ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກະຊວງຕ່າງປະເທດ ສຫລ ກ່າວວ່າ ມີຂໍ້ມູນ ລັບສຸດຍອດ ຢູ່ໃນບາງສ່ວນ ຂອງອີແມລ ທ່ານນາງຄລິນຕັນ


ທ່ານນາງ Hillary Clinton ພວມໂຄສະນາຫາສຽງ ທີ່ Council Bluffs ໃນລັດ Iowa (25 ມັງກອນ 2016)​
ທ່ານນາງ Hillary Clinton ພວມໂຄສະນາຫາສຽງ ທີ່ Council Bluffs ໃນລັດ Iowa (25 ມັງກອນ 2016)​

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ​ເຄື່ອງ​ເຊີ​ເວີ ​ທີ່​ບໍ່​ມີ​
ການ​ຄ້ຳປະກັນ​ຄວາມ​ປອດໄພ​ທີ່​ເຮືອນ​ຂອງ​ອະດີດ​ລັດ​ຖະມົນຕີ
​ການ​ຕ່າງປະ​ເທດ​ສະຫະລັດ ທ່ານນາງ Hillary Clinton ​ແມ່ນ​
ບັນຈຸ​ອີ​ແມ​ລຫຼາຍ​ສະບັບທີ່​ເປັນຄວາມ​ລັບ​ສຸດຍອດແລະ​ກ່າວ​ວ່າ
ອີ​ແມ​ລ​ເຫລົ່ານັ້ນຈະ​ບໍ່​ຖືກ​ເປີດ​ເຜີຍ​ໃຫ້​ປະຊາຊົນ​ຮູ້.

ທ່ານ John Kirby ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ​ກ່າວ​ໃນ​ວັນ
​ສຸກ​ວານ​ນີ້ວ່າ ເອກກະສານ​ເຫຼົ່ານີ້​ແມ່ນ​ຮວມທັງ 7 ຕ່ອງ​ໂສ້​ອີ​ແມ​ລ​
ທີ່​ປະກອບ​ດ້ວຍ 37​ ໜ້າ. ທ່ານ​ເວົ້າວ່າ ອີ​ແມ​ລ​ເຫລົ່ານັ້ນຈະ​ບໍ່​ຖືກ​
ເປີດ​ເຜີຍ​ໃຫ້​ສາທາລະນະ​ຊົນ​ຮູ້ ພ້ອມ​ກັບ​ອີ​ແມ​ລອື່ນໆ ຈາກ​ຫ້ອງ​
ເກັບ​ເອກ​ກະສາ​ນຂອງ​ທ່ານ​ນາງ Clinton.

ທ່ານ Kirby ກ່າວ​ວ່າ ​ເອກ​ກະສາ​ນ​ເຫຼົ່ານີ້ບໍ່​ໄດ້​ຖືກ​ລະບຸ​ວ່າ​ເປັນ​ເອກ​ກະສາ​ນລັບໃນ​ເວລາ​
ທີ່​ຖືກ​ສົ່ງ​ອອກ​ໄປ ​ແຕ່​ໄດ້​ຖືກ​ຍົກ​ລະດັບ​ຂຶ້ນມາ​ໃນ​ເວລາ​ນີ້ຕາມ​ການ​ຮ້ອງ​ຂໍຂອງ​ປະຊາ​ຄົມ​
ສືບ​ລັບ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ນີ້ມີ​ຂຶ້ນພຽງ​ສາມມື້ກ່ອນ​ການ​ປະຊຸມ​ຄັດ​ເລືອກ​ຜູ້ຕາງໜ້າຂອງ​ພັກ
​ທີ່​ລັດ​ໄອ​ໂອວາຊຶ່ງ​ເປັນ​ບ່ອນ​ທຳ​ອິດ​ທີ່​ປະຊາຊົນ​ຈະ​ໄດ້ປ່ອນ​ບັດ​ລົງ​ຄະແນນ​ສຽງ​ເພື່ອ​ແຕ່ງ
ຕັ້ງຜູ້ຕາງໜ້າ​ຂອງ​ພັກ​ເຂົ້າ​ແຂ່ງຂັນ​ເອົາ​ຕຳ​ແໜ່​ງປະທານາທິບໍດີຄົນ​ຕໍ່​ໄປ.​ ທ່ານ​ນາງ Clin-
ton ​ແມ່ນມີ​ຄະ​ແນນ​ສຽງ​ນຳ​ໜ້​າ ​ໃນ​ການທີ່​ຈະ​ຖືກແຕ່ງຕັ້ງ​ ເປັນ​ຜູ້ຕາງໜ້າ ຂອງ​ພັກ​ເດ​ໂມ
ແຄ​ຣັດ ​ແຕ່​ກຳລັງ​ປະ​ເຊີນ​ໜ້າ​ກັບ​ການແຂ່ງຂັນ​ທີ່​ມີ​ຄະ​ແນນ​ສຽງ​ໃກ້​ຄຽງ​ກັນຫຼາຍຂຶ້ນທີ່ລັດ
​ໄອໂອວາ.

ຫ້ອງການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ນາງ Clinton ​ໃນ​ວັນ​ສຸກ​ວານ​ນີ້ ທວງ​ໃຫ້​ເປີດ​ເຜີຍ​ອີ​
ແມ​ລ​ເຫລົ່ານີ້ ​ໂດຍ​ທັງ​ໝົດ. ຖະ​ແຫລ​ງຂ່າວ​ຂອງ​ຫ້ອງການ​ໂຄສະນາ​ຫາສຽງກ່າວ​ວ່າ ການ​
ເຄື່ອນ​ໄຫວ​ດັ່ງກ່າວ​ແມ່ນ​ຕົ​ວຢ່າງ​ອັນ​ນຶ່ງຂອງ​ການ​ຕໍ່ສູ້​ກັນພາຍ​ໃນ​ລະບົບ​ລັດຖະການແລະ
ການຈັດ​ເປັນ​ເອກ​ກະສາ​ນລັບ​ແບບ​ຄວບ​ຄຸມ​ບໍ່ໄດ້.

ທ່ານ​ນາງ Clinton ​ໄດ້​ຕົກ​ເປັນຈຸດ​ສູນ​ກາງ​ກ່ຽວ​ກັບ​ບັນຫາ​ໂຕ້​ຖຽງ​ຢ່າງ​ແຮງ​ນັບ​ຕັ້ງ​ແຕ່​ໄດ້​
ມີ​ການຄົ້ນພົບ​ວ່າ ທ່ານ​ນາງ​ໄດ້​ໃຊ້​ບັນຊີ​ອີ​ແມ​ລສ່ວນ​ຕົວ ​ເຮັດ​ທຸລະ​ກິດຂອງ​ທາງ​ການ ໃນ​ຂະນະ​ທີ່​ຮັບ​ໜ້າ​ທີ່​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ

Clinton Email
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG