ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາ ສັນຕິພາບ ກັບກຸ່ມຕາລີບານ ​ໃນ ອັຟການິສຖານ


State Dept. Declines to Correct Pompeo’s 'Taliban Terrorists' Comment
please wait

No media source currently available

0:00 0:02:24 0:00

ກະຊວງການຕ່າງປະເທດສະຫະລັດກ່າວວ່າ ການເຈລະຈາກັນລະດັບສູງກ່ຽວກັບ
ສັນຕິພາບຂອງອັຟການິສຖານ ທີ່ນຳພາໂດຍທູດພິເສດຂອງ ສະຫະລັດ Kalmay
Khalilzad ຍັງພວມດຳເນີນໄປຢູ່ ໂດຍທີ່ມີພວກຕາລີບານປະຈຳໂດຮາ ປະເທດກາ
ຕາ. ກຳນົດການຖອນທະຫານສະຫະລັດແມ່ນເປັນຈຸດເພ່ັງເລັງໃຫຍ່. ໃນລະຫວ່າງ
ການເດີນທາງໄປລັດໄອໂອວາໃນວັນຈັນນັ້ນ ທ່ານ ໄມກ໌ ພອມພຽວ ລັດຖະມົນຕີ
ຕ່າງປະເທດ ໄດ້ເວົ້າເຖິງກອງປະຊຸມທີ່ພວມເກີດຂຶ້ນຢູ່ ລະຫວ່າງ ສະຫະລັດກັບ “ພວກກໍ່ການຮ້າຍຕາລີບານ” ວ່າເຖິງແມ່ນພວກເຂົາຈະບໍ່ຢູ່ໃນບັນຊີຂອງກຸ່ມກໍ່ການ
ຮ້າຍຂອງກະຊວງຕ່າງປະເທດກໍຕາມ. ຊິນດີ ເຊນ ນັກຂ່າວດ້ານການທູດຂອງວີໂອ
ເອມີລາຍງານເລື້ອງນີ້ ດັ່ງ ສາລີ ຈະສະເໜີລາຍລະອຽດ ໃນອັນດັບຕໍ່ໄປ.

ໃນຖ້າມກາງຄວາມຮຸນແຮງເຖິງຕາຍ ໃນອັຟການິສຖານ ພວກນັກເຈລະ ຈາສະຫະ
ລັດ ກໍພວມຫາທາງ ໃຫ້ມີການຕົກລົງ ກັບກຸ່ມຫົວຮຸນແຮງ ຕາລີບານ ເພື່ອຍຸຕິການ
ນອງເລືອດ ທີ່ໄດ້ມີມາ 17 ປີ.

ໃນການກ່າວຢູ່ລັດໄອໂອວາໃນວັນຈັນນີ້ ລັດຖະມົນຕີການຕ່າງປະເທດ ທ່ານ ໄມກ໌
ພອມພຽວ ໄດ້ບອກເຂົາເຈົ້າວ່າ ເພິ່ນມີີທີມງານ ປະຈຳຢູ່ພາກພື້ນແລ້ວ ດຽວນີ້ ເພື່ອ
ພະຍາຍາມທີ່ຈະເຈລະຈາກັບພວກກໍ່ການຮ້າຍຕາລິບານໃນອັຟກາ ນິສຖານ ພະຍາ
ຍາມຫາທາງ ເຮັດໃຫ້ອັຟການິສຖານ ປາດສະຈາກສົງຄາມ.”

ເຖິງແມ່ນຈະມີການວາງລະເບີດສະຫລະຊີບຢູ່ເປັນປະຈຳ ມີການສັງຫານພົນລະ
ເຮືອນກໍຕາມ ແຕ່ພວກຕາລີບານອັຟການິສຖານກໍບໍ່ໄດ້ຢູ່ໃນບັນຊີ ຂອງກະຊວງ
ຕ່າງປະເທດ ວ່າເປັນອົງການກໍ່ການຮ້າຍ. ພວກນັກຊ່ຽວຊານທັງຫຼາຍ ກ່າວວ່າ ປະ
ສົບການທາງດ້ານການເມືອງ ພາໃຫ້ເຂົາເຈົ້າຫຼີກເວັ້ນບັນຊີດັ່ງກ່າວ ເພາະວ່າການ
ລະ​ບຸ ວ່າຕາລີບານ ເປັນພວກກໍ່ການຮ້າຍ ຍິ່ງຈະເຮັດໃຫ້ການເຈລະຈາ ມີ ຄວາມ
ຫຍຸ້ງຍາກຕື່ມຂຶ້ນ.

ເມື່ອຖືກຖາມວ່າ ພວກຕາລີບານເປັນພວກກໍ່ການຮ້າຍບໍ່ ຫຼືວ່າທ່ານລັດຖະມົນຕີ
ຫາກເວົ້າຜິດ ທ່ານໂຄສົກຣໍເບີດ ປາລາດີໂນ ມີຄຳຕອບດັ່ງນີ້: “ຄຳເວົ້າຂອງທ່ານ
ລັດຖະມົນຕີ ແມ່ນມີຄວາມໝາຍໃນຕົວຂອງມັນເອງ, ແລະ ຂ້າພະເຈົ້າຈະບໍ່ຂໍເວົ້າ
ໄປຫຼາຍ ນອກເໜືອໄປຈາກນັ້ນ. ຂ້າພະເຈົ້າຢາກວ່າ ພວກເຮົາສຸມໃຈໃສ່ແທ້ໆ ເລື້ອງຢາກໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເທົ້າທີ່ມີຢູ່ ມາສູ່ພາກສ່ວນນັ້ນຂອງໂລກ ນັ້ນແຫລະຄືຈຸດສຸມໃນປັດຈຸບັນຂອງພວກເຮົາ. ແລະພວກເຮົາກໍຈະຢືນຢູ່ໃນຈຸດ
ສຸມອັນນັ້ນ.

ເມື່ອຖືກຖາມເຖິງຄວາມເປັນຫ່ວງຂອງແມ່ຍິງອັຟການິສຖານ ກ່ຽວກັບບົດບາດ ຂອງກຸ່ມຕາລີບານໃນລັດຖະບານ ອັນອາດເປັນໄປໄດ້ໃນອະນາຄົດແລະສິດທິ ຂອງພວກເຂົາເຈົ້າ ຈະມີຄວາມໝາຍແນວໃດ ທ່ານປາລາດີໂນເວົ້າວ່າ ສະຫະລັດ ຢາກໃຫ້ຊາວອັຟການິສຖານໝົດທຸກຄົນ ມີອະນາຄົດທີ່ດີກວ່າເກົ່າ. ທ່ານ ເວົ້າວ່າ:
“ຜູ້ຕາງໜ້າພິເສດ ທ່ານ ຄາລິລຊາດ ກັບທີມງານຂອງເພິ່ນ ພວມປະຕິບັດງານ ຢູ່ ເພື່ອສົ່ງເສີມການໂອ້ລົມພາຍໃນຊາວອັຟການິສຖານໂດຍຜ່ານທີມງານເຈລະ ຈາ
ສາມະຄີແລະທ້ອນໂຮມຊາດຊຶ່ງມີລວມທັງພັກຝ່າຍຄ້ານແລະພວກຜູ້ຕາງໜ້າ ຂອງ
ກຸ່ມສັງຄົມພົນລະເຮືອນ ໂດຍສະເພາະແມ່ນພວກແມ່ຍິງແລະຊາວໜຸ່ມ.”

ທ່ານພອມພຽວ ໄດ້ບອກພວກນັກສຶກສາໄອໂອວາວ່າ ທ່ານຫວັງວ່າ ການເຈລະ ຈາ
ສັນຕິພາບກັບຕາລີບານ ຈະມີຄວາມກ້າວໜ້າພໍ ເພື່ອທ່ານຈະໄດ້ເດີນທາງໄປ ໃນ
ອີກສອງສາມສັບປະດາຂ້າງໜ້ານີ້ເພື່ອ “ທຳຄວາມຄືບໜ້າຕໍ່ໄປຕື່ມໜ້ອຍນຶ່ງ” ດ້ວຍ
ຕົວຂອງທ່ານເອງ.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG