ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກ່າວວ່າ ກຸ່ມລັດອິສລາມ ​ກໍ່ຄວາມ​ຮຸນ​ແຮງ​ ຕໍ່ພວກ​ສາສະໜາ​ ​ແລະ​ຊົນ​ກຸ່ມ​ນ້ອຍ


ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ກຳລັງອອກຈາກການໃຫ້ຄຳຖະແຫຼງ ກ່ຽວກັບລາຍ​ງານ​ປະຈຳ​ປີ​ຂອງ​ກະຊວງການ​ຕ່າງປະ​ເທດ​ ວ່າດ້ວຍ​ເສ​ລີ​ພາບ
​ໃນ​ການ​ນັບຖື​ສາສະໜາ, 15 ສິງຫາ, 2017, ທີ່ກະຊວງການ​ຕ່າງປະ​ເທດ ວໍຊີງຕັນ.
ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ກຳລັງອອກຈາກການໃຫ້ຄຳຖະແຫຼງ ກ່ຽວກັບລາຍ​ງານ​ປະຈຳ​ປີ​ຂອງ​ກະຊວງການ​ຕ່າງປະ​ເທດ​ ວ່າດ້ວຍ​ເສ​ລີ​ພາບ ​ໃນ​ການ​ນັບຖື​ສາສະໜາ, 15 ສິງຫາ, 2017, ທີ່ກະຊວງການ​ຕ່າງປະ​ເທດ ວໍຊີງຕັນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ​ໄດ້​ຈຳ​ແນ​ກອອກ
7 ປະ​ເທດ ​ພວກທີ່ພໍເບິ່ງເຫັນໄດ້ວ່າ ພາກັນລະ​ເມີດ​ເສຣີພາບທາງດ້ານສາສະໜາ, ​
ແຕ່​ ​ໄດ້​ຕຳນິແຮງທີ່ສຸດ ກຸ່ມຫົວຮຸນແຮງ​ລັດ​ອິສລາມ ທີ່​ໄດ້​ສ້າງຄວາມ​ຮຸນ​ແຮງ​ ຕ້ານພວກ​ສາສະໜາ​ ​ແລະ​ຊົນ​ເຜົ່າກຸ່ມ​ນ້ອຍທັງຫຼາຍ. ຄວາມ​ເຫັນ​ຂອງ​ທ່ານ Tillerson ​ໄດ້​ມີ​ຂຶ້ນ​
ໃນ​ວັນ​ອັງຄານ​ວານ​ນີ້ ເວລາ​ກະຊວງການ​ຕ່າງປະ​ເທດ ​ນຳ​ເຜີຍ​ແຜ່ ລາຍ​ງານ​ປະຈຳ​ປີ​
ຂອງ​ຕົນ​ ກ່ຽວ​ກັບ​ເສ​ລິ​ພາບ​ໃນ​ການ​ນັບຖື​ສາສະໜາ ຊຶ່ງ​ວັນນະ​ສອນ ຈະມີ​ລາຍ​ລະອຽດ
​ຂອງລາຍ​ງານ​ຈາກ Mariama Diallo ນັກ​ຂ່າວ VOA ມາສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ອີງ​ຕາມ​ລາຍ​ງານ​ຂອງ​ກະຊວງການ​ຕ່າງປະ​ເທດແລ້ວແມ່ນວ່າ ຄວາມ​ໂຫດຮ້າຍ​ທີ່ກະທຳ​ຂຶ້ນໂດຍກຸ່ມ​ລັດ​ອິສລາມ ແມ່ນ​ນຶ່ງ​ໃນ​ການ​ຂົ່ມຂູ່ທີ່​ໃຫຍ່​ຫຼວງທີ່ສຸດ ຕໍ່​ເສ​ລິິພາບ​ໃນ​ການ​ນັບຖື​ສາສະໜາ.

ທ່ານ Rex Tillerson ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ: “​ເປັນ​ການ
ຈະ​ແຈ້ງ​ແລ້ວ​ວ່າ ກຸ່ມ​ລັດ​ອິສລາມ ຫຼື ISIS ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ຂ້າ​ລ້າງ​ເຜົ່າ​ພັນ
ຊາວ Yazidis, ຊາວ​ຄຣິສ ​ແລະ​ຊາວ Shia ມຸສລິ​ມ ​ໃນ​ຂົງ​ເຂດ​ທີ່​ພວກ​ເຂົາ​ຄວບ​ຄຸມ
ຫຼື ​ເຄີຍ​ໄດ້​ຍຶດຄອງ. ນອກຈາກນີ້ແລ້ວ ISIS ຍັງ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ກໍ່​ອາ​ຊະ
ຍະ​ກຳ​ຕ້ານ​ມະນຸດຊາດນຳ ​ທັງ​ກວດ​ລ້າງ​ຊົນຊາດດັ່ງກ່າວນີ້ໂດຍກົງນຳ​ ​ຊຶ່ງ ໃນ​ບາງ​
ກໍລະນີ ​ກໍແມ່ນຕໍ່​ຊາວ Sunni ມຸສລິ​ມ, ຊາວ​ເຄີ​ດ ​ແລະ​ຊົນຊາດ​ກຸ່ມ​ນ້ອຍ​ອື່ນໆ.”

ເຊີນຊົມ ຖ້ອມຖະແຫຼງຂອງທ່ານ Tillerson ກ່ຽວກັບການປະຫັດປະຫານຂອງກຸ່ມ ISIS

Tillerson: 'ISIS Responsible For Genocide'
please wait

No media source currently available

0:00 0:02:15 0:00

ລັດຖະມົນຕີ​ການ​ຕ່າງປະ​ເທດ Rex Tillerson ​ກ່າວ​ວ່າ ການ​ປະ​ຫັດ​ປະຫານສາສະໜາ ​
ແລະ​ການບໍ່​ຜ່ອນສັ້ນຜ່ອນຍາວຕໍ່ກັນ ແມ່ນຍັງຢູ່ຫ່າງ​ໄກ​ຫຼາຍຈາກຄວາມຈິງ​ໃນສະຖານ​ທີ່
​ອື່ນໆ ໂດຍ​ທີ່​ 80 ເປີ​ເຊັນ ຂອງ​ປະຊາກອນ​ໂລກ ຍັງ​ຕົກ​ຢູ່​ພາ​ຍ​ໃຕ້ຂໍ້​ຈຳກັດຮັດແຄບ

ຫຼື​ບໍ່ ກໍ​ແມ່ນ​ຢູ່​ທ່າມກາງ​ຂອງ​ຄວາມ​ເປັນ​ບໍລະ​ປັກ ທີ່​ຈຳ​ກັດ​ເສ​ລິິພາບ​ທາງ​ສາສະໜາ
ຂອງ​ພວກ​ເຂົາ​ເຈົ້າ.

ທ່ານ Tillerson ກ່າວ​ຕໍ່​ໄປວ່າ “ຢູ່​ໃນ​ອິຣ່ານ, ພວກ Baha’i ຊາວ​ຄຣິສ ​ແລະ​ຊົນ​ກຸ່ມ​
ນ້ອຍ​ອື່ນໆ ​ແມ່ນຈະ​ຖືກ​ປະ​ຫັດ​ປະຫານ ​ຍ້ອນ​ຄວາມເຊື່ອ​ຖືຂອງ​ພວກ​ເຂົາ​ເຈົ້າ. ອິຣ່ານ
ຍັງສືບ​ຕໍ່​ສົ່ງ​ຜູ້ຄົນໄປຕາຍ ພາຍ​ໃຕ້​ກົດໝາຍຄົນນອກສາສະໜາ​ທີ່​ຄຸມ​ເຄືອ​ແລະ​ບໍ່​ຊັດ​ເຈນ.”

ລາຍ​ງານ​ຂອງກະຊວງການ​ຕ່າງປະ​ເທດ ​ໄດ້​ຮຽກຮ້ອງ​ໃຫ້​ຫຼາຍໆ​ປະ​ເທດ ​ເຊັ່ນ Saudi
Arabia ທີ່​ເປັນ​ພັນທະ​ມິດ​ໃກ້ຊິດກັບ​ສະຫະລັດ ​ໃຫ້​ຮັບ​ເອົາ​ການມີ​ເສ​ລິິພາບ​ໃນ​ການ​ນັບຖື​ສາສະໜາ ສຳ​ຫຼັບ​ປະຊາຊົນຂອງ​ຕົນທຸກໆຄົນ.

ກຸ່ມລັດອິສລາມ ຈໍ່ປືນ ໃສ່ຫົວຊາວອິຕິໂອເປຍ ທີ່ນັບຖືສາສະໜາຄຣິສ ໃນ Wilayat Fazzan, ລີເບຍ, ພາບນິ່ງທີ່ເອົາມາຈາກວີດີໂອ ທີ່ໄດ້ມາທາງສື່ສັງຄົມທາງອິນເຕີແນັດ 19 ເມສາ 2015.
ກຸ່ມລັດອິສລາມ ຈໍ່ປືນ ໃສ່ຫົວຊາວອິຕິໂອເປຍ ທີ່ນັບຖືສາສະໜາຄຣິສ ໃນ Wilayat Fazzan, ລີເບຍ, ພາບນິ່ງທີ່ເອົາມາຈາກວີດີໂອ ທີ່ໄດ້ມາທາງສື່ສັງຄົມທາງອິນເຕີແນັດ 19 ເມສາ 2015.

ທ່ານ Tillerson ກ່າວຕື່ມ​ອີກ​ວ່າ: “ລັດຖະບານ​ບໍ່ຮັບຮູ້​ສິດທິ​ຂອງ​ພວກ​ທີ່​ບໍ່​ເປັນມຸສລິມ
ໃນ​ການປະຕິບັດທາງສາສະໜາຂອງ​ພວກ​ເຂົາ​ເຈົ້າ ທັງໄດ້ລົງໂທດແບບຕ່າງໆທາງ
ອາຍາ ລວມທັງການຕັດສິນໃສ່ຄຸກນຳ ພ້ອມ​ທັງ ​ການ​ຂ້ຽນ​ຕີ ​ແລະ​ປັບ​ໃໝ ຍ້ອນຖືວ່າ
ນອກສາສະໜາ ​ບໍ່ມີສາສະໜາ​ ຖືວ່າ​ດູ​ໝິ່ນ ​ແລະ​ໂຈມຕີການຕີຄວາມ​ໝາຍ​ຂອງ​ສາ
ສະໜາ​ອິສລາມ​.”

ນອກຈາກນີ້ແລ້ວ ທ່ານ Tillerson ຍັງ​ໄດ້ຕຳ​ໜິຕິຕຽນ ​ເທີ​ກີ Bahrain ຊູ​ດານ
ປາ​ກິ​ສຖານ ​ແລະ​ຈີນນຳ ຊຶ່ງ​ທ່ານ​ກ່າວ​ວ່າ “ສະມາຊິກ​ຂອງສາສະໜາ Falun Gong
ສິບ​ກວ່າ​ຄົນ ​ໄດ້​ເສຍ​ຊີວິດໃນບ່ອນຄຸມຂັງ​. ນະ​ໂຍບາຍ​ທີ່​ຈຳກັດ​ຮັດ​ແຄບຕໍ່ ​
ການສະ​ແດງ​ອອກ​ ​ແລະການ​ປະຕິບັດ ຂອງ​ຊາວ​ວີ​ເກີ ມຸສລິ​ມ ​ແລະ​ຊາວ​ທີ​ເບັດ
​ທີ່​ນັບຖື​ສາສະໜາ​ພຸດ ​ແມ່ນໄດ້ມີ​ເພີ່ມ​ຂຶ້ນ.”

​ເຖິງ​ແມ່ນ​ວ່າ​ຈະ​ມີ​ການ​ທ້າ​ທາຍ​ຢ່າງ​ຕໍ່​ເນື່ອງ​ກໍ​ຕາມ ລາຍ​ງານນີ້ ຍັງ​ໄດ້​ເປີດ​ເຜີຍ​ວ່າ ມີ
​ເກືອ​ບ 200 ປະ​ເທດ ​ແລະ​ຖືກ​ຈັດ​ໃຫ້​ມີ​ຜົນ​ບັງຄັບ​ໃຊ້​ໂດຍ​ລັດຖະສະພາ ທີ່​ໃຫ້ຂໍ້ສັງເກດ
​ວ່າ ເສ​ລິິພາບ​ໃນ​ການ​ນັບຖື​ສາສະໜາ ​ແມ່ນ​ມີການຂະຫຍາຍ​ກວ້າງອອກໄປ ​ໃນ​ຫຼາຍ​
ປະ​ເທດ​ເຊັ່ນ ຫວຽດນາມ ​ແລະ​ສະຫະພາບ​ອາຣັບ ອິມິ​ເຣັສ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ຊົນກຸ່ມນ້ອຍ ຊາວ Yazidi ທີ່ພາກັນອົບພະຍົບລົບໄພຈາກຄວາມຮຸນແຮງ ຂອງກອງກຳລັງກຸ່ມລັດອິສລາມ ໃນເມືອງ Sinjar, Iraqi Kurdistan, ພາກັນເດີນທາງ ໄປສູ່ ເມືອງຊາຍແດນ Elierbeh, ຊີເຣຍ ທີ່ປົກຄອງໂດຍ Al-Hasakah, 11 ສິງຫາ 2014.
ຊົນກຸ່ມນ້ອຍ ຊາວ Yazidi ທີ່ພາກັນອົບພະຍົບລົບໄພຈາກຄວາມຮຸນແຮງ ຂອງກອງກຳລັງກຸ່ມລັດອິສລາມ ໃນເມືອງ Sinjar, Iraqi Kurdistan, ພາກັນເດີນທາງ ໄປສູ່ ເມືອງຊາຍແດນ Elierbeh, ຊີເຣຍ ທີ່ປົກຄອງໂດຍ Al-Hasakah, 11 ສິງຫາ 2014.
XS
SM
MD
LG