ປະທານາທິບໍດີສີລັງກາໄດ້ຂະຫຍາຍຄະນະລັດຖະບານຂອງທ່ານອອກອີກ ເປັນ 59
ລັດຖະມົນຕີ. ທ່ານມາຮິນດາ ຣາຊາພັກ ໄດ້ຮັກສາຕໍາແໜ່ງທີ່ສໍາຄັນໄວ້ໃຫ້ຕົນເອງ
ຢ່າງນ້ອຍ 2 ຕໍາແໜ່ງ ກໍຄືລັດຖະມົນຕີປ້ອງກັນປະເທດແລະການເງິນ ແລະໄດ້ສະ
ເໜີແຕ່ງຕັ້ງໃຫ້ທ່ານ D.M. Jayaratne ເປັນນາຍົກລັດ ຖະມົນຕີຄືນອີກ. ນອກ
ນີ້ ປະທານາທິບໍດີສີລັງກາໄດ້ປ່ອຍໃຫ້ນ້ອງຊາຍຂອງທ່ານ ຄືທ່ານ Basil ຣາຊາພັກ
ໃຫ້ດໍາລົງຕໍາແໜ່ງລັດຖະມົນຕີກະຊວງພັດທະນາເສດຖະກິດຕໍ່ໄປ.
ທ່ານຣາຊາພັກ ສາບານເຂົ້າຮັບຕໍາແໜ່ງປະທານາທິບໍດີເປັນສະໄໝທີສອງ ຕື່ມອີກ
6 ປີ ໃນວັນສຸກຜ່ານມານີ້. ທ່ານໄດ້ຖືກເລືອກຕັ້ງເປັນປະທານາທິບໍດີອີກສະໄໝນຶ່ງ
ໃນເດືອນມັງກອນຜ່ານມາ ໂດຍໄດ້ຮັບໄຊຊະນະຢ່າງຖ້ວມລົ້ນ ຫລັງຈາກໄດ້ຮຽກການ
ເລືອກຕັ້ງຂຶ້ນ 2 ປີ ກ່ອນທີ່ການດໍາລົງຕໍາແໜ່ງສະໄໝທໍາອິດຂອງທ່ານ ຈະໝົດກໍານົດ
ລົງ ເພື່ອສວຍໂອກາດໃນຕອນທີ່ທ່ານກໍາລັງໄດ້ຮັບຄວາມນິຍົມຊົມຊອບສູງຈາກປະຊາ
ຊົນ ຫລັງຈາກໄດ້ປາບພວກກະບົດເສືອທະມິນໃນພາກເໜືອຂອງປະເທດໃນປີແລ້ວນີ້.