ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຣີສ ແລະ ຄະນະກວດກາ ຢູໂຣບ ເລີ້ມເຈລະຈາ ກັນອີກ ທີ່​ປາຣີ


ຜູ້ຄົນຍ່າງຜ່ານບ່ອນກໍ່ສ້າງແຫ່ງນຶ່ງ ທີ່ນະຄອນເອເທັນ, ປະເທດກຣີສ (7 ພະຈິກ 2014)
ຜູ້ຄົນຍ່າງຜ່ານບ່ອນກໍ່ສ້າງແຫ່ງນຶ່ງ ທີ່ນະຄອນເອເທັນ, ປະເທດກຣີສ (7 ພະຈິກ 2014)

ເຈົ້າ​ໜ້າ​ທີ່​ກຣີສ ​ແລະ​ຄະນະ​ກວດກາຂອງ​ຢູ​ໂຮບ ເລີ້ມ​ການ
​ເຈລະຈາທີ່ຕົກຢູ່ໃນສະພາບບໍ່ໄປບໍ່ມານັ້ ຄືນ​ອີກ​ໃນ​ວັນ​ອັງ
ຄານ​ມື້​ນີ້ ທີ່​ນະຄອນ​ປາຣີ ກ່ຽວ​ກັບ​ການ​ປະຕິ​ຮູບ ທາງ​ດ້ານ​
ການ​ເງິນຂອງກຣີສ ກ່ອນສ່ວນໃຫຍ່ຂອງ​ການຊ່ອຍເຫລືອ
ທາງດ້ານການເງິນ​ ເພື່ອກອບ​ກູ້​ເສດຖະກິດ​ຂອງນາໆ​ຊາດ
ສິ້ນສຸດ​ລົງ​ໃນ​ທ້າຍ​ປີ​ນີ້.

ພວກ​ຜູ້​ນຳ​ກີສ ບໍ່​ເຫັນ​ພ້ອມ​ກັບ​ອົງການກອງ​ທຶນ​ສາກົນ ຫຼື IMF
ຄະນະ​ກຳມາທິການ​ຢູ​ໂຣບ ​ແລະ​ທະນາຄານ​ກາງ​ຢູ​ໂຣບ ​ເຖິ​ງ
ຄວາມ​ຈຳ​ເປັນ​ຂອງ​ການ​ປະຕິ​ຮູບ​ ເພີ້ມຕື່ມ​ຫຼື​ບໍ່ ​ແລະ​ຕ້ອງການ​
ຖອນຕົວອອກ​ຈາກ​ມາດຕະການປະຢັດ ທີ່​ບໍ່​ໄດ້ຮັບ ຄວາມນິຍົມ​ ທີ່ທວງໃຫ້ເອົາ ໂດຍອັນ​ທີ່​ເອີ້ນ​ວ່າ ກຸ່ມ Troika ນັ້ນ.

ຫຼັງ​ຈາກ​ທີ່​ໄດ້​ຈ່າຍ​ເງິນ​ເກີນງົບປະມານ ​ແລະກາ​ນບໍລິຫານ​ຈັດການທີ່​ບໍ່ດີ ມາ​ເປັນ​ເວລາ ຫຼາຍໆ​ປີ​ແລ້ວ​ນັ້ນ ນະຄອນ Athens ​ແມ່ນ​ຕົກ​ຢູ່​ໃນ​ສະພາວະ​ຝືດ​ເຄືອງ​ທາງ​ການ​ເງິນ​ຢ່າ​ງຮ້າຍ​ແຮງ ​ເກືອບ​ວ່າ 5 ປີ ມາແລ້ວ.

ນັບ​ຕັ້ງ​ແຕ່​ປີ 2010 ​ເປັນ​ຕົ້ນ​ມາ ລັດຖະບານ​ໄດ້​ກາງ​ຕໍ່​ເກືອບ 300 ພັນ​ລ້ານ​ໂດ​ລ່າ ​ຈາກ​ກອງ​ທຶນ​ຊ່ອຍ​ກູ້​ເສດຖະກິດ ຂອງ​ບັນດາ​ປະ​ເທດ​ສະມາຊິກ​ຢູ​ໂຣບ ​ແລະກອງ​ທຶນ​ສາກົນໃນ​ຂະນະ
​ທີ່​ໄດ້ ​ເອົາ​ມາດ​ຕະການ​ຕັດ​ຮອນ​ການ​ໃຊ້​ຈ່າຍ​ງົບປະມານ ແລະຂຶ້ນ​ພາສີ ພາຍ​ໃຕ້​ການ​ຄວບ​ຄຸມ​ ດູ​ແລ​ຂອງບັນດາ​ເຈົ້າ​ໜີ້ທັງຫຼາຍ​ນີ້.

XS
SM
MD
LG