ມີການຖາມ ຂໍຄວາມກະຈ່າງແຈ້ງ ຈາກກະຊວງຕ່າງປະເທດສະຫະລັດ ໃນວັນພະຫັດ
ວານນີ້ ກ່ຽວກັບຄວາມເຫັນຂອງລັດຖະມົນຕີກະຊວງຕ່າງປະເທດສະຫະລັດ ທ່ານ
Rex Tillerson ທີ່ໄດ້ກ່າວວ່າ ສະຫະລັດພວມກະກຽມທີ່ຈະສົນທະນາກ່ຽວກັບການ
ສ້າງຕັ້ງເຂດຫ້າມບິນ ຢູ່ໃນຊີເຣຍ ກັບຣັດເຊຍ.
ທ່ານ Tillerson ໄດ້ກ່າວຢູ່ໃນຖະແຫລງການສະບັບນຶ່ງ ເມື່ອວັນພຸດຜ່ານມານີ້ວ່າ “ສະຫະລັດກຳລັງກະກຽມເພື່ອຊອກຫາຊ່ອງທາງທີ່ອາດເປັນໄປໄດ້ກ່ຽວກັບ ການສ້າງ
ຕັ້ງກົນໄກຮ່ວມກັບຣັດເຊຍ ເພື່ອຄໍ້າປະກັນສະຖຽນລະພາບ ຮວມທັງເຂດຫ້າມບິນ
ບັນດາຜູ້ສັງເກດການຢຸດຍິງພາກພື້ນດິນ ແລະການປະສານງານ ໃນການຈັດສົ່ງການ
ຊ່ວຍເຫລືອດ້ານມະນຸດສະທຳ.”
ທ່ານກ່າວວ່າ ຖ້າຫາກທັງສອງປະເທດສາມາດເຮັດວຽກເພື່ອ “ສ້າງຕັ້ງສະຖຽນລະພາບທາງພາກພື້ນດິນ ທີ່ຈະວາງພື້ນຖານຂອງຄວາມກ້າວໜ້າ ໃນການຕົກ ລົງກັນກ່ຽວກັບ
ອະນາຄົດການເມືອງຂອງຊີເຣຍ.”
ເວລາພວກນັກຂ່າວຖາມໃນວັນພະຫັດວານນີ້ ໂຄສົກກະຊວງຕ່າງປະເທດສະຫະລັດ
ທ່ານນາງ Heather Nauert ກ່າວວ່າ ຖະແຫລງການຂອງລັດຖະ ມົນຕີ “ໄດ້ອະທິບາຍ
ເຖິງ ການມີປະຕິສຳພັນກັບຣັດເຊຍຂອງພວກເຮົາ ກ່ຽວ ກັບຊີເຣຍເປັນຢ່າງໃດ ໃນ
ຂະນະນີ້.”
ທ່ານນາງ Nauert ກ່າວວ່າ ສະຫະລັດ “ກຳລັງພິຈາລະນາຫລາຍໆຢ່າງ. ນະໂຍບາຍບໍ່
ມີການປ່ຽນແປງ. ຄຳເວົ້າ ແລະປະໂຫຍກຈຳນວນນຶ່ງ ອາດໄດ້ມີການປ່ຽນແປງຢູ່ຈຸດນີ້
ແຕ່ວ່າທັງໝົດແລ້ວ ເປັນພຽງແຕ່ນຶ່ງຂອງທາງເລືອກທີ່ສະຫະ ລັດກຳລັງພິຈາລະນາໃນ
ເວລານີ້.”
ການໃຫ້ຄວາມເຫັນຂອງທ່ານ Tillerson ປາກົດວ່າ ໄດ້ເຮັດໃຫ້ມົສກູປະຫຼາດໃຈ ແຕ່
ເຖິງຢ່າງໃດກໍດີ ດັ່ງທີ່ລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ Sergei Lavrov ເອງກໍ
ຍັງຢາກໄດ້ຮັບຄວາມກະຈ່າງແຈ້ງກ່ຽວກັບຄຳເວົ້າຂອງລັດຖະມົນຕີຕ່າງປະເທດ
ສະຫະລັດ.
ທ່ານ Lavrov ກ່າວວ່າ ອີງຕາມບັນດາອົງການຂ່າວຣັດເຊຍແລ້ວ “ພວກເຮົາໄດ້ສອບ
ຖາມ ແຕ່ກໍຍັງບໍ່ທັນໄດ້ຮັບຄຳຕອບ ຕໍ່ຄຳຖາມທີ່ວ່າ ເປັຮເຂດຫ້າມບິນ ຊະນິດໃດ ທີ່ໄດ້
ມີການຫລິງເຫັນ ເພາະວ່າ ບໍ່ເຄີຍໄດ້ມີການສົນທະນາກັນກ່ຽວກັບເລື່ອງເຫລົ່ານີ້
ມາກ່ອນ.”
ທ່ານກ່າວວ່າ ຖະແຫລງການໄດ້ສະແດງໃຫ້ເຫັນເຖິງ “ການປັບຕົວເພື່ອໃຫ້ມີການຮ່ວມ
ມື” ລະຫວ່າງສອງປະເທດກ່ຽວກັບຊີເຣຍ ແລະນັ້ນແມ່ນ “ບາດກ້າວ ນຶ່ງໄປສູ່ທິດທາງທີ່ຖືກຕ້ອງ.”