ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກະຊວງການຕ່າງປະເທດ ສຫລ ເປີດ​ເຜີຍ ບົດລາຍງານ ປະຈໍາປີ 2021 ທີ່ຊີ້ໃຫ້ເຫັນ ການລະເມີດສິດທິມະນຸດ ໃນຣັດ​ເຊຍ, ຈີນ, ອີຣ່ານ ແລະ​ປະ​ເທດ​ຜະ​ເດັດ​ການອື່ນ​ໆ


ທ່ານ Ned Price, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດກ່າວ​​ລາຍ​ງານ​ຫຍໍ້​ກ່ຽວ​ກັບ​ສະ​ຖາ​ນະ​ການ​ໃນ​ອັ​ຟ​ກາ​ນິ​ສ​ຖານ, ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕ​ັນ ວັນ​ທີ 18 ສິງ​ຫາ, 2021.
ທ່ານ Ned Price, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດກ່າວ​​ລາຍ​ງານ​ຫຍໍ້​ກ່ຽວ​ກັບ​ສະ​ຖາ​ນະ​ການ​ໃນ​ອັ​ຟ​ກາ​ນິ​ສ​ຖານ, ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕ​ັນ ວັນ​ທີ 18 ສິງ​ຫາ, 2021.

ບົດລາຍງານປະຈໍາປີຂອງກະຊວງການຕ່າງປະເທດສະຫະລັດໄດ້ຊີ້ໃຫ້ເຫັນເຖິງຄວາມເປັນ​ຫ່ວງ ກ່ຽວກັບການ ສືບຕໍ່ລ່ວງລະເມີດສິດທິມະນຸດ ໃນຣັດ​ເຊຍ, ຈີນ, ອີຣ່ານ, ເວເນຊູເອລາ, ອີຈິບ ແລະປະເທດທີ່ປົກ​ຄອງ​ດ້ວຍອໍາ ນາດຜະ​ເດັດ​ການອື່ນ ໄປ​ພ້ອມ​ໆ ກັບຜົນກະທົບຂອງ ການແຜ່ລະບາດຂອງໄວ​ຣັ​ສ​ໂຄ​ໂຣ​ນາ ທີ່ມີຕໍ່ການປະຕິບັດ ດ້ານສິດທິມະ​ນຸດໃນທົ່ວໂລກ.

ເອກະສານຂອງບົດລາຍງານປະຈຳປີສະບັບນີ້ ຍັງເນັ້ນໃຫ້ເຫັນເຖິງກໍລະນີ ທີ່ໜ້າເປັນຫ່ວງຂອງການກົດຂີ່ຂ້າມ ຊາດ, ເຊິ່ງລັດຖະບານປະ​ເທດຕ່າງໆ ໄດ້ ຂ້າມຊາຍແດນ ໄປເພື່ອຮາ​ວີ, ຂູ່ເຂັນ ຫຼື ຂ້າພວກຕໍ່​ຕ້ານ​ລັດ​ຖະ​ບານ.

ໃນວັນອັງຄານວານນີ້, ລັດຖະມົນຕີການຕ່າງປະເທດ, ທ່ານ​ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້ເປີດເຜີຍ ບົດລາຍງານ ດັ່ງກ່າວ ທີ່​ມີ​ລັກສະນະມົວໝອງ.

"ຫນ້າເສຍດາຍທີ່​ມີການຖອຍຫລັງ (ໃນ​ດ້ານການເຄົາລົບສິດທິມະນຸດ) ຍັງສືບຕໍ່ມີ​ຢູ່," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານບ​ລິງ​ເຄັນໂດຍອ້າງເຖິງ "ສົງຄາມທີ່ ໂຫດຮ້າຍ" ຂອງຣັດເຊຍຕໍ່ຢູເຄຣນ.

"ພວກເຮົາເຫັນຄື້ນ​ທີ່ຖົດຖອຍໄດ້​ປະ - ສົບ​ຄົນ​ຕາຍ, ມືຖືກມັດ, ຖິ້ມຕາມຖະຫນົນ; ໂຮງລະ ຄອນ, ສະຖານີລົດໄຟ, ອາຄານອາພາດເມັນ ທີ່​ຊຸດລົງເປັນ ຊາກຫັກພັງທີ່ມີພົນລະເຮືອນ ຢູ່ພາຍໃນ ໄວ້" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ຫົວ​ໜ້າ​ນັກການທູດຂອງສະຫະລັດ ຂະ​ນະ​ທີ່ຣັດ​ເຊຍຍັງສືບ ຕໍ່ກະ​ທຳ​ຄວາມ​ໂຫດຮ້າຍ​ຢ່າງເປັນລະບົບ ແລະ​ຂະໜາດ​ໃຫຍ່ໃນ​ຢູ​ເຄຣນ.

ກ່ຽວກັບຣັດເຊຍນັ້ນ, ບົດລາຍງານດ້ານສິດທິມະນຸດປີ 2021 ຂອງກະຊວງການຕ່າງປະເທດ ໄດ້ຊີ້ໃຫ້ເຫັນເຖິງ ການກໍ່ຄວາມຮຸນແຮງຕໍ່ ແລະການຈໍາຄຸກຜູ້​ຕຳ​ໜິວິຈານວັງ​ເຄ​ຣັມ​ລິນ. ໃນ​ອາ​ທິດ​ນີ້ເອງ ນຶ່ງ​ໃນ​ຜູ້​ຄັດ​ຄ້ານ​ຕົ້ນ​ຕໍ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ ແລະເປັນ​ຜູ້​ຕຳ​ຕິ​ການ​ຕັດ​ສິນ​ໃຈ​ຂອງທ່ານ​ປູ​ຕິນໃນ​ການ​ບຸກ​ລຸກ
​ຢູ​ເຄ​ຣນ, ທ່ານວ​ລາ​ດິ​ເມຍ ຄາ​ຣາ-ເມີ​ຊາ ໄດ້​ຖືກ​ຈັບ​ ແລະຖືກ​ກັກ​ຂັງ​ຢູ່​ໃນມົ​ສ​ກູ.

ສ່ວນຄົນອື່ນໆ, ລວມທັງທ່ານ​ອາ​ເລັກ​ໄຊ ນາ​ວາ​ລ​ນີ (Alexei Navalny) ທີ່ຖືກວາງຢາພິດ ແລະ ຕິດຄຸກ, ໄດ້ຖືກ ບັນ​ທຶກວ່າ ເປັນຕົວຢ່າງ ຂອງການເອົາຊີວິດຄົນ​ໄປ​ຕາມ​ລຳ​ພັງໃຈ ແລະການລົງ ໂທດທາງດ້ານການເມືອງຕໍ່ ບຸກຄົນຢູ່ພາຍໃນ ແລະຢູ່ຕ່າງປະເທດຂອງຣັດ​ເຊຍ.

ທ່ານບ​ລິງ​ເຄັນກ່າວອີກ​ວ່າ “ລັດຖະບານ​ປະ​ເທດ​ຕ່າງໆ ກຳ​ລັງ​ກັກ​ຂັງ​ບັນດາຜູ້​ຕຳ​ນິ​ລັດ​ຖະ​ບານ​ຢູ່​ໃນ​ປະ​ເທດ​ເຂົາ​ເຈົ້າ. ​ໃນ​ທຸກ​ມື້​ນີ້, ນັກ​ໂທດ​ການ​ເມືອງ​ຫຼາຍ​ກວ່າ 1 ​ລ້ານ ​ຄົນ ​ຖືກ​ກັກ​ຂັງ​ຢູ່​ໃນ​ຫລາຍກວ່າ 65 ປະ​ເທດ.”

ໂຄສົກກະຊວງການຕ່າງປະເທດ, ທ່ານ​ເນດ ໄພ​ຣ​ສ໌ ກ່າວໃນກອງປະຊຸມລາຍ​ງານ​ຫຍໍ້ໃນ ວັນອັງຄານວານນີ້​ວ່າ "ພວກເຮົາຮຽກຮ້ອງໃຫ້ຣັດເຊຍຢຸດການລ່ວງ ລະເມີດກົດໝາຍທີ່ມີ ກົດຂີ່ຂົ່ມເຫັງ" ທີ່ແນໃສ່ພົນລະເມືອງຂອງ ຕົນເອງ, ໃສ່ຜູ້ ປະທ້ວງທີ່ບໍ່ໄດ້ໃຊ້​ຄວາມຮຸນແຮງ ແລະຢ່າງສັນຕິ ລວມທັງບຸກຄົນທີ່ບໍ່ໄດ້ເຮັດຫຍັງນອກເໜືອ ໄປກວ່າ ການສະ​ແຫວງ​ຫາ​ ການສະໜັບສະໜູນສິດທິທົ່ວ​ໄປຂອງພວກເຂົາເຈົ້າເທົ່າ​ນັ້ນ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG