ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບົດ​ງາຍ​ງານ​ຂອງກະ​ຊວງ​ການ​ຕ່າງ​ປະ​ເທດ ​ສ​ຫ​ລ ເວົ້າ​ວ່າ ການ​ລະ​ບາດ​ຂອງ​​ໂຄວິດ-19 ​ເຮັດ​ໃຫ້​ການ​ຄ້າ​ມະ​ນຸດ ເພີ້ມ​ຄວາມ​ຮ້າຍ​ແຮງ​ຂຶ້ນ


(ພາບ​ໃນ​ແຟ້​ມ) ທ່ານແອນ​ໂທ​ນີ  ບ​ລິງ​ເກັນ ລັດຖະມົນຕີການຕ່າງປະເທດ ສ​ຫລ ກ່າວກ່ຽວ​ກັບ​ການ​ເຜີຍ​ແຜ່ບົດລາຍງານການຄ້າມະນຸດປະ​ຈຳປີ ທີ່​ນະ​ຄອນ​ຫລວງ​ວໍ​ຊິງ​ຕັນ, ວັນ​ທີ 1 ກ​ໍ​ລະ​ກົດ, 2021
(ພາບ​ໃນ​ແຟ້​ມ) ທ່ານແອນ​ໂທ​ນີ  ບ​ລິງ​ເກັນ ລັດຖະມົນຕີການຕ່າງປະເທດ ສ​ຫລ ກ່າວກ່ຽວ​ກັບ​ການ​ເຜີຍ​ແຜ່ບົດລາຍງານການຄ້າມະນຸດປະ​ຈຳປີ ທີ່​ນະ​ຄອນ​ຫລວງ​ວໍ​ຊິງ​ຕັນ, ວັນ​ທີ 1 ກ​ໍ​ລະ​ກົດ, 2021

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ​ກ່າວ​ໃນ​ລາຍ​ງານ​ການ​ຄ້າ​ມະ​ນຸດ​ປະ​ຈຳ​ປີ​ຂອງ​ຕົນທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ອັງ​ຄານ​ວານນີ້ວ່າ ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ເຮັດ​ໃຫ້​ການ​ຄ້າ​ມະ​ນຸດເພີ້ມ​ຄວາມ​ຮ້າຍ​ແຮງ​ຂຶ້ນ.

"ບົດລາຍງານການຄ້າມະນຸດປີນີ້ ໄດ້ສົ່ງຂໍ້ຄວາມທີ່ແຮງໃຫ້ໂລກຮູ້ວ່າວິກິດການ ໂລກ ເຊັ່ນ: ການລະບາດຂອງພະ​ຍາດ​ໂຄວິດ-19, ການປ່ຽນແປງຂອງດິນຟ້າອາກາດ, ແລະນະໂຍບາຍ ແລະການປະຕິບັດທີ່​ມີການຈໍາແນກທີ່​ຍືດ​ເຍື້ອມີຜົນກະທົບໃນ​ລະ​ດັບ​ທີ່​ແຕກ​ຕ່າງ​ກັນຕໍ່ບຸກຄົນທີ່ຖືກກົດຂີ່ຍ້ອນຄວາມບໍ່ຍຸຕິທໍາແບບ ອື່ນຢູ່​ແລ້ວອີກ," ນັ້ນ​ຄື​ຄຳ​ເວົ້າ​ຂອງລັດຖະມົນຕີການຕ່າງປະເທດ, ທ່ານແອນ​ໂທ​ນີ ບ​ລິງ​ເກັນທີ່ກ່າວຢູ່ໃນ​ການນຳ​ສະ​ເໜີບົດລາຍງານນີ້.

ທ່ານກ່າວວ່າ "ສິ່ງທ້າທາຍເຫຼົ່ານີ້ໄດ້ເຮັດໃຫ້ສະ​ພາບ​ທີ່​ຈະມີ​ການຂູດຮີດໄດ້​ງ່າຍ ລວມທັງ ການຄ້າມະນຸດທີ່​ມີ​ຢູ່​ແລ້​ວນັ້ນເພີ້ມ​ຄວາມ​ຮ້າຍ​ແຮງ​ຂຶ້ນ."

ໃນບົດລາຍງານນີ້ ​ທ່ານບ​ລິງ​ເກັນຮຽກຮ້ອງໃຫ້ປະເທດອື່ນໆ ເຮັດ​ວຽກຮ່ວມກັບສະຫະລັດເພື່ອປັບປຸງ "ການ​ດຳ​ເນີນຄວາມພະຍາຍາມລວມຂອງພວກເຮົາ ເພື່ອແກ້ໄຂບັນ​ຫາການຄ້າມະນຸດຢ່າງ​ຮອບ​ດ້ານ."

ທ່ານ​ກ່າວ​ວ່າ ການ​ເຮັດ​ເຊັ່ນ​ນັ້ນ​ຮຽກ​ຮ້ອງ​ໃຫ້​ຫຼຸດ​ຜ່ອນ "ການ​ປະ​ຕິ​ບັດ ​ແລະ​ນະ​ໂຍ​ບາຍ​ທີ່​ເປັນ​ອັນ​ຕະ​ລາຍ​ທີ່​ເຮັດ​ໃຫ້​ມີ​ສະ​ພາບຄວາມ​ສ່ຽງ​ທາງ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ ຫຼື​ການ​ເມືອງສູງທີ່ພວກ​ຄ້າ​ມະ​ນຸດ ​ມັກ​ຈະ​ເອົາ​ຄົນໄປ​ເປັນ​ເຫຍື່ອ​ໄດ້​ງ່າຍນັ້ນ."

ລາຍ​ງານ​ນີ້ກ່າວອີກ​ວ່າ ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ນຳ​ເອົາ “ຜົນ​ສະ​ທ້ອນ​ແບບບໍ່​ເຄີຍ​ມີ​ມາ​ກ່ອນ​ຕໍ່​ສິດ​ທິ​ມະ​ນຸດ ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ທົ່ວ​ໂລກ, ລວມ​ທັງ​ການ​ຄ້າ​ມະ​ນຸດ.”

"ລັດຖະບານທົ່ວໂລກທີ່ຫັນເອົາແຫລ່ງຊັບພະຍາກອນທັງ​ຫລາຍໄປແກ້​ໄຂ​ບັນ​ຫາ​ຈາກການລະບາດຢ່າງ​ໜັກຂອງພະຍາດ ມັກຈະເຮັດ​ໃຫ້ຄວາມພະຍາຍາມຕ້ານການຄ້າມະນຸດບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້, ຊຶ່ງ​ສົ່ງ​ຜົນເຮັດໃຫ້ມາດຕະການປ້ອງກັນ ແລະການສະຫນອງການບໍລິການແກ່ຜູ້ຖືກເຄາະຮ້າຍຫຼຸດລົງ, ເຮັດ​ໃຫ້ຄວາມພະຍາຍາມໃນການປ້ອງກັນຫລຸດ​ລົງ ແລະມີການກີດ​ກັນການສືບສວນ ແລະການດໍາເນີນຄະດີຂອງພວກຄ້າມະນຸດ."

ບົດລາຍງານໄດ້ອະທິບາຍວ່າ ຜູ້ທີ່ມີສ່ວນພົວ​ພັນໃນການ​ດຳ​ເນີນຄວາມພະຍາຍາມຕ້ານການຄ້າມະນຸດ "ຊອກຫາວິທີທີ່ຈະປັບຕົວແລະສ້າງສາຍພົວ​ພັນໃຫມ່ ເພື່ອເອົາຊະນະຕໍ່ສິ່ງທ້າທາຍຕ່າງໆ." ມັນກ່າວຕື່ມວ່າ ພວກຄ້າມະນຸດກໍມີຄວາມຊໍານິຊໍານານ ໃນການປ່ຽນແປງວິທີການຂອງພວກເຂົາເຊັ່ນກັນ.

XS
SM
MD
LG