ເຈົ້າໜ້າທີ່ລະດັບສູງກະຊວງຕ່າງປະເທດສະຫະລັດທ່ານນຶ່ງ ໄດ້ລາອອກ ແລະອີກສາມຄົນ ໄດ້ຖືກສັ່ງໃຫ້ພັກການຊົ່ວຄາວຫຼັງຈາກຜົນການສືບສວນສອບສວນໂດຍຄະນະກຳມະ ການອິດສະຫຼະ ທີ່ສະລຸບວ່າ ພາລະກິດການຮັກສາຄວາມປອດໄພຢູ່ກົງສຸນສະຫະລັດ ທີ່ເມືອງ Benghazi ປະເທດລີເບຍນັ້ນ ແມ່ນບໍ່ພຽງພໍເປັນສ່ວນໃຫຍ່ ໃນເວລາສະຖານກົງ ສຸນດັ່ງກ່າວຖືກໂຈມຕີເຖິງຂັ້ນມີຜູ້ເສຍຊີວິດເມື່ອວັນທີ່ 11 ເດືອນກັນຍາຜ່ານມານີ້.
ໂຄສົກຍິງກະຊວງຕ່າງປະເທດສະຫະລັດເວົ້າວ່າ ທ່ານນາງ Hillary Clinton ໄດ້ຮັບເອົາການຕັດສິນໃຈລາອອກຂອງທ່ານ Eric Boswell ຈາກຕໍາແໜ່ງລັດຖະມົນຕີຊ່ວຍວ່າ ການກະຊວງຕ່າງປະເທດຮັບຜິດຊອບເລື່ອງຄວາມປອດໄພ ດ້ານການທູດສະຫະລັດນັ້ນ.
ໂຄສົກກະຊວງຕ່າງປະເທດສະຫະລັດ ທ່ານນາງ Victoria Nuland ຍັງເວົ້າອີກວ່າ ເຈົ້າ ໜ້າທີ່ກ່ຽວຂ້ອງອີກສາມຄົນ ຖືກສັ່ງພັກການ. ໃນຖະແຫຼງ ການສະບັບນຶ່ງທີ່ອອກເມື່ອວັນພຸດວານນີ້ ໂຄສົກ Nuland ບໍ່ໄດ້ເປີດເຜີຍຊື່ຂອງເຈົ້າໜ້າທີ່ສາມຄົນດັ່ງກ່າວ ຊຶ່ງທ່ານນາງກ່າວວ່າ ທັງສີ່ຄົນ ໄດ້ຖືກສັ່ງໃຫ້ພັກການ.
ການປ່ຽນແປງກ່ຽວກັບພວກເຈົ້າໜ້າທີ່ດັງກ່າວໄດ້ມີຂຶ້ນລຸນຫຼັງການອອກ ລາຍງານສະບັບນຶ່ງຂອງຄະນະກໍາມະການກວດສອບຄວາມຮັບຜິດຊອບ. ຫຼັງຈາກການສືບສວນສອບສວນອິດສະຫຼະບັ້ນນຶ່ງຂອງເຫດການໂຈມຕີສະຖານກົງສຸນສະຫະລັດທີ່ລີເບຍ ຊຶ່ງໄດ້ສັງຫານເອກອັກຄະລັດຖະທູດສະຫະລັດ ແລະເຈົ້າໜ້າທີ່ອະເມຣິກັນອີກສາມຄົນ ຄະນະກໍາມະການສະ
ລຸບວ່າ ຍ້ອນຄວາມລົ້ມແຫຼວ ແລະຄວາມບົກຜ່ອງດ້ານການບໍລິຫານຢ່າງເປັນລະບົບ ໃນ ລະດັບສູງ ພາຍໃນສອງສໍານັກງານຂອງກະຊວງຕ່າງປະເທດ ທີ່ນໍາໄປສູ່ການປົກປ້ອງຄຸ້ມ ກັນສະຖານກົງສຸນທີ່ລົ້ມແຫຼວ.
ນອກນີ້ແລ້ວ ຄະນະກໍາມະການກວດສອບຍັງເວົ້າອີກວ່າ ຈໍານວນເຈົ້າໜ້າ ທີ່ຮັກສາຄວາມປອດໄພໃຫ້ສະຖານກົງສູນທີ່ເມືອງເບັງກາຊີໃນເວລາເກີດ ເຫດນັ້ນແມ່ນບໍ່ພຽງພໍ ທັງໆທີ່ມີການຮ້ອງຂໍຈາກທາງການທູດສະຫະລັດໃນ ລີີເບຍ ໃຫ້ສົ່ງເຈົ້າໜ້າທີ່ຮັກສາຄວາມປອດໄພໄປເພີ່ມ ຊໍ້າແລ້ວຊໍ້າອີກນັ້ນກໍຕາມ.
ເມື່ອວັນພະຫັດມື້ນີ້ ຄະນະກໍາມະການກິດຈະການຕ່າງປະເທດຂອງສະພາຕໍ່າແລະສະພາ ສູງສະຫະລັດຈະສອບປາກສອບຄໍາບັນດາເຈົ້າໜ້າທີ່ລະດັບ ສູງກະຊວງຕ່າງປະເທດກ່ຽວກັບການພົບເຫັນຂອງຄະນະກໍາມະການນີ້.