ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກະຊວງການຕ່າງປະເທດສະຫະລັດ ຊີ້ແຈງວ່າ ບໍ່ມີການຍົກເລີກມາດຕະການລົງໂທດຕໍ່ຫົວໜ້າປ້ອງກັນປະເທດຂອງຈີນ


ແຟ້ມພາບ - ລັດຖະມົນຕີປ້ອງກັນປະເທດຈີນ ທ່ານ ຫລີ ຊາງຟູ ເຂົ້າຮ່ວມກອງປະຊຸມກັບປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ແລະ ລັດຖະມົນຕີປ້ອງກັນປະເທດຣັດເຊຍ ທ່ານ ເຊີເກ ຊອຍກູ ຢູ່ທີ່ມົສກູ ວັນທີ 16 ເມສາ 2023. (Sputnik/Pavel Bednyakov/Pool via Reuters.)
ແຟ້ມພາບ - ລັດຖະມົນຕີປ້ອງກັນປະເທດຈີນ ທ່ານ ຫລີ ຊາງຟູ ເຂົ້າຮ່ວມກອງປະຊຸມກັບປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ແລະ ລັດຖະມົນຕີປ້ອງກັນປະເທດຣັດເຊຍ ທ່ານ ເຊີເກ ຊອຍກູ ຢູ່ທີ່ມົສກູ ວັນທີ 16 ເມສາ 2023. (Sputnik/Pavel Bednyakov/Pool via Reuters.)

ສະຫະລັດຈະບໍ່ພິຈາລະນາການຍົກເລີກມາດຕະການລົງໂທດໃນປັດຈຸບັນ ຕໍ່ຫົວໜ້າປ້ອງກັນປະເທດຂອງຈີນ, ທ່ານ ຫລີ ຊາງຟູ (Li Shangfu), ກະຊວງການຕ່າງປະເທດສະຫະລັດກ່າວວັນຈັນວານນີ້.

​ເຈົ້າໜ້າທີ່ສະຫະລັດກ່າວວ່າ ມາດຕະການລົງໂທດຕໍ່ ທ່ານຫລີ ບໍ່ໄດ້ກີດກັນທ່ານຈາກການດຳເນີນກອງປະຊຸມທາງການກັບຄູ່ຮ່ວມຝ່າຍອາເມຣິກາ, ພ້ອມນັ້ນ ມາດຕະການລົງໂທດກໍໍ່ບໍ່ຄວນເປັນອຸປະສັກຕໍ່ການເຈລະຈາທາງທະຫານລະຫວ່າງວໍຊິງຕັນ ແລະ ປັກກິ່ງເຊັ່ນກັນ.

ໃນ​ທ້າຍ​ອາທິດ​ຜ່ານ​ມາ, ​ປະທານາທິບໍດີ​ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ, ທ່ານ​ຈະ​ບໍ່​ພິຈາລະນາ​ການ​ຜ່ອນຜັນມາດຕະການລົງໂທດ​ຕໍ່​ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ​ເພື່ອ​ປັບປຸງ​ສາຍ​ພົວພັນ. ຕໍ່​ມາ​ທ່ານ​ໄດ້​ສະ​ເໜີ​ວ່າ ການ​ຍົກ​ເລີກ​ມາດຕະການ​ລົງ​ໂທດ​ຕໍ່​ຫົວ​ໜ້າ​ປ້ອງ​ກັນ​ປະ​ເທດ​ແມ່ນ "ຢູ່​ລະຫວ່າງ​ການ​ເຈ​ລະ​ຈາ​ໃນ​ຂະນະນີ້."

ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້ໃຫ້ຄວາມກະຈ່າງແຈ້ງ​ກ່ຽວ​ກັບ​ຈຸດຢືນ​ຂອງ​ສະ​ຫະ​ລັດ​ໃນ​ວັນ​ຈັນ​ວານ​ນີ້.

"ບໍ່, ພວກເຮົາບໍ່," ໂຄສົກກະຊວງການຕ່າງປະເທດ ທ່ານແມັທທິວ ມິລເລີຣ໌ (Matthew Miller) ໄດ້ກ່າວຕໍ່ວີໂອເອ ໃນວັນຈັນ ລະຫວ່າງການ​ຖະ​ແຫຼງຂ່າວຄັ້ງທໍາອິດຂອງທ່ານ. ທ່ານ ມິລເລີຣ໌ ໄດ້ຖືກຖາມວ່າສະຫະລັດ ກຳລັງພິຈາລະນາ ຫຼືຊັ່ງຊາກ່ຽວກັບຄວາມຄິດທີ່ຈະຜ່ອນຜັນການລົງໂທດຕໍ່ເຈົ້າໜ້າທີ່ທະຫານລະດັບສູງຂອງຈີນ ເພື່ອຈຸດປະສົງໃນການເຈລະຈາຫຼືບໍ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG