ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອິສຣາແອລ ຖືກຄົນຮ້າຍ ແທງຕາຍ ຕື່ມອີກ ສອງຄົນ


ໜ່ວຍກູ້ໄພ Zaka ນຳພາຜູ້ໄດ້ຮັບບາດເຈັບ ອອກຈາກ
ບ່ອນເກີດເຫດ.
ໜ່ວຍກູ້ໄພ Zaka ນຳພາຜູ້ໄດ້ຮັບບາດເຈັບ ອອກຈາກ ບ່ອນເກີດເຫດ.

ຕຳຫລວດ​ອິສຣາ​ແອ​ລ ລາຍ​ງານ​ວ່າ ​ມີ​ການໂຈມຕີໂດຍການ​
ແທງ​ກັນ​ຕື່ມອີກໃນ​ວັນ​ອັງຄານ​ມື້​ນີ້ ເຮັດ​ໃຫ້​ພົນລະ​ເຮືອນ​ສອງ
​ຄົນ​ເສຍ​ຊີວິດ.

ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ການ​ໂຈມ​ຕີ​ເທື່ອ​ນຶ່ງ ແມ່ນພົວພັນ​ກັບ
​ສອງ​ຄົນ ທີ່ຍິງ ແລະ​ແທງ​ບັນດາ​ຜູ້​ໂດຍສານ​ຢູ່​ເທິງ​ລົດບັດ​ໃນ
ນະຄອນ Jerusalem ເຮັດໃຫ້ຄົນ​ນຶ່ງເສຍຊີວິດ ​ແລະອີກຢ່າງ
ໜ້ອຍສີ່ຄົນ​ໄດ້​ຮັບ​ບາດ​ເຈັບ. ກຳລັງ​ປ້ອງ​ກັນທະ​ຫານອິສຣາ
​ແອລ ກ່າວ​ວ່າ ຜູ້​ໂຈມ​ຕີທັງ​ສອງ​ຄົນ​ໄດ້​ “ຖືກ​ຍິງຢູ່​ຄາ​ທີ່.”

ຢູ່​ໃນອີກກ້ຳນຶ່ງຂອງ ນະຄອນ Jerusalem ຜູ້​ຊາຍ​ຄົນ​ນຶ່ງ​ຂັບ​ລົດ​ເຂົ້າ​ຕຳ​ຄົນ​ຢູ່​ບ່ອນ​ຢຸດ​
ລົ​ດ​ບັດ ຫລັງ​ຈາກ​ນັ້ນ​ໄດ້​ອອກ​ມາຈາກ​ລົດ ​ແລ້ວ​ເອົາ​ມີດ​ໄລ່​ແທງ​ພວກ​ຄົນ​ຢ່າງ. ມີຜູ້ເສຍ
ຊີວິດຄົນ​ນຶ່ງ​ຢູ່​ທີ່​ນັ້ນ​ ​ແລະ​ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ. ຜູ້​ໂຈມ​ຕີຄົນ​ດັ່ງກ່າ​ວ​ໄດ້​ຖືກ​ຍິງ.

ການ​ໂຈມ​ຕີ​ລາຍ​ທີ່​ສາມ ໄດ້ເກີດ​ຂື້ນ​ທີ່​ເມືອງ Raanana ຢູ່ທາງ​ເໜືອຂອງນະຄອນ Tel
Aviv ບ່ອນ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້​ຮ້າຍ​ໄດ້​ແທງ​ພົນລະ​ເຮືອນ​ຄົນ​ນຶ່ງ ​ຢູ່​ບ່ອນ​ຢຸດ
​ລົດບັດ ກ່ອນ​ຖືກ​ຈັບກຸມ​ຈາກຄົນ​ອຶ່ນ ​ແລະ​ຖືກ​ກັກ​ຂັງ​ໂດຍ​ຕຳຫລວດ.

ຢ່າງ​ໜ້ອຍ ຊາວ​ອິສຣາ​ແອ​ລ​ເຈັດ​ຄົນ​ໄດ້ເສຍ​ຊີວິດ ​ແລະ​ປະມານ 25 ຄົນ ​ໄດ້​ຮັບ​ບາດ​ເຈັບ
ຈາກ​ການ​ແທງ​ກັນ​ທີ່ມີມາເປັນລຳດັບ ​ແລະ​ການ​ໂຈມ​ຕີ​ໂດຍຊາວ​ປາ​ແລ​ສ​ໄຕ​ນ໌ ລະຫວ່າງ
​ສອງ​ອາທິດ​ທີ່​ຜ່ານ​ມາ. ຊາວ​ປາ​ແລ​ສ​ໄຕ​ນ໌ ຊາວ​ຫ້າ​ຄົນ​ໄດ້​ເສຍ​ຊີວິດ ສ່ວນ​ໃຫຍ່​ໂດຍ​ເຈົ້າ​
ໜ້າ​ທີ່​ຕຳຫລວດ​ອິສຣາ​ແອ​ລ ທີ່​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ ​ແລະ​ຈາກ​ທະຫານ ​ທີ່​ຍິງ​ໃສ່​ພວກ​
ປະ​ທ້ວງປາ​ແລ​ສ​ໄຕ​ນ໌ ທີ່ແກວ່ງ​ກ້ອນ​ຫີນ ​ແລະ​ລະ​ເບີດ​ໄຟເຂົ້າໃສ່ນັ້ນ.

ນາຍົກລັດຖະມົນຕີ Benjamin Netanyahu ກ່າວຕໍ່​ສະພາ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ອິສຣາ​
ແອ​ລ ຈະ​ເອົາ​ຊະນະ “ຕໍ່ການກໍ່​ການ​ຮ້າຍໂດຍ​ໃຊ້​ມີດ​ແທງ.”

ທ່ານ​ໄດ້ຖິ້ມໂທດໃສ່ກຸ່ມ Hamas ອຳນາດການປົກຄອງ​ແຫ່ງ​ຊາດປາ​ແລ​ສ​ໄຕ​ນ໌ ​ແລະ​ກຸ່ມ
​ນຶ່ງ​ທີ່​ຮ້ອງຕົນເອງວ່າ ຂະບວນການ​ເຄື່ອນ​ໄຫວ​ອິສລາມ ທີ່​ຍຸ​ແຍ່ໃຫ້ກໍ່ ຄວາມຮຸນ​ແຮງ ​ແລະ
​ແຜ່​ຂະຫຍາຍ​ໃນອັນທີ່ທ່ານ​ຮ້ອງ​ວ່າ “ຄວາມຂີ້​ຕົວະ” ທີ່ວ່າ ອິສຣາ​ແອ​ລກຳລັງ​ວາງ​ແຜນ
ເຂົ້າຄວບຄຸ​ມ​ເອົາກ້ຳ​ຕາ​ເວັນ​ອອກ​ ຂອງນະຄອນ Jerusalem ທັງ​ໝົດ ຊຶ່ງ​ເປັນ​ບ່ອນ​
ສັກສິດ ທີ່ີ​ເຄົາລົບ​ນັບຖື​ທັງຈາກຊາວມຸສລິ​ມ ​ແລະຊາວ​ຢີວ.

ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້ ຊາວ​ອິສຣາ​ແອລເຊື້ອສາຍອາຣັບ ​ໃຫ້​ພາກັນ​ຫັນ​ຫລັງ​ໃສ່​ຄວາມ
​ຮຸນ​ແຮງ ​ແລະ​ເລືອກເອົາ​ການ​ຢູ່​ຮ່ວມກັນຢ່າງສັນຕິ.

Israel Palestinians
please wait
Embed

No media source currently available

0:00 0:01:51 0:00

XS
SM
MD
LG