ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາຍງານ ກະຊວງ ຕ່າງປະເທດ ສຫລ: ການຄ້າມະນຸດ ຢູ່ ສປປ ລາວ, ຕອນທີ 3


ທ່ານ John Kerry ລັດຖະມົນຕີການຕ່າງປະເທດ ສຫລ ຖະແຫຼງໃນລະຫວ່າງການນຳອອກເຜີຍແຜ່ ລາຍງານປະຈຳປີ ວ່າດ້ວຍການຄ້າມະນຸດ ຂອງກະຊວງການຕ່າງປະເທດ (19 ມິຖຸນາ 2013)
ທ່ານ John Kerry ລັດຖະມົນຕີການຕ່າງປະເທດ ສຫລ ຖະແຫຼງໃນລະຫວ່າງການນຳອອກເຜີຍແຜ່ ລາຍງານປະຈຳປີ ວ່າດ້ວຍການຄ້າມະນຸດ ຂອງກະຊວງການຕ່າງປະເທດ (19 ມິຖຸນາ 2013)
ອັນດັບຕໍ່ໄປ ຂໍເຊີນທ່ານຮັບຟັງຕອນທີ 3 ຂອງລາຍງານປະຈຳປີ
2013 ວ່າດ້ວຍການຄ້າມະນຸດຂອງກະຊວງການຕ່າງປະເທດສະ
ຫະລັດ ໃນພາກສ່ວນທີ່ກ່ຽວກັບ ສປປ ລາວ ຊຶ່ງໃນຕອນນີ້ ແມ່ນ
ຈະເວົ້າເຖິງການໃຫ້ການປ້ອງກັນຂອງລັດຖະບານລາວແກ່ພວກ ໄດ້ຮັບເຄາະ ແລະຄຳແນະນຳຂອງລັດຖະບານສະຫະລັດ ຊຶ່ງໄພ ສານຈະນຳມາສະເໜີທ່ານ.



ໃນດ້ານການປ້ອງກັນນັ້ນ ລາຍງານຂອງກະຊວງການຕ່າງປະເທດສະຫະລັດກ່າວວ່າ ໃນ ຮອບປີຜ່ານມາ ລັດຖະບານລາວໄດ້ທໍາຄວາມກ້າວໜ້າໃນລະດັບປານກາງ ໃນຄວາມພະ ຍາຍາມເພື່ອປ້ອງກັນການຄ້າມະນຸດໂດຍໄດ້ຮັບຄວາມຊ່ອຍເຫຼືອຈາກບັນດາອົງການຈັດ ຕັ້ງນາໆຊາດແລະອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ. ຫຼັງຈາກບໍ່ໄດ້ມີການເຄື່ອນໄຫວ ໃດໆມາເປັນເວລາຫ້າປີແລ້ວສຳນັກງານນາຍົກລັດຖະມົນຕີກໍໄດ້ໃຫ້ການອະນຸມັດຕໍ່ແຜນ ການປະຕິບັດງານແຫ່ງຊາດໃນເດືອນພະຈິກ ປີ 2012 ແຕ່ການຈັດຕັ້ງປະຕິບັດແຜນການ ດັ່ງກ່າວແມ່ນຍັງບໍ່ທັນເລີ້ມຂຶ້ນເທື່ອ.

ລັດຖະບານລາວ ໄດ້ຈັດງານປຸກລະດົມໃຫ້ມີຄວາມຕື່ນຕົວກ່ຽວກັບການຄ້າມະນຸດຫຼາຍໆ ຄັ້ງເພື່ອສະເຫລີມສະຫລອງວັນຕໍ່ຕ້ານການຄ້າມະນຸດແຫ່ງຊາດໃນເດືອນທັນວາປີ 2012. ການສະຫຼອງທີ່ວ່ານີ້ແມ່ນຮວມທັງການແຂ່ງຂັນທີ່ມີຜູ້ເຂົ້າຮ່ວມ 254 ຄົນຈາກ 14 ປະເທດ ການປຸກລະດົມທາງວິທະຍຸ ທີ່ໄດ້ຮັບຄວາມອຸບປະຖຳຈາກລັດຖະບານ ຕະຫຼອດທັງການ ຕິດປ້າຍໂປດສະເຕີ້ ແລະປ້າຍຄຳຂວັນຕ່າງໆ ທີ່ນະຄອນວຽງຈັນ. ໃນຮອບປີທີ່ຜ່ານມານີ້ ສະຫະພັນແມ່ຍິງລາວຍັງສືບຕໍ່ໃຫ້ການຝຶກອົບຮົມແກ່ອົງການຕ່າງໆທີ່ໃຫ້ຄວາມຊ່ອຍເຫຼືອ ແກ່ພວກເຄາະຮ້າຍ 246 ຄົນ ແລະກະຊວງແຮງງານແລະສັງຄົມສົງເຄາະ ຮ່ວມກັບບັນດາ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ກໍຈັດການຝຶກອົບຮົມ ໃຫ້ແກ່ພວກເຈົ້າໜ້າທີ່ລະດັບ ເມືອງ ໃນເຂດນະຄອນວຽງຈັນ ກ່ຽວກັບກົດໝາຍຕ່າງໆທີ່ພົວພັນກັບການຄ້າມະນຸດແລະ ການໃຫ້ຄວາມຄຸ້ມຄອງຕໍ່ພວກແມ່ຍິງແລະເດັກນ້ອຍ.

ກະຊວງຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວກໍໄດ້ເປັນເຈົ້າພາບຈັດກອງປະຊຸມພວກ ນັກຊ່ຽວຊານເພື່ອສ້າງຄວາມຕື່ນຕົວກ່ຽວກັບການປ້ອງກັນການຄ້າເດັກນ້ອຍໃຫ້ແກ່ພວກ ເຈົ້າໜ້າທີ່ລັດຖະບານແລະພວກທີ່ມີອາຊີບກ່ຽວຂ້ອງກັບກັບການທ່ອງທ່ຽວ. ເມື່ອເດືອນມີ ນາປີ 2012 ໃນຄວາມພະຍາຍາມເພື່ອຫຼຸດຜ່ອນຄວາມຫຼໍ່ແຫຼມທີ່ພວກຄົນງານຈະຕົກເປັນ ເຫຍື່ອການຄ້າມະນຸດນັ້ນລັດຖະບານລາວໄດ້ຮ່ວມມືກັບອົງການແຮງງານສາກົນເປີດສູນ ກາງຊັບພະກອນຄົນງານຂຶ້ນ 2 ແຫ່ງແລະຝຶກອົບຮົມເຈົ້າໜ້າທີ່ລັດຖະບານ 400 ຄົນກ່ຽວ ກັບບັນຫາການເດີນທາງທີ່ປອດໄພ. ນອກນັ້ນ ລັດຖະບານລາວຍັງໄດ້ຮ່ວມມືກັບອົງການ ແຮງງານສາກົນຈັດກອງປະຊຸມເຮັດວຽກຫຼື Workshop ຂຶ້ນກ່ຽວກັບບັນຫາການທ່ອງທ່ຽວ ເພື່ອມີເພດສຳພັນກັບພວກເດັກນ້ອຍແລະຈະປາບປາມບັນຫາດັ່ງກ່າວນີ້ແບບໃດ. ມີລາຍ ງານວ່າ ໃນຄວາມພະຍາຍາມເພື່ອຫຼຸດຜ່ອນຄວາມຕ້ອງການ ການຄ້າປະເວນີນັ້ນ ລັດຖະ ບານລາວໄດ້ປັບໃໝເຈົ້າຂອງ ແລະຜູ້ບໍລິຫານສະຖານທີ່ບັນເທີງຈຳນວນນຶ່ງ ແລະປິດສະ ຖານທີ່ບາງແຫ່ງທີ່ໃຫ້ບໍລິການດ້ານການຄ້າປະເວນີ.

ລາຍງານຂອງກະຊວງການຕ່າງປະເທດສະຫະລັດ ໄດ້ຊົມເຊີຍ ສປປ ລາວ ທີ່ໄດ້ດໍາເນີນ ຄວາມພະຍາຍາມເພື່ອຈະປາບປາມການຄ້າມະນຸດ ແລະພ້ອມດຽວກັນ ກໍໃຫ້ຄຳແນະນຳ ແກ່ລັດຖະບານລາວວ່າ:

- ໃຫ້ເພີ່ມການດຳເນີນຄວາມພະຍາຍາມ ເພື່ອແກ້ໄຂບັນຫາການຄ້າມະນຸດພາຍ ໃນປະເທດ ໂດຍທຳການລະບຸໂຕ ແລະໃຫ້ຄວາມຊ່ອຍເຫຼືອແກ່ປະຊາຊົນລາວທີ່ ຕົກເປັນເຫຍື່ອການຄ້າມະນຸດພາຍໃນປະເທດ ແລະລົງໂທດພວກທີ່ຄ້າຂາຍເຂົາ ເຈົ້າ.

- ໃຫ້ເພີ່ມການດຳເນີນຄວາມພະຍາຍາມ ເພື່ອປາບປາມພວກເຈົ້າໜ້າທີ່ໆສົມຮູ້ ຮ່ວມຄິດໂດຍສະເພາະໃນລະດັບທ້ອງຖິ່ນຮວມທັງໃຫ້ລົງໂທດດ້ານອາຍາຕໍ່ພວກ ເຈົ້າໜ້າທີ່ໆພົວພັນໃນຄວາມຜິດ ກ່ຽວກັບການຄ້າມະນຸດ.

- ໃຫ້ສ້າງຕັ້ງກົນໄກ ໃນການຕິດຕາມເບິ່ງບັນດາອົງກອນເກັບເກນແຮງງານທີ່ມີ ໜ້າທີ່ ໃນການອອກໃບອະນຸຍາດເຮັດວຽກ ແລະ ສັນຍາຕ່າງໆ ເພື່ອປ້ອງກັນບໍ່ ໃຫ້ມີການຄ້າແຮງງານຕາມລະດູການ.

- ໃຫ້ຈັດຕັ້ງປະຕິບັດ ຂັ້ນຕອນໃນການລະບຸໂຕ ຢ່າງເປັນທາງການ ພວກທີ່ຕົກ ເປັນເຫຍື່ອການຄ້າມະນຸດ ແລະ ຝຶກອົບຮົມເຈົ້າໜ້າທີ່ຕຳຫຼວດ ແລະເຈົ້າໜ້າທີ່ ຊາຍແດນ ເພື່ອໃຫ້ມີການລະບຸໂຕ ພວກທີ່ຕົກເປັນເຫຍື່ອຢ່າງເປັນລະບົບ ໂດຍ ສະເພາະພວກເຄາະຮ້າຍທີ່ຖືກສົ່ງກັບຄືນຈາກປະເທດໄທ.

- ໃຫ້ເພີ່ມຊັບພະຍາກອນ ແລະການຝຶກອົບຮົມໃນດ້ານວິຊາຊີບ ເພື່ອໃຫ້ການ ຊ່ອຍເຫຼືອແກ່ພວກທີ່ໄດ້ຮັບເຄາະ ຮວມທັງພວກເຄາະຮ້າຍຜູ້ຊາຍ ໃນການກັບ ເຂົ້າສູ່ສັງຄົມ ຫຼັງຈາກໄດ້ຖືກສົ່ງຄືນໄປຍັງປະຊາຄົມທີ່ເປັນບ້ານເກີດຂອງພວກ ເຂົາເຈົ້າແລ້ວ.

- ໃຫ້ຈັດຕັ້ງໂຄງຮ່າງ ໃນການປົກປ້ອງຄຸ້ມຄອງພວກທີ່ຕົກເປັນເຫຍື່ອ ແລະສ້າງ ຄວາມຕື່ນຕົວໃຫ້ຮູ້ຈັກກ່ຽວກັບທາງເລືອກຕ່າງໆ ໃນການແກ້ໄຂທາງກົດໝາຍທີ່ ມີຢູ່ສຳລັບພວກເຄາະຮ້າຍ ເພື່ອໃຫ້ພວກເຄາະຮ້າຍໃນຈຳນວນເພີ່ມຂຶ້ນເຕັມໃຈ ເຂົ້າມາໃຫ້ການຊ່ອຍເຫຼືອໃນການສືບສວນ.

- ໃຫ້ອະນຸມັດບົດບັນທຶກຄວາມເຂົ້າໃຈ ກັບບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດ
ຖະບານ ແລະອົງການຈັດຕັ້ງນາໆຊາດ ໃຫ້ທັນກັບເວລາຫຼາຍຂຶ້ນ.


- ໃຫ້ສືບຕໍ່ຫຼຸດຜ່ອນ ຄວາມຮຽກຮ້ອງຕ້ອງການທາງເພດ ໃນດ້ານການທ່ອງທ່ຽວ ໂດຍປຸກລະດົມການຕື່ນຕົວກ່ຽວກັບເລື່ອງນີ້ ແລະປະຕິບັດການລົງໂທດດ້ານອາ ຍາ.

- ໃຫ້ສືບຕໍ່ສ້າງຄວາມກ້າວໜ້າ ກ່ຽວກັບລະບົບຂໍ້ມູນແຫ່ງຊາດໃນກໍລະນີການຄ້າ ມະນຸດ ຕາມທີ່ໄດ້ມີການສະເໜີໄປແລ້ວນັ້ນ.

- ໃຫ້ພິຈາລະນາອະນຸມັດງົບປະມານບາງສ່ວນເປັນການສະເພາະກ່ຽວກັບກິດຈະ ການຕໍ່ຕ້ານການຄ້າມະນຸດ ແລະສືບຕໍ່ສ້າງຕັ້ງກົດໝາຍຕໍ່ຕ້ານການຄ້າມະນຸດໃນ ຂອບເຂດທີ່ກວ້າງຂວາງຮອບດ້ານ.
XS
SM
MD
LG