ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຢຸດ​ຊະ​ງັກ​ໃນ​ສາຍ​ພົວ​ພັນ​ລະ​ຫວ່າງ ສະ​ຫະ​ລັດ ແລະ ຈີນ ປາ​ກົດ​ວ່າ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ສືບ​ຕໍ່ ເຖິງ​ແມ່ນ​ຈະ​ມີ​ການ​ເຈ​ລະ​ຈາ​ກໍ່​ຕາມ


ທຸງຊາດ ຈີນ ແລະ ອາ​ເມ​ຣິ​ກາ.
ທຸງຊາດ ຈີນ ແລະ ອາ​ເມ​ຣິ​ກາ.

ຫຼັງ​ຈາກ​ການ​ເລີ່ມ​ເຈ​ລະ​ຈາ​ໃໝ່ຫຼາຍ​ຄັ້ງ​ລະ​ຫວ່າງ ສະ​ຫະ​ລັດ ແລະ ຈີນ ກ່ອນ​ການ​ຢ້ຽມ​ຢາມ ປັກ​ກິ່ງ ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ທີ່​ຄາດ​ວ່າ​ຈະ​ເກີດ​ຂຶ້ນ​ໃນ​ບໍ່​ເທົ່າ​ໃດ​ອາ​ທິດນີ້, ບັນ​ດາ​ນັກ​ຊ່ຽວ​ຊານ​ໄດ້​ກ່າວ​ວ່າ​ທັງ​ສອງ​ຄູ່​ແຂ່ງ​ດັ່ງ​ກ່າວ​ຕ້ອງ​ເຮັດ​ແຜນ​ຂຶ້ນ​ມາ​ເພື່ອຫຼີກ​ລ່ຽງ​ຄວາມ​ຂັດ​ແຍ້ງ.

ການ​ເຈ​ລະ​ຈາຫຼາຍ​ຄັ້ງ​ແມ່ນ​ໄດ້​ຢຸດ​ຊະ​ງັກ​ນັບ​ຕັ້​ງ​ແຕ່​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ ຍ້ອນ​ຄວາມ​ສົງ​ໄສ ກ່ຽວ​ກັບບາ​ລ​ລູນ ສອດ​ແນມ​ຂອງ ຈີນ ທີ່​ບິນ​ຂ້າມ ສະ​ຫະ​ລັດ.

ທັງ​ສອງ​ປະ​ເທດໄດ້​ຕົກ​ລົງ​ກັນ​ທີ່​ຈະ “ເປີດ​ການ​ສື່​ສານຫຼາຍ​ຊ່ອງ​ທາງ​,” ອີງ​ຕາມ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່​ຖືກ​ເປີດ​ເຜີຍຫຼັງ​ຈາກ​ທ່ານ ແດນ ໄຄ​ຣ​ເທັນ​ບ​ຣິງ, ຮອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບກິດ​ຈະ​ການ ເອ​ເຊຍ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ, ໄດ້​ຈັດ​ການ​ເຈ​ລະ​ຈາ​ກັບ​ຄູ່​ຮ່ວມ​ຈີນ​ເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ທ່ານ ຫວັງ ເວັນ​ບິນ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ເມື່ອ​ວັນ​ອັງ​ຄານ​ທີ່​ຜ່າ​ນ​ມາ​ວ່າ ສອງ​ປະ​ເທດ​ໄດ້​ຈັດ​ການ​ເຈ​ລະ​ຈາ “ກ່ຽວ​ກັບ ການ​ປັບ​ປຸງ​ສາຍ​ພົວ​ພັນ​ສອງ​ຝ່າຍ ແລະ ຈັດ​ການ​ກັບ​ຄວາມບໍ່​ເຫັນ​ພ້ອມ​ຕ່າງໆ.”

ການ​ເຈ​ລະ​ຈາ​ໄດ້​ມີ​ຂຶ້ນຫຼັງ​ຈາກສິ່ງ​ທີ່​ປາ​ກົດ​ວ່າ​ເປັນ​ການ​ເດີນ​ທາງ​ແບບ​ລັບໆ​ໄປ​ປັກ​ກິ່ງ​ ໂດຍຜູ້​ອຳ​ນວຍ​ການອົງ​ການ​ສືບ​ລັບ​ສູນ​ກາງ ຫຼື CIA​ ທ່ານ ວິ​ລ​ລຽມ ເບີນ​ສ໌ ເມື່ອ​ເດືອນ​ພຶດ​ສະ​ພາ​ທີ່​ຜ່ານ​ມາ, ເຊິ່ງ​ຖືກ​ລາຍ​ງານ​ທຳ​ອິດ​ໂດຍ​ໜັງ​ສື​ພິມ Financial Times ເມື່ອ​ວັນ​ທີ 2 ມິ​ຖຸ​ນາ, ແລະ ການ​ພົບ​ປະ​ກັບ​ຄູ່​ຮ່ວມ​ຕຳ​ແໜ່ງ​ຈີນ ທ່ານ ຫວັງ ຢີ ຂອງ​ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ ເຈກ ຊຸ​ລ​ລີ​ວານ ໃນ​ນະ​ຄອນຫຼວງ ວຽນ​ນາ ປະ​ເທດ ອອ​ສ​ເຕ​ຣຍ ຈາກວັນ​ທີ 10 ຫາ 11 ພຶດ​ສະ​ພາ​ແລ້ວນີ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG