ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຮູບເງົາ Star Wars 'The Force Awakens,'ເປັນ ຂອງຂວັນ ວັນພັກ ສຳລັບບໍຣິສັດ Disney


ຕົວລະຄອນທະຫານ Stormtrooper ຈາກຮູບເງົາ Star Wars ຫຼາຍກວ່າ 100 ໂຕ ທີ່ງານປະຖົມມະເລີກ ເປີດ
ສາຍຮູບເງົາ Star Wars: The Force Awaken ທີ່ The Americana, ໃນເມືອງ Glendale, ລັດ ຄາລີຟໍເນຍ. 17 ທັນວາ, 2015.
ຕົວລະຄອນທະຫານ Stormtrooper ຈາກຮູບເງົາ Star Wars ຫຼາຍກວ່າ 100 ໂຕ ທີ່ງານປະຖົມມະເລີກ ເປີດ ສາຍຮູບເງົາ Star Wars: The Force Awaken ທີ່ The Americana, ໃນເມືອງ Glendale, ລັດ ຄາລີຟໍເນຍ. 17 ທັນວາ, 2015.

ຮູບເງົາ Star Wars ພາກ The Force Awakens ອາດຈະເປັນ ການ ສະແດງກ່ຽວກັບກຸ່ມດວງດາວທີ່ຢູ່ຫ່າງໄກອອກໄປຫຼາຍ, ແຕ່ ວ່າຜົນງານ ການທຳລາຍສະຖິຕິໃນວັນ ຄຣິສມາສ ຂອງມັນແມ່ນ ເປັນຂອງຂັວນຢູ່ເທິງ ໂລກນີ້ຢ່າງໜ້າປະທັບໃຈສຳລັບບໍລິສັດ Walt Disney ເຊິ່ງໄດ້ຊື້ເອົາສິດທິພິເສດ ໃນການສາຍຮູບເງົາຈາກ ບໍລິສັດ Lucasfilms ຂອງທ່ານ George Lucas ໃນປີ 2012.

ພາກ The Force Awakens ຕອນນີ້ແມ່ນເປັນຜູ້ຊະນະເລີດ ໃນ ການຂາຍປີ້ ເຂົ້າຊົມຮູບເງົາໃນວັນຄຣິສມາສ ຂອງທະວີບ ອາເມຣິ ກາເໜືອ ດ້ວຍມູນຄ່າ 49 ລ້ານ 3 ແສນໂດລາ, ລື່ນສະຖິຕິວັນ ຄຣິສມາສ ແຕ່ກ່ອນ ທີ່ໄດ້ 24 ລ້ານ 6 ແສນ ໂດລາ ໂດຍຮູບເງົາ Sherlock Holmes ສະແດງໂດຍ Robert Downey, Jr ໃນປີ 2009.

ໃນທົ່ວໂລກ, ຮູບເງົາ Star Wars ພາກ The Force Awaken ໄດ້ສ້າງ ລາຍໄດ້ມະຫາສານ ທີ່ 890 ລ້ານ 3 ແສນໂດລາ, ຊຶ່ງໄດ້ເກືອບເຄິ່ງໜຶ່ງເປັນເງິນ 440 ລ້ານ 4 ແສນໂດລາຈາກ ສະຫະລັດ ປະເທດດຽວ.

ຮູບເງົາພາກ The “Force” ເຫັນໄດ້ຊັດວ່າເປັນພາກທີ 7 ຂອງຮູບເງົາຊຸດ Star Wars, ໃນ ຂະນະທີ່ມັນມີກຳນົດທີ່ຈະກາຍເປັນຮູບເງົາທີ່ຈະສ້າງລາຍໄດ້ຮອດ 1 ຕື້ໂດລາໄວທີ່ສຸດໃນ ຕະຫຼາດຂາຍປີ້ຮູບເງົາທົ່ວໂລກໃນອີກ 2, 3 ມື້ຂ້າງໜ້ານີ້.

ຮູບເງົາເລື່ອງ Star Wars The Force Awaken ແມ່ນເຂົ້າສາຍໃນໂຮງໜັງ ໃນເວລາດຽວ ກັບອີກຫຼາຍຮູບເງົາທີ່ເຂົ້າສາຍພ້ອມກັນລວມມີເລື່ອງ Concussion ສະແດງໂດຍ Will Smith, ເລື່ອງ Joy ສະແດງໂດຍ Jennifer Lawrence, ຮູບເງົາກຳກັບການສະແດງໂດຍ Quentin Tarantino ຊື່ວ່າ The Hateful Eight ແລະ ເລື່ອງ The Revenant ນຳສະແດງໂດຍ Leonardo DiCaprio ໃນຂະນະທີ່ອຸດສາຫະກຳຮູບເງົາແຂ່ງຂັນກັນເພື່ອການສະເໜີຊື່ເຂົ້າ ໃນງານ ປະກວດ​ Academy Awards ທີ່ໃກ້ຈະມາເຖິງນີ້.

ບໍລິສັດ Disney ແມ່ນກຳລັງສ້າງເນື້ອທີ່ໆສວນສະໜຸກຂອງພວກເຂົາເຈົ້າ ເພື່ອບັນຈຸຫຸ່ນຍົນ, ມະນຸດ Android ແລະ ສິ່ງທີ່ມີຊີວິດຈາກຕ່າງດາວຂອງຮູບເງົາເລື່ອງ Star Wars ທີ່ມີຊີວິດ ຊີວາຂຶ້ນໃນໜ້າຈໍຮູບເງົາໃນປີ 1977.

XS
SM
MD
LG