ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຮູບເງົາ Star Wars ສ້າງລາຍໄດ້ ສູງສຸດ ເທົ່າທີ່ເຄີຍ ມີມາ ໃນທະວີບ ອາເມຣິກາເໜືອ


ຜູ້ເຂົ້າຊົມຮູບເງົາຮ້ອງເຊຍ ແລະ ຍົກດາບເລເຊີ ກ່ອນການສາຍຮູບເງົາ "Star Wars: The Force Awakens" ຮອບທຳອິດທີ່ໂຮງໜັງ ຈີນ TCL ໃນຊຸມຊົນ Hollywood, ລັດ California, 17 ທັນວາ, 2015.
ຜູ້ເຂົ້າຊົມຮູບເງົາຮ້ອງເຊຍ ແລະ ຍົກດາບເລເຊີ ກ່ອນການສາຍຮູບເງົາ "Star Wars: The Force Awakens" ຮອບທຳອິດທີ່ໂຮງໜັງ ຈີນ TCL ໃນຊຸມຊົນ Hollywood, ລັດ California, 17 ທັນວາ, 2015.

ພຽງແຕ່ 3 ສັບປະດາຫຼັງຈາກໄດ້ເປີດຕົວໃນໂຮງໜັງ, ຮູບເງົາເລື່ອງ Star Wars ຕອນ The Force Awakens ໄດ້ກາຍເປັນຮູບເງົາທີ່ ມີລາຍໄດ້ສູງສຸດຕະຫຼອດການໃນທະວີບ ອາເມຣິກາເໜືອ, ອີງ ຕາມ ບໍລິສັດ Walt Disney.

ຮູບເງົາ Star Wars ຕອນ The force Awakens ໃນວັນພຸດວານ ນີ້ໄດ້ສ້າງລາຍໄດ້ ແຊງກາຍສະຖິຕິ Box Office ພາຍໃນປະເທດ ໃນຄັ້ງທີ່ຜ່ານມາເມື່ອປີ 2009 ໂດຍຮູບເງົາ Avatar ເຊິ່ງຕັ້ງສະຖິຕິ ໄວ້ທີ່ 760.5 ລ້ານໂດລາ ອີງຕາມການຖະແຫຼງການ ຂອງບໍລິສັດ Walt Disney.

ຖະແຫຼງການໄດ້ກ່າວວ່າ “ໃນຕອນບ່າຍຂອງມື້ນີ້, ດ້ວຍຜົນທີ່ອອກມາ ກ່ອນຂອງ Box Office ກ່ຽວກັບຮູບເງົາ Star Wars ຕອນ The Force Awakens ມັນໄດ້ກາຍເປັນຮູບ ເງົາທີ່ສ້າງລາຍໄດ້ສູງສຸດຕະ ຫຼອດການ ໃນຕະຫຼາດພາຍໃນປະເທດ.”

ຖະແຫຼງການດັ່ງກ່າວຍັງໄດ້ສະແດງຄວາມຂອບໃຈຕໍ່ຜູ້ນິຍົມຊົມຊອບ, ໂດຍກ່າວວ່າ ສະຖິຕິນີ້ ແມ່ນບໍ່ສາມາດເປັນໄປໄດ້ຖ້າບໍ່ໄດ້ຮັບການໃຫ້ “ກຳລັງໃຈ ແລະ ການສະໜັບສະໜູນຢ່າງຕໍ່ ເນື່ອງຂອງພວກເຂົາເຈົ້າ.”

ແລະຍັງໄດ້ກ່າວອີກວ່າ “ພວກເຮົາຮູ້ສຶກເຖິງມັນໄດ້ ແລະ ມັນໄດ້ເປັນ ແຮງຜັກດັນໃຫ້ກັບ ພວກເຮົາໃນທຸກໆມື້, ແລະ ມັນກໍຈະສືບຕໍ່ເປັນແບບ ນີ້ຕໍ່ໄປໃນອະນາຄົດອັນສົດ​ໃສຂອງ ຮູບເງົາ Star Wars. ແນ່ນອນ ມັນໄດ້ເຮັດໃຫ້ຮູບເງົາມີຊີວິດຊີວາຂຶ້ນ ແລະ ກໍຕ້ອງຂໍຂອບ ໃຈຕໍ່ບັນດາ ທ່ານທຸກໆຄົນທີ່ໃຫ້ການສະໜັບສະໜູນ.”

ຮູບເງົາ Star Wars ຕອນ The Force Awakens ເຊິ່ງໄດ້ສ້າງລາຍໄດ້ ເຖິງ 1.56 ຕື້ໂດລາ ໃນທົ່ວໂລກ, ຍັງຕາມຫຼັງຮູບເງົາເລື່ອງ Avatar, Titanic ແລະ Jurassic World ໃນການ ສ້າງລາຍໄດ້ທົ່ວໂລກ, ແຕ່ວ່າ ມັນອາດຈະແຊງກາຍຮູບເງົາ​ເຫລົ່ານີ້ ຫຼັງຈາກໄດ້ເປີດສາຍຢູ່ ໃນປະເທດ ຈີນ ໃນ ວັນເສົາສັບປະດານີ້.

ຮູບເງົາ Star Wars ຕອນ The force Awakens ແມ່ນຮູບເງົາການຕໍ່ສູ້ກັນລະຫວ່າງຄວາມ ດີ ແລະ ຄວາມຊົ່ວຮ້າຍຈາກກຸ່ມດາວທີ່ແຕກຕ່າງກັນ, ມັນເປັນຮູບເງົາຕອນທີ 7 ຂອງຮູບເງົາ ປະ​ເພດ​ນິຍາຍ ວິທະຍາສາດ​ຫຼື Science Fiction ທີ່ໄດ້ຖືກສ້າງຂຶ້ນໂດຍທ່ານ George Lucas ໃນປີ 1977.

ບໍລິສັດ Disney ໄດ້ຊື້ເອົາສິດຜູ້ຜະລິດຮູບເງົາ Lucasfilm ດ້ວຍລາຄາ 4 ຕື້ໂດລາໃນປີ 2012.

XS
SM
MD
LG