ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ ເພີ້ມຊື່ 8 ປະເທດ ເຂົ້າໃນບັນຊີ ລະເມີດ ການຄ້າມະນຸດ ທີ່ຮ້າຍແຮງສຸດ


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ຖືລາຍງານ​ການ​ຄ້າ​ມະນຸດປະຈຳ​ປີ 2016 ຂອງກະຊວງ​ການຕ່າງປະ​ເທດ​ສະຫະ​ລັດ.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ຖືລາຍງານ​ການ​ຄ້າ​ມະນຸດປະຈຳ​ປີ 2016 ຂອງກະຊວງ​ການຕ່າງປະ​ເທດ​ສະຫະ​ລັດ.

ພວກເກັບ​ເກນໄດ້​ມາທີ່​ເມືອງຂອງ​ນາງ Angela ​ໃນ​ປ​ະ​ເທດ​ຊີ​ເຣຍ​ໂດຍສະ​ເໜີ​ທີ່​ຈະ​ຈ້າງ​ນາງ ​ໄປເຮັດ​ວຽກ​ຢູ່​ຮ້ານ​ອາຫານ ​ໃນ Lebanon. ນາງ​ໄດ້​ຕົກລົງ​ຮັບ​ເອົາ​ເພື່ອ​ໜີ​ຈາກ​ປະ​ເທດ​ທີ່​ເກີດສົງ​ຄາມ​ຂອງ​ນາງ ​ແຕ່​ໄ​ດ້ພົບ​ເຫັນ​ຕົນ​ເອງວ່າ​ໄດ້​ຕົກ​ເປັນ​ເຫຍື່ອ​ການ​ຄ້າປະ​ເວ​ນີ ພ້ອມ​ດ້ວຍ​ແມ່ຍິງຄົນ​ອຶ່ນໆ ອີກຫລາຍ​ສິບ​ຄົນ. ​ເຂົາ​ເຈົ້າ​ໄດ້​ຖືກ​ກັກ​ຂັງ​ໄວ້​ຢູ່ທີ່​ໂຮງ​ແຮມ ແລະ​ບາງ​ຄັ້ງ​ຖືກ​ບັງຄັບ​ໃຫ້​ພົບກັບ​ລູກ​ຄ້າ 20 ຄົນ​ໃນ​ແຕ່ລະ​ມື້. ພວກ​ຄ້າ​ມະນຸດ​ຍັງ​ໄດ້​ຂົ່ມ ຂືນ ​ແລະ​ທໍລະ​ມານ​ພວກ​ແມ່ຍິງ​ເຫລົ່ານີ້ໃຫ້​ຍອມປະຕິບັດ​ຕາມ​ຄຳ​ສັ່ງ. ນາງ Angela ​ໃນ​ທີ່​ສຸດ​ກໍ​ສາມາດລັກ​ໜີໄດ້ໂດຍການ​ຊ່ວຍ​ເຫລືອ​ຂອງ​ຕຳຫລວດ.

​ກໍລະນີ​ຂອງນາງ Angela ​ແມ່ນ​ນຶ່ງ​ໃນ​ຫລາຍໆເລື້ອງທີ່​ໄດ້​ກ່າວເຖິງ​ຢູ່​ໃນ​ລາຍງານ​ການ​ຄ້າ​ມະນຸດປະຈຳ​ປີ 2016 ຂອງກະຊວງ​ຕ່າງປະ​ເທດ​ສະຫະ​ລັດ​ ທີ່​ໄດ້​ກ່າວ​ຢ້ຳ​ເຖິງ​ບັນຫາ ຂ້າ​ທາດສະ​ໄໝ​ໃໝ່ ​ທະຫານ​ເດັກນ້ອຍ ການບັງຄັບ​ໃຫ້​ແຕ່ງງານແລະການ​ຮັບ​ໃຊ້ຢູ່​ຕາມ​ບ້ານ​ເຮືອນ. ນອກ​ນັ້ນລາຍ​ງານ​ຍັງ​ໄດ້​ເປີດ​ເຜິ​ຍ ​ເຖິງຄວາມ​ພະຍາຍາມ​ຂອງ​ລັດຖະບານໃນ 188 ປະ​ເທດ ​ແລະ​ດິນ​ແດນ​ຕ່າງ​ໆ​ຢູ່ທົ່ວ​ໂລກ ຮວມ​ທັງ​ສະຫະລັດ ​ເພື່ອ​ຕໍ່ສູ້​ກັບ​ການ​ຄ້າ​ມະນຸດ.

ຢູ່​ໃນ​ລາຍ​ງານ​ປີ​ນີ້ ​ແປດ​ປະ​ເ​ທດ​ໄດ້​ຖືກ​ເພີ້​ມຊື່​ເຂົ້າໃສ່ໃນ​ບັນຊີ​ດຳ​ຂອງ​ບັນດາ​ປະ​ເທດ​ທີ່​ໄດ້ຮັບ​ພິຈາລະນາ​ວ່າ ​ເປັນ​ປະ​ເທດທີ່​ລ່ວງ​ລະ​ເມີດ​ຮ້າຍ​ແຮງ​ທີ່​ສຸດ​ກ່ຽວ​ກັບ ການ​ຄ້າ​ມະນຸດ ໃນອັນ​ທີ່​ຮ້ອງ​ວ່າ ບັນຊີລາຍ​ຊື່​ຂອງ​ກຸ່ມ​ປະ​ເທດ​ທີ 3. ບັນດາ​ປະ​ເທດ​ໃໝ່ ​ທີ່​ເພີ້​ມເຂົ້າ​ໃສ່​ບັນ ຊີ​ລາຍ​ຊື່ ອະດີດ​ລັດ​ຕ່າງໆຂອງ​ສະຫະພາບໂຊ​ຫວຽດ ປະກອບ​ມີ Uzbekistan ​ແລະ Turmenistan ພ້ອມ​ດ້ວຍ​ປະ​ເທດມຽນມາ​ທີ່​ຫາ​ກໍ​ມີປະຊາທິປະ​ໄຕໃໝ່ໆ Haiti, Djibouti, Papua New Guinea, Sudan ​ແລະ Suriname. ປະ​ເທດ​ທີ່​ຖືກ​ຈັດ​ຢູ່​ໃນ​ກຸ່ມ​ທີ​ສາມ ສາມາດໄດ້​ຮັບ​ການ​ລົງ​ໂທດ​ເພື່ອ​ຈຳ​ກັດ​ການໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ອາ​ເມຣິກາ​ແລະ​ນາ​ໆ ຊາດ.

US Adds 8 Countries to List of Worst Human Traffickers
please wait

No media source currently available

0:00 0:02:06 0:00

ກະຊວງ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ​ເຖິງ​ແມ່ນ​ວ່າໄດ້​ມີ​ການ​ດຳ​ເນີນ​ຄວາມ ພະຍາ ຍາມ​ແບບ​ຍືນ​ຍົງເພື່ອ​ຕໍ່ຕ້ານ​ການຄ້າ​ມະນຸດກໍ​ຈິງ ​ແຕ່​ຍັງ​ມີ​ຫລາຍ​ລ້ານ​ຄົນ​ໄດ້​ຖືກບັງຄັບ​ທາງ​ດ້ານ “ຈິດ​ໃຈ ຮ່າງກາຍ ​ແລະດ້ານ​ການ​ເງິນ” ​ແລະຖືກ​ສວຍ ​ໃຊ້​ໂດຍ​ພວກ​ຄ້າ​ມະນຸດ ​ໃນ​ການ “ຫລອກ​ລໍ້ຍ້ອນ​ຄວາມ​ອ່ອນ​ໄຫວ​ຂອງ​ເຂົາ​ເຈົ້າ​ເພື່ອ​ຜົນກຳໄລ."

“ຂ້າ​ທາດ​ສະ​ໄໝ​ໃໝ່​ທີ່​ຍັ​ງມີຢູ່​ໃນ​ທຸກ​ວັນ​ນີ້ ​ໄດ້​ເຮັດ​ຫ​ໃຫ້ 20 ລ້ານກວ່າ​ຄົນຕົກ​ເປັນ​ຜູ້​ເຄາະ​ຮ້າຍ ​ຢູ່​ໃນ​ທຸກ​ເວລາ ທັງ​ໝົດ 20 ລ້ານຄົນ​ນີ້ແມ່ນ​ມະນຸດ ​ເຂົາ​ເຈົ້າ​ມີ​ຊື່ ​ເຂົາ​ເຈົ້າ​ມີ ຫລື​ໄດ້​ມີ​ຄອບຄົວ” ນັ້ນຄື​ຄຳ​ເວົ້າຂອງລັດຖະມົນ​ຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ຮ້ອງ​ການ​ຄ້າ​ມະນຸດ​ວ່າ ​ເປັນ​ອຸດສາຫະກຳທີ່​ມີ ລາຍ​ໄດ້​ຫລາຍ​ພັນ​ລ້ານ​ໂດ​ລາ​ແຕ່ລະ​ປີ.

US Adds 8 Countries to List of Worst Human Traffickers
please wait

No media source currently available

0:00 0:01:26 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG