: ພິທີພາຍໃນລັດບ່ອນທີ່ ເຈົ້າໜ້າທີ່ຄົນດັ່ງກ່າວອາໄສຢູ່,
ພິທີຢູ່ພາຍໃນນະຄອນຫຼວງ ວໍຊິງຕັນ ແລະ ພິທີຢູ່ໃນລັດ ບ່ອນບຸກຄົນດັ່ງກ່າວເລືອກ
ເອົາເປັນບ່ອນຝັງສົບຕົນ.