ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນສີລັງກາ 1 ລ້ານຄົນ ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ


ສີລັງກາເປັນເກາະນ້ອຍໆ ຕັ້ງຢູ່ທາງທິດຕາເວັນອອກສຽງໃຕ້ ຂອງອິນເດຍ ໃນມະຫາສະມຸດອິນເດຍ.
ສີລັງກາເປັນເກາະນ້ອຍໆ ຕັ້ງຢູ່ທາງທິດຕາເວັນອອກສຽງໃຕ້ ຂອງອິນເດຍ ໃນມະຫາສະມຸດອິນເດຍ.

ບັນດາ​ເຈົ້າ​ໜ້າ​ທີ່​ສີ​ລັງກາ ກ່າວ​ວ່າ ຝົນຕົກ​ໜັກ​ໃນ​ລະດູ​ລົມ​ມໍ​ລະ​ສຸມ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 1 ລ້ານ​ຄົນ ​ໃນ​ເວລາ​ດຽວ​ກັນ ກໍ​ເຮັດ​ໃຫ້​ເສຍ​ຊີວິດ​ໄປ​ຢ່າງ​ນ້ອຍ 6 ຄົນ ​ແລະ​ອີກ​ຫລາຍ​ຄົນ​ຫາຍ​ສາບ​ສູນ​.

ທາງ​ການ​ສີ​ລັງກາ​ກ່າວ​ວ່າ ພວກ​ອົບ​ພະຍົບຈາກ​ໄພ​ນໍ້າ​ຖ້ວມ​ໄດ້​ໄປ​ອາ​ໄສ​ຢູ່​ສູນ​ຮອງ​ຮັບ​ຊົ່ວ
ຄາວ​ຈໍານວນ​ຫລາຍ​ກວ່າ 300 ​ແຫ່ງ.

ສູນ​ກາງ​ຮັບ​ມື​ກັບໄພ​ຫາຍຍະນະ​ຂອງ​ສີ​ລັງກາ ກ່າວ​ວ່າ ນໍ້າ​ໄດ້ຖ້ວມ​ຖະໜົນ​ຫົນທາງ​ແລະ​ໄຮ່
ນາ​ຮົ້ວ​ສວນ​ຢູ່ໃນ​ທົ່ວ​ຂົງ​ເຂດ​ພາກ​ຕາ​ເວັນ​ອອກ ພາກ​ກາງ​ແລະ​ພາກ​ເໜືອ​ຂອງ​ປະ​ເທດ ທີ່​ໄດ້
ປະ​ທະ​ກັບ​ຄື້ນຟອງ​ຝົນຕົກ​ໜັກໃນ​ລະດູ​ມໍ​ລະ​ສຸມ​ມາ​ກ່ອນ​ໜ້ານັ້ນ​ຢູ່​ແລ້ວ.

ນໍ້າ​ຖ້ວມ​ເທື່ອຫລັງ​ສຸດ​ນີ້​ ມີ​ຂຶ້ນ​ຫລັງ​ຈາກ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຮຽກຮ້ອງຂໍ​ເງິນ​ຊ່ອຍ​ເຫລືອສຸກ​ເສີນ 51 ລ້ານ​ໂດ​ລາ ເພື່ອຊ່ອຍບັນເທົາ​ທຸກ​ແກ່​ປະຊາຊົນ​ທີ່​ໄດ້ຮັບ​ຜົນ​ກະທົບ​ຈາກ​ໄພ​ນໍ້າ​ຖ້ວມມາ​ກ່ອນ​ແລ້ວ​ນັ້ນ. ​ເວັບ​ໄຊ້ທ໌ colombopage.com ກ່າວ​ວ່າ ມາ​ຮອດ​ຕົ້ນ​ເດືອນ​ກຸມພາ​ນີ້ ທາງ​ສະຫະ​ປະຊາ​ຊາດ​ໄດ້​ຮັບ​ເງິນ​ຊ່ອຍ​ເຫລືອ​ພຽງ​ແຕ່ 11 ລ້ານ 6 ​ແສນ​ໂດ​ລາ​ເທົ່າ​ນັ້ນ​ໃນ​ຈໍານວນ 51 ລ້ານ​ໂດ​ລາ​ທີ່​ຂໍ​ຮ້ອງ​ໄປ​.

.

XS
SM
MD
LG