ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວອິນເດຍ ທີ່ໄປສະແຫວງບຸນ ແຕກຕື່ນ ຢຽບກັນຕາຍ 110 ຄົນ (ວີດີໂອ/ສະໄລດ໌)


ຊາວອິນເດຍ ທີ່ພາກັນໄປສະແຫວງບຸນ ພາກັນແຕກຕື່ນ ແລ່ນຢຽບກັນຕາຍ ຍ້ອນຢ້ານຂົວຫັກພັງ, ວັນທີ 13 ຕຸລາ 2013.
ຊາວອິນເດຍ ທີ່ພາກັນໄປສະແຫວງບຸນ ພາກັນແຕກຕື່ນ ແລ່ນຢຽບກັນຕາຍ ຍ້ອນຢ້ານຂົວຫັກພັງ, ວັນທີ 13 ຕຸລາ 2013.
ບັນດາ​ເຈົ້າ​ໜ້າ​ທີ່ຢູ່​ພາ​ກກາງຂອງ​ອິນ​ເດ​ຍ ​ໄດ້​ສັ່ງ​ໃຫ້​ສືບສວນ​
ກ່ຽວ​ກັບ ການ​ແຕກ​ຕື່ນ​ຢຽບ​ກັນ​ຕາຍ ຢູ່​ເທິ່ງຂົວຂ້າມນໍ້າໄປ​ສູ່​
ວັດ​ຮິນ​ດູ​ແຫ່ງ​ນຶ່ງ ທີ່ຕັ້ງຢູ່​ບ່ອນ​ໂດດດ່ຽວ ​ໃນ​ລັດ Madhya
Pradesh ​ທີ່ເຮັດ​ໃຫ້​ຢ່າງ​ໜ້ອຍ 110 ຄົນ​ເສຍ​ຊີ​ວິດ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ 100 ​ໄດ້​ຮັບ​ບາດ​ເຈັບ ​ໃນອຸ​ປະຕິ​ເຫດ
ດັ່ງກ່າວເມື່ອວັນ​ອາທິດ​ວານ​ນີ້​.

ບັນດາ​ຜູ້​ເຫັນເຫດການ ກ່າວ​ວ່າ ພວກ​ສະ​ແຫວ​ງບຸນ​ພາກັນ​ແຕກ​ຕື່ນ​ຢ້ານ​ກົວ ​ແລະ​ໄດ້​ເລີ້ມ​ແລ່ນ​ຢຽບ​ກັນ ຫລັງ​ຈາກ​ຮາວ​ຈັບ​ຈໍາ​ນວນນຶ່ງຢູ່​ເທິງຂົວຫັກ ກໍ່​ເກີດ​ການຊ່າ​ລືວ່າ ຂົວ​ອາດ​ຈະ​ຫັກ​ພັງ​ລົງ.

ຜູ້​ສະ​ແຫວ​ງບຸນ​ຈໍານວນ​ນຶ່ງ​ໄດ້​ຖືກ​ຢຽບ​ເຖິງ​ແກ່​ຄວາມ​ຕາຍ ພາຍ​ໃຕ້​ຕີນ​ຂອງເພື່ອນ​ໄປ​ຮ່ວມ​ສະ​ແຫວ​ງບຸນ ​ໃນ​ຂະນະ​ທີ່ອີກ​ຈໍາ​ນວນ​ນຶ່ງຈົມ​ນໍ້າ​ຕາຍ ຫລັງ​ຈາກ​ຕົກລົງໄປ ຫລື​ໂຕນ​ລົງ​ໄປໃນແມ່​ນໍ້າ Sinh.


ຂ່າວ​ທ້ອງ​ຖິ່ນ​ກ່າວ​ວ່າ ມີຜູ້​ສະ​ແຫວ​ງບຸນ 5 ​ແສນຄົນ​ ​ພາກັນ​ເຕົ້າ​ໂຮມ​ກັນເພື່ອ​ສ​ະຫລອງ​ບຸນ Naravatra ​ເປັນ​ເວລາ 10 ​ມື້ຢູ່​ທີ່​ວັດ Ratangarth. ຫລາຍ​ຄົນໄດ້ຢູ່​ໃນ​ວັດ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ​ເວລາ​ເກີດເຫດ​ແຕກ​ຕື່ນ​ຢຽບກັນ​ຕາຍ.

ບັນດາ​ຜູ້​ເຫັນ​ເຫດການ ກ່າວ​ວ່າ ສະຖານະ​ການ​ໄດ້​ຖືກເຮັດ​ໃຫ້​ຮ້າຍ​ແຮງຍິ່ງ​ຂື້ນ ​ໂດຍ
ພວກ​ຕໍາຫລວດ ທີ່​ພະຍາຍາມ​ຈະ​ຄວບ​ຄຸມຝຸງ​ຊົນ ​ໂດຍໃຊ້​ໄມ້​ຄ້ອນຕີ​ເຂົາ​ເຈົ້າ.

ອິນ​ເດຍ ມີ​ປະວັດ​ສາດ​ອັນ​ຍາວ​ນານ ກ່ຽວກັບ​ການແຕກຕື່ນ​ຢຽບກັນ​ຕາຍ​ ຢູ່ໃນພິທີສະ
ຫລອງ​ບຸນ​ທາງ​ສາສະໜາຕ່າງໆ.

XS
SM
MD
LG