ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ບໍລິສັດ Starbucks ປິດຮ້ານ 8 ພັນແຫ່ງ ເພື່ອອົບຮົມ ພະນັກງານ

ທ. ດາຣເນລ ແມັດແຄລຟ໌ (Darnell Metcalf) ອາຍຸ 55 ປີ, ເປັນລູກຄ້າປະຈຳ ຮ້ານກາເຟ Starbucks, ນັ່ງຢູ່ດ້ານນອກຂອງຮ້ານ ຫຼັງຈາກທີ່ໄດ້ປິດຊົ່ວຄາວ, ວັນທີ 29, ພຶດສະພາ 2018, ໃນນະຄອນ ໄມອາມີ ລັດຟລໍຣີດາ.
ທ. ດາຣເນລ ແມັດແຄລຟ໌ (Darnell Metcalf) ອາຍຸ 55 ປີ, ເປັນລູກຄ້າປະຈຳ ຮ້ານກາເຟ Starbucks, ນັ່ງຢູ່ດ້ານນອກຂອງຮ້ານ ຫຼັງຈາກທີ່ໄດ້ປິດຊົ່ວຄາວ, ວັນທີ 29, ພຶດສະພາ 2018, ໃນນະຄອນ ໄມອາມີ ລັດຟລໍຣີດາ.

ບໍລິສັດ Starbucks ໄດ້ປິດຮ້ານກາເຟ ຂອງຕົນ 8,000 ແຫ່ງ ໃນວັນອັງຄານວານນີ້
ເພື່ອໃຫ້ພະນັກງານຈຳນວນ 175,000 ຄົນ ໄດ້ຮັບການອົບຮົມປະມານ 4 ຊົ່ວໂມງ
ກ່ຽວກັບເລື້ອງ ການຕໍ່ຕ້ານຄວາມອະຄະຕິ ຫຼື ລຳອຽງ.

ການອົບຮົມຂອງບໍລິສັດດັ່ງກ່າວ ເປັນສ່ວນນຶ່ງໃນການຮັບມື ກັບເຫດການ ການຈັບກຸມ
ຊາຍຜິວດຳສອງຄົນ ເມື່ອວັນທີ 12 ເດືອນພຶດສະພາ ຜ່ານມາ ຢູ່ໃນຮ້ານກາເຟ
Starbucks ແຫ່ງນຶ່ງ ໃນນະຄອນ ຟີລາແດລເຟຍ ລັດ ເພັນຊີລເວເນຍ.

ທ້າວ ຣາຊອນ ເນລສັນ (Rashon Nelson), ຊ້າຍ, ແລະ ທ້າວ ດອນເຕ້ ຣໍບິນສັນ (Donte Robinson), ຂວາ, ນັງຢູ່ສະລົ້ງ ຂອງທະນາຍຄວາມ ຫຼັງຈາກທີ່ໄດ້ໃຫ້ສຳພາດ ກັບອົງການຂ່າວ ເອພີ ໃນນະຄອນ ຟີລາແດລເຟຍ ລັດ ເພັນຊີລເວເນຍ, ວັນທີ 18 ພຶດສະພາ 2018.

ທ້າວ ຣາຊອນ ເນລສັນ ແລະ ທ້າວ ດອນເຕ້ ຣໍບິນສັນ ບໍ່ໄດ້ຊື້ຫຍັງເລີຍ ແລະໄດ້ບອກ
ຜູ້ຈັດການຮ້ານກາເຟ ວ່າ ພວກເຂົາເຈົ້າ ລໍຖ້າເພື່ອນຄົນນຶ່ງທີ່ຈະໄປຫາພວກເຂົາ.
ພວກເຂົາ ໄດ້ຖືກຂໍໃຫ້ອອກໄປຈາກຮ້ານ ແລະພະນັກງານຄົນນຶ່ງ ໄດ້ໂທລະສັບຫາ
ຕຳຫຼວດ ເຊິ່ງໄດ້ນຳໄປສູ່ການຈັບກຸມ ພວກເຂົາເຈົ້າທັງສອງ. ເຫດການທີ່ເກີດຂຶ້ນ
ໄດ້ຖືກບັນທຶກ ໃນໂທລະສັບມືຖືຫຼາຍໜ່ວຍ ແລະໄດ້ຖືກເຜີຍແຜ່ ໃນສື່ສັງຄົມຢ່າງ
ວ່ອງໄວ ຈຶ່ງກໍ່ໃຫ້ເກີດມີການວິພາກວິຈານຢ່າງໜັກ ຕໍ່ຮ້ານກາເຟ Starbucks ພ້ອມ
ກັນກັບ ເກີດການປະທ້ວງຂຶ້ນ ແລະ ຮຽກຮ້ອງໃຫ້ຂວ້ຳບາດ ຕໍ່ຮ້ານກາເຟຫຼາຍແຫ່ງ.

ການອົບຮົມໃນວັນອັງຄານວານນີ້ ແມ່ນກ່ຽວຂ້ອງກັບການຂໍໃຫ້ພວກພະນັກງານ ຂອງ
ຮ້ານກາເຟ ປຶກສາຫາລືກັນ ພາຍໃນກຸ່ມນ້ອຍໆ ໂດຍຖາມທັດສະນະຄະຕິຂອງກັນ
ແລະກັນ ກ່ຽວກັບເຊື້ອຊາດ ແລະ ຄວາມອະຄະຕິ ແລະ ພວກເຂົາເຈົ້າສາມາດເຮັດໃຫ້
ພວກຄົນຮູ້ສຶກວ່າ ພວກເຂົາເຈົ້າ ເປັນສ່ວນນຶ່ງຂອງສັງຄົມ ໄດ້ແນວໃດ.

ໃນການອົບຮົມ ກໍມີບົດຝຶກຫັດຕ່າງໆ ທີ່ສະທ້ອນຄືນເລື້ອງຂອງສ່ວນຕົວ ໂດຍການຖາມ
ພວກຄົນທົ່ວໄປໃຫ້ຄິດເຖິງ ໃນເວລາທີ່ພວກເຂົາເຈົ້າ ມີແນວຄິດ ກ່ຽວກັບເຊື້ອຊາດຂອງ
ຕົນເອງນັ້ນ ແລ້ວມັນໄດ້ມີຜົນກະທົບຕໍ່ພວກເຂົາເຈົ້າ ໃນການດຳລົງຊີວິດ ໃນແຕ່ລະວັນ
ແນວໃດ ແລະ ໃນການມີປະຕິສຳພັນກັບຄົນອື່ນໆແບບໃດ.

Starbucks Training
please wait
Embed

No media source currently available

0:00 0:01:09 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG