ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານນາງ Clinton ຮຽກຮ້ອງ ໃຫ້ລາວ ຊອກຫາ ນັກເຄື່ອນໄຫວ ທີ່ຫາຍໂຕໄປ


ທ່ານສົມບັດ ສົມພອນ ນັກເຄື່ອນໄຫວສັງຄົມພົນລະເຮືອນທີ່ມີຊື່ສຽງ
ຂອງລາວ ທີ່ຫາຍໂຕໄປ
ທ່ານສົມບັດ ສົມພອນ ນັກເຄື່ອນໄຫວສັງຄົມພົນລະເຮືອນທີ່ມີຊື່ສຽງ ຂອງລາວ ທີ່ຫາຍໂຕໄປ
ກະຊວງ​ຕ່າງປະ​ເທດ​ສະຫະລັດ ສະ​ແດງ​ຄວາມ​ເປັນ​ຫ່ວງ​ ກ່ຽວ​ກັບ​ການ​ຫາຍ​ໂຕ​ໄປ​ຂອງ​ທ່ານ​ສົມບັດ ສົມ​ພອນ. ຫ້ອງການ​ຂອງ​ທ່ານ​ນາງ Hillary Clinton ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ອອກ​ຖະ​ແຫຼງການ ​ຕໍ່​ສື່​ມວນ​ຊົ​ນ ​ໃນ​ວັນ​ພຸດ​ວານ​ນີ້​ວ່າ:

“ສົມບັດ ສົມ​ພອນ ຜູ້​ນໍາ​ສັງຄົມ​ພົນລະ​ເຮືອນ​ຂອງ​ລາວ ທີ່​ຫາຍ​ໂຕ​ໄປ​ໄດ້ ນຶ່ງ​ເດືອນ​ຜ່ານ​ມາ​ແລ້ວ​ນັ້ນ. ລາຍ​ງານ​ດັ່ງກ່າວເວົ້າ​ວ່າ ທ່ານ​ສົມບັດ ​ໄດ້ ຫາຍ​ໂຕ​ໄປເມື່ອ​ຕອນ​ແລງ​ຂອງ​ວັນ​ທີ່ 15 ທັນວາ​ ຜ່ານມາ​ນີ້ ຫຼັງຈາກ​ຜູ້ ກ່ຽວ​ຖືກ​ຕໍາຫຼວດສັ່ງ​ໃຫ້​ຢຸດລົດ ທີ່​ປ້ອມ​ຕໍາຫຼວດ​ແຫ່ງ​ນຶ່ງ​ໃນ​ນະຄອນຫຼວງ ວຽງ​ຈັນ. ພວກ​ເຮົາ​ຂໍ​ຮຽກຮ້ອງ​ໃຫ້​ລັດຖະບານ​ລາວ​ຈົ່ງດໍ​າ​ເນີນ ​ການສືບ ສວນ​ສອບ​ສວນ​ຕໍ່​ເຫດການ​ນີ້​ຢ່າງ​ມີ​ຄວາມໂປ່​ງ​ໃສ ​ແລະ​ໃຫ້​ກະທໍາທຸກ​ສິ່ງ​ຢ່າງໃນ​ອໍານາດ​ຂອງ​ລັດຖະບານ​ລາວ ​ເພື່ອໃຫ້​ທ່ານ​ສົມ​ບັດ ​ໄດ້ກັບ​ຄືນ​ໄປ ຢູ່​ນໍາ​ຄອບຄົວ​ຂອງ​ທ່ານ​ ໂດຍ​ທັນທີ​ແລະ​ປອດ​ໄພ.

ນັບ​ຕັ້ງ​ແຕ່​ທ່ານ​ສົມບັດ ​ຈົບ​ການ​ສຶກສາ​ຂອງ​ທ່ານ​ທີ່​ສະຫະລັດ ທ່ານ​ສົມ​ບັດ ​ໄດ້​ປະຕິບັດ​ງານ​ຢ່າງ​ບໍ່​ອິດ​ເມື່ອຍ ​ເພື່ອ​ຊຸກຍູ້​ສົ່ງ​ເສີມ​ການ​ພັດທະ​ນາ​ແບບ ຍືນ​ຍົງ​ຢູ່​ໃນ​ລາວ ​ແລະ​ທ່ານ​ສົມບັດ ຍັງ​ໄດ້​ດົນ​ຈິດ​ດົນ​ໃຈ ​ພວກ​ຜູ້​ນໍາ​ໜຸ່ມ​ນ້ອຍລຸ້ນ​ໃໝ່. ທ່ານ​ສົມບັດ ໄດ້​ກໍ່​ຕັ້ງສູນ​ອົບຮົມ​ຮ່ວມ​ພັດທະນາ ຫຼື Participatory Development Training Center ທີ່​ເປັນ​ສູນໃຫ້ການ ອົບ​ຮົມ​ເຍົາວະ​ຊົນ​ລາວ ​ແລະ​ບັນດາ​ຜູ້​ນໍາ​ທ້ອງ​ຖິ່ນ​ຂອງ​ລັດຖະບານ​ໃນ​ການ ພັດທະນາ​ຊຸມ​ຊົນ ​ແລະ​ການ​ລົດ​ຜ່ອນ​ຄວາມທຸກ​ຈົນ. ການ​ຫາຍ​ໂຕໄປ ຂອງ​ທ່ານ​ສົມບັດ​ຄັ້ງ​ນີ້ ​ແມ່ນ​ໄດ້​ສ້າງ​ຄວາມ​ເປັນ​ຫ່ວງ​ອັນ​ໃຫຍ່ຫຼວງ ຈາກ ຄອບຄົວ ​ໝູ່​ເພື່ອນ​ ​ແລະ​ເພື່ອນ​ຮ່ວມ​ງານ​ຂອງ​ທ່ານ​ຢູ່​ໃນທົ່ວ​ໂລກ. ພວກເຮົາ​ຂໍ​ຮຽກຮ້ອງ​ໃຫ້​ທ່ານ​ສົມບັດ​ໄດ້​ກັບ​ຕ່າວ​ຄືນ​ບ້ານ​ໂດຍທັນ​ທີ ​ແລະ​ສົ່ງ​ຄວາມຮູ້ສຶກຫ່ວງ​ໃຍ ​ແລະຄໍາພາວະນາ​ວິ່ງວອນ​ຂອງ​ພວກ​ເຮົາ​ ໄປ​ຍັງ​ຄອບຄົວ ​ແລະ​ຄົນ​ຮັກ​ແພງ​ຂອງ​ທ່ານ​ດ້ວຍ.”
XS
SM
MD
LG