ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມລັດອິສລາມ ໄດ້ກະທຳ ‘ການຂ້າລ້າງ ເຊື້ອຊາດເຜົ່າພັນ’ ຕໍ່ພວກນັບຖືສາສະໜາອື່ນ

ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ Rex Tillerson ກຳລັງອອກໄປຫຼັງຈາກ ກ່າວຖະແຫລງ ກ່ຽວກັບ ການເປີດເຜີຍ ບົດລາຍງານປະຈຳປີ 2016 ໃນຫົວຂໍ້ ເສລີພາບ ດ້ານສາສະໜາ ສາກົນ ຫຼື International Religious Freedom, ວັນທີ 15 ສິງຫາ 2017, ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ. Washington.

ສະຫະລັດ ໄດ້ກ່າວຫາ ພວກກະບົດ ລັດອິສລາມ ໃນວັນອັງຄານວານນີ້ວ່າ ​ເປັນ​ຜູ້
ດຳເນີນການກໍ່ຄວາມຮຸນແຮງ ທີ່ແນເປົ້າໝາຍໃສ່ ພວກສາສະໜາກຸ່ມນ້ອຍ ແລະ
ຊົນກຸ່ມ​ນ້ອຍຕ່າງໆ ທີ່ເປັນປໍລະປັກ ແມ່ນກະທັງທີ່ພວກເຂົາ ໄດ້ສູນເສຍການຄວບຄຸມ
​ໃນພື້ນທີ່ອັນກວ້າງໃຫຍ່ ຢູ່ໃນອີຣັກ ແລະ ຊີເຣຍ ຢູ່ກໍຕາມ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໄດ້ກ່າວວ່າ
ກຸ່ມລັດອິສລາມ “ແມ່ນເປັນທີ່ຈະແຈ້ງ ວ່າ ຮັບຜິດຊອບຕໍ່ການຂ້າລ້າງເຊື້ອຊາດ ​
ເຜົ່າພັນ ແລະ ການກໍ່ອາຊະຍາກຳຕໍ່ມະນຸດຊາດ.”

ທ່ານ Tillerson ໃນຂະນະທີ່ ທ່ານໄດ້ເປີດເຜີຍ ບົດລາຍງານປະຈຳປີ ກ່ຽວກັບ
ເສລີພາບດ້ານສາສະໜາ ຢູ່ໃນ 199 ປະເທດ ແລະ ດິນ​ແດນຕ່າງໆໃນທົ່ວໂລກ
ຂອງກະຊວງການຕ່າງປະເທດ ຢູ່ນັ້ນ ໄດ້ກ່າວວ່າ “ການປະ​ຫັດ​ປະຫານ ແລະ
ການບໍ່​ໂຍະຍານ​ຜ່ອນຜັນ​ ຕໍ່ສາສະໜາອື່ນໆ ຍັງຄົງມີຢູ່ເປັນປົກກະຕິ.”

ຊົມວີດີໂອ ຖະແຫລງການຂອງທ່ານ Tillerson: ເລື່ອງ ' ກຸ່ມ ISIS ຮັບຜິດຊອບ
ສຳລັບ ການຂ້າລ້າງເຊື້ອຊາດເຜົ່າພັນ'

Tillerson: 'ISIS Responsible For Genocide'
please wait

No media source currently available

0:00 0:02:15 0:00

ນັກການທູດຂັ້ນສູງ ຂອງສະຫະລັດ ໄດ້ກ່າວວ່າ “ເກືອບ 80 ເປີເຊັນຂອງປະຊາ
ກອນໂລກ ອາໄສຢູ່ກັບການຈຳກັດຮັດແຄບ ຫຼື ການເປັນປໍລະປັກ ເພື່ອທີ່ຈະຈຳກັດ
ເສລີພາບ ໃນການນັບຖືສາສະໜາ ຂອງພວກເຂົາເຈົ້າ. ບ່ອນທີ່ເສລີພາບດ້ານ
ສາສະໜາ ແມ່ນບໍ່ໄດ້ຖືກປົກປ້ອງ ພວກເຮົາຮູ້ດີວ່າ ບໍ່ມີສະຖຽນລະພາບ ມີການ
ລະເມີດສິດທິມະນຸດ ແລະ ລັດທິກໍ່ຄວາມຮຸນແຮງ ມີໂອກາດທີ່ຈະເກີດຂຶ້ນໄດ້
ຢ່າງກວ້າງຂວາງຫຼາຍຂຶ້ນ. ພວກເຮົາບໍ່ສາມາດທີ່ຈະເມີນເສີຍ ຕໍ່ສະພາບການ
ເຫຼົ່ານີ້.”

ທ່ານໄດ້ຍົກໃຫ້ເຫັນ ການລະເມີດຂອງ 7 ປະເທດ ໃນທາງທີ່ລັດຖະບານຂອງພວກ
ເຂົາ ປະຕິບັດຕໍ່ພວກທີ່ນັບຖືສາສະໜາ ເຊັ່ນວ່າປະເທດ ອີຣ່ານ ຊາອຸດີ ອາຣາເບຍ
ເທີກີ ບາເຣນ ຈີນ ປາກິສຖານ ແລະ ຊູດານ. ທ່ານ Tillerson ໄດ້ກ່າວວ່າ ວິທີທາງ
ທີ່ປະເທດເຫຼົ່ານີ້ ຄຸກຄາມພວກທີ່ເຊື່ອຖືສາສະໜາຂອງພວກເຂົາເຈົ້ານັ້ນ ມີຫຼາຍຮູບ
ແບບ ໂດຍຜ່ານ ການຂົ່ມຂູ່ ການຄຸມຂັງ ແລະ ການປະຫານຊີວິດ.

ພວກຫົວຮຸນແຮງລັດອິສລາມ ຖືປືນ ໃນຂະນະທີ່ ຢືນຢູ່ດ້ານຫລັງ ອັນທີ່ໄດ້ຖືກກ່າວວ່າ ເປັນຊາວອີທິໂອເປຍ ຄຣິສຕຽນ ໃນເຂດ Wilayat Fazzan, ຂອງລີເບຍ, ເຫັນຢູ່ໃນພາບວີດີໂອ ນີ້ ທີ່ບໍ່ໄດ້ລະບຸວັນເວລາ ຖືກນຳລົງເຜີຍແຜ່ ໃນເວັບໄຊ້ ຂອງສື່ສັງຄົມ, ວັນທີ 19 ເມນາ 2015.

ທ່ານໄດ້ກ່າວອີກວ່າ “ບໍ່ມີໃຜ ຄວນມີຊີວິດ ຢູ່ໃນຄວາມຢ້ານກົວ ປະຕິບັດ​ສາສະໜາ​
ກິດຢ່າງລັບໆ ຫຼື ປະເຊີນກັບການຈຳ​ແນ​ກກີດ​ກັນ ຍ້ອນຄວາມເຊື່ອຖື ຂອງພວກ​
ເຂົາ​ເຈົ້າ.”

ພວກຄົນ ຊົນກຸ່ມນ້ອຍ Yazidi ທີ່ຖືກພັດພາກຈາກຖິ່ນຖານ ພາກັນຫລົບໜີ ຄວາມຮຸນແຮງ ຈາກກຳລັງຂອງກຸ່ມລັດອິສລາມ ໃນເມືອງ Sinjar, ຂອງອີຣັກ ເຄີດດິສຖານ, ດ້ວຍການຍ່າງໄປໃນທິດທາງ ເມືອງ Elierbeh ຂອງເຂດປົກຄອງ Al-Hasakah ທີ່ຕິດກັບຊາຍແດນຂອງຊີເຣຍ, ວັນທີ 11 ສິງຫາ 2014.

ແຕ່ທ່ານໄດ້ກ່າວຢ່າງລາຍລະອຽດຫຼາຍທີ່ສຸດ ກ່ຽວ​ກັບກຸ່ມລັດອິສລາມ.

ທ່ານໄດ້ກ່າວວ່າ “ໃນຂະນະທີ່ພວກເຮົາ ໄດ້ທຳຄວາມກ້າວໜ້າ ໃນການເອົາຊະນະ
ກຸ່ມ ISIS ແລະ ບໍ່ໃຫ້ພວກເຂົາຕັ້ງເປັນເມືອງຫລວງຂອງລັດອິສລາມ ພວກສະມາ
ຊິກກໍ່ການຮ້າຍ ຂອງພວກເຂົາ ໄດ້ສືບຕໍ່ແນເປົ້າໝາຍໃສ່ສາສະໜາອື່ນໆ ແລະ
ພວກ​ຊົນ​ກຸ່ມ​ນ້ອຍຕ່າງໆ ເພື່ອທຳການຂົ່ມຂືນສຳເລົາ ລັກພາຕົວໄປ ເພື່ອເປັນ
ຂ້າທາດ ແລະ ແມ່ນກະທັງການເຂັ່ນຂ້າ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG