ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​​​​​​​​ປະທານ​ບໍລິຫານບໍລິສັດ​ສຕາຣ໌ບັກສ໌ ​ຈະ​ພົບ​ກັບ​ຊາຍ​ຜີວ​ດຳ ສອງ​ຄົນ ທີ່​ໄດ້​ຖືກ​ຈັບ​ ​ຢູ່ໃນ​ຮ້ານ​ກາ​ເຟ​ ສຕາຣ໌ບັກສ໌


ພວກລູກຄ້າສຕາຣ໌ບັກສ໌ ຂ້າງນອກຮ້ານກາເຟ ສຕາຣ໌ບັກສ໌ ​ນະຄອນຟີ​ລາ​ເດລ​ເຟຍ, 15 ເມສາ 2018, ບ່ອນທີ່​ຊາຍ​ຜີວ​ດຳ ສອງ​ຄົນ ທີ່​ໄດ້​ຖືກ​ຈັບ​ ໃນວັນພະຫັດຜ່ານມາມາ ບ່ອນທີ່
ພະນັກງານຮ້ານໄດ້ເອີ້ນຕຳຫຼວດມາຈັບເຂົາເຈົ້າ.
ພວກລູກຄ້າສຕາຣ໌ບັກສ໌ ຂ້າງນອກຮ້ານກາເຟ ສຕາຣ໌ບັກສ໌ ​ນະຄອນຟີ​ລາ​ເດລ​ເຟຍ, 15 ເມສາ 2018, ບ່ອນທີ່​ຊາຍ​ຜີວ​ດຳ ສອງ​ຄົນ ທີ່​ໄດ້​ຖືກ​ຈັບ​ ໃນວັນພະຫັດຜ່ານມາມາ ບ່ອນທີ່ ພະນັກງານຮ້ານໄດ້ເອີ້ນຕຳຫຼວດມາຈັບເຂົາເຈົ້າ.

ປະທານ​ບໍລິຫານບໍລິສັດ​ສຕາຣ໌ບັກສ໌ ​ໄດ້​ໄປ​ຮອດ​ນະຄອນຟີ​ລາ​ເດລ​ເຟຍ ​ໃນ​ວັນ​ຈັນ
​ວານ​ນີ້ ໂດຍຫວັງ​ວ່າ​ຈະ​ພົບ​ກັບ​ຊາຍ​ຜີວ​ດຳ ສອງ​ຄົນ ທີ່​ໄດ້​ຖືກ​ຈັບ​ກຸມ ​ໃນ​ຮ້ານ​ກາ​ເຟ​
ສຕາຣ໌ບັກສ໌ໃນ​ສັບປະດາ​ຜ່ານ​ມາ ​ທີ່ໃນ​ຂະນະ​ທີ່ ລໍຖ້າ​ໝູ່ຂອງ​ພວກ​ເຂົາ​ເຈົ້າ​ຢູ່​ນັ້ນ.

ໃນກໍລະນີ ຊາຍ​ຜີວ​ດຳ ສອງ​ຄົນ ​ໄດ້​ຮັບຄວາມ​ສົນ​ໃຈ​ໄປທົ່ວ​ປະ​ເທດ ຫຼັງ​ຈາກ​ທີ່​ທາງ
ວີ​ດີ​ໂອການ​ຈັບ​ກຸ​ມ ​ໄດ້​ເອົາ​ລົງ​ໃນ​ທວິດ​ເຕີ ​ໃນ​ວັນ​ພະຫັດ​ຜ່ານ​ມາ ​ແລ້ວ​ກໍ​ດັງ​ໄປທົ່ວ
​ໂລກ​ອອນໄລ​ນ໌.

ພາບ​ວີ​ດີ​ໂອ ​ໄດ້​ສະ​ແດງ​ໃຫ້​ເຫັນຊາຍ​ຜີວ​ດຳ ສອງ​ຄົນ ​ຖືກ​ຈັບກຸມ​ແບບ​ບໍ່​ຄັດ​ຂືນ
​ໃນ​ຂະນະ​ທີ່ ທີ​ຊາວ​ຜີວ​ຂາວ​ຄົນ​ນຶ່ງ ​ໄດ້​ຖາມ​ຕຳຫຼວດ ກ່ຽວກັບ​ວ່າ​ພວກ​ຊາຍ​ພວກ​ນີ້ ​
ມາເຮັດ​ຫຍັງ. ລູກ​ຄ້າ​ອີກ​ຄົນ​ນຶ່ງ ​ໄດ້​ຍິນ​ສຽງ​ການ​ຈັບ​ກຸມ​ຊາຍ​ສອງ​ຄົນ​ພວກ​ນີ້ ທີ່​ບໍ່​ໄດ້​
ເຮັດ​ຫຍັງ​ຜິດ ​ແລະ​ບໍ່ເປັນ​ທີ່​ຈະ​ແຈ້ງ​ທີ່​ວ່າ ​ເປັນ​ຫຍັງ​ຈຶ່ງ​ເອີ້ນຕຳຫຼວດ​ມາ.

ຕຳຫຼວດ​ໄດ້​ປ່ອຍ​ພວກ​ຜູ້​ຊາຍ​ດັ່ງກ່າວ ​ໃນ​ຫຼາຍ​ຊົ່ວໂມງ​ຕໍ່​ມາ ຫຼັງ​ຈາກ​ທີ່​ໄດ້​ຈັບກຸມ ​ແຕ່​ບໍ່​
ໄດ້​ນຳສະເໜີ ຕໍ່​ສາ​ທາ​ລະນະຊົນ.

ນັກ​ຂ່າວ​ທ້ອງ​ຖິ່ນ ​ໄດ້​ກ່າວ​ວ່າ ຜູ້​ຈັດການ​ຂອງ​ຮ້ານ ​ໄດ້​ຖືກ​ໄລ່​ອອກ​ໃນ​ວັນ​ຈັນ​ວານ​ນີ້ ​
ໃນ​ຂະນະ​ທີ່​ພວກ​ປະ​ທ້ວງຍັງ​ສືບ​ຕໍ່ ​ໃນ​ຮ້ານ​ກາ​ເຟ ບ່ອນ​ທີ່​ໄດ້​ມີ​ການ​ຈັບ​ກຸມ​ນັ້ນ,
ດ້ວຍ​ພວກ​ປະ​ທ້ວງ​ທັງຫຼາຍ​ພາກັນ​ຖື​ປ້າຍ ​ແລະ​ຮ້ອງ​ໂຮ​ຄຳ​ຂັວນອອກ​ມາ​ວ່າ “ຮ້ານ​ກາ​ເຟ ສຕາຣ໌ບັກສ໌ ​ແມ່ນ​ກີດ​ກັນ​ຄົນ​ຜີວ​ດຳ.”

​ໃນ​ທ້າຍ​ສັບປະດາ​ຜ່ານ​ມາ​ນີ້ ທ່ານ​ຈອນ​ສັນ ​ໄດ້​ກ່າວ​ຂໍໂທດ​ຂໍ​ໂພຍ ກ່ຽວ​ກັບ​ເຫດທີ່​
ເກີດ​ຂຶ້ນ​ແລະ​ໄດ້​ກ່າວ​ວ່າ ຈະ​ມີ​ການ​ສືບສວນ​ກ່ຽວ​ກັບ​ເລື່ອງ​ນີ້, ​ໄດ້​ປັບປຸງການ​ປະກອບ
ສ່ວນ ​ແລະ​ພັດທະນາການ​ຝຶກ​ແອບ​ການ​ປະກອບ​ການ​ໃນ​ການ​ເປັນ​ຜູ້​ຈັດການ ​ເພື່ອຈະ
​ບໍ່ໃຫ້​ກະທຳ​ເຊັ່ນ​ນີ້​ອີກ​.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG