ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ທູດພິເສດ ສປຊ ຍັງສົງໄສວ່າ ການເຈລະຈາ ສັນຕິພາບ ໃນຊີເຣຍ ຈະເລີ້ມ ຕາມກຳນົດຫຼືບໍ່


ທ່ານ Staffan de Mistura ທູດ​ພິ​ເສດ ສະຫະ​ປ​ະຊາ​ຊາດ
​ຮັບຜິດຊອບ​ກ່ຽວ ກັບ​ເລື້ອງ​ຊີ​ເຣຍ.
ທ່ານ Staffan de Mistura ທູດ​ພິ​ເສດ ສະຫະ​ປ​ະຊາ​ຊາດ ​ຮັບຜິດຊອບ​ກ່ຽວ ກັບ​ເລື້ອງ​ຊີ​ເຣຍ.

ສະຫະປະຊາຊາດ ຕ້ອງການ​ຢາກຈະ​ເປີດ​ການເຈລະຈາສັນຕິ
ພາບ​ຮອບ​ໃໝ່ກ່ຽວ ກັບຊີ​ເຣຍ ​ໃນ​ວັນ​ຈັນ​ຈະ​ມາ​ເຖິງນີ້ ​ແຕ່​ວ່າ​
ຍັງ​ມີເຫລືອຢູ່ພຽງ​ບໍ່​ເທົ່າ​ໃດ​ມື້ ​ແລະຍັງ​ບໍ່​ທັນ​ມີ​ການ​ຕົກລົງກັນ
ໃດໆ​ເທື່ອ​ວ່າ ​ໃຜ​ຄວນ​ທີ່​ຈະ​ເຂົ້າ​ຮວມ ຢູ່ໃນ​ກອງ​ປະຊຸມ​ດັ່ງ
ກ່າວແລະ​ຍັງມີ​ຄວາ​ມສົງ​ໄສ​ຢູ່ວ່າການ​ເຈລະຈາ​ຈະ​ເລີ້ມ​ຕາມ
ໝາຍກຳ​ນົດ​ຫລືບໍ່.

ທ່ານ Staffan de Mistura ທູດ​ພິ​ເສດ ສະຫະ​ປ​ະຊາ​ຊາດ
​ຮັບຜິດຊອບ​ກ່ຽວ ກັບ​ເລື້ອງ​ຊີ​ເຣຍ ​ໄດ້​ປະກາດ​ໃນ​ເດືອນ​ແລ້ວ
​ນີ້​ວ່າ ທ່ານ​ຕ້ອງການຢາກຈະ​ເລີ້ມ​ເຈ ລະຈາ​ ​ໃນ​ວັນ​ທີ 25 ​
ເດືອນ​ມັງກອນ ທີ່​ນະຄອນ Geneva.

ທ່ານ​ໄດ້​ຮັບ​ການສະໜັບສະໜູນຈາກກຸ່ມ 17 ປະ​ເທ​ດ ຮວມທັງສະຫະລັດ ແລະຣັດ​ເຊຍ
​ແຕ່​ວ່າ​ບັນດາ​ປະ​ເທດ​ເຫຼົ່ານີ້ ຍັງ​ບໍ່​ທັນ​ໄດ້​ຕັດສິນ​ໃຈ​ເທຶື່ອວ່າກຸ່​ມ​ໃດ​ແດ່ ​ໃນ​ຈຳນວນ​ຫລາ​
ຍໆກຸ່ມ​ຕໍ່ຕ້ານ​ລັດຖະບານ ທີ່​ສູ້​ລົບ​ຢູ່​ໃ​ນຊີ​ເຣຍ ຈະມີ​ຜູ້ຕາງໜ້າຢູ່​ທີ່ໂຕະ​ເຈລະຈາ.

​ຮອງ​ໂຄສົກ​ ສະຫະ​ປະຊາ​ຊາດ ທ່ານ Farhan Haq ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ບັດ​ເຊີນ
​ຈະ​ບໍ່​ຖືກ​ສົ່ງ​ອອກ​ໄປ​ເທື່ອ ຈົນ​ກວ່າການ​ຕັດສິນ​ໃຈ​ເຫລົ່ານັ້ນ​ໄດ້​ມີ​ການ​ຕົກ ລົງ​ກັນ​ແລ້ວ.
ທ່ານ​ກ່າວ​ວ່າ ສະຫະ​ປະຊາ​ຊາດ ຍັງ​ສືບ​ຕໍ່​ເພັ່ງ​ເລັງ​ໃສ່​ວັນ​ທີ 25 ​ເດືອນ​ມັງກອນ ເປັນ​ມື້
​ເລີ້ມ​ຕົ້ນຂອງ​ການ​ເຈລະຈາ​ແລະ​ເລຂາທິການ​ໃຫຍ່ສະຫະ ​ປະຊາ​ຊາດ ທ່ານ Ban
Ki-moon ກຳລັງ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ມະຫາ​ອຳນາດຈົ່ງ “ເພີ້ມຄວາມ​ພະຍາ
ຍາມຂຶ້ນ​ເປັນສອງ​ເທົ່າ” ​ເພື່ອໃຫ້​ບັນລຸ​ຂໍ້​ຕົກລົງ.

ທ່ານ Haq ກ່າວ​ວ່າ ສະຫະ​ປະຊາ​ຊາ​ຊາດຍັງ​ມີ​ຄ​ວາ​ມຫວັງ​ແລະ​ຄາດ​ວ່າ ການຢຸດ​ຍິງ
ໃນ​ຊີ​ເຣຍ ຈະ​ມີ​ຂຶ້ນພ້ອມໆ​ກັບການ​ເ​ລີ້​ມ​ເຈລະຈາ​ສັນຕິ​ພາບ.

XS
SM
MD
LG