ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກສະແດງ ບອລລີວູດ ນາງ ສຣີເດວີ ເສຍຊີວິດ ດ້ວຍອາຍຸ 54 ປີ


ນັກສະແດງ ນາງ ສຣີເດວີ ກາປົວ ເດີນທາງຮອດງານຮູບເງົາສາ
ກົນໂຕຣອນໂຕ້ ຄັ້ງທີ 37. 14 ກັນຍາ, 2012.
ນັກສະແດງ ນາງ ສຣີເດວີ ກາປົວ ເດີນທາງຮອດງານຮູບເງົາສາ ກົນໂຕຣອນໂຕ້ ຄັ້ງທີ 37. 14 ກັນຍາ, 2012.

ນັກສະແດງ ບອລລີວູດ ທີ່ມີຊື່ສຽງນາງ ສຣີເດວີ "Sridevi," ຜູ້ທີ່ເປັນທີ່ຮູ້ຈັກສຳລັບຫຼາຍ
ບົດບາດຂອງລາວໃນຮູບເງົາຮິນດີຫຼາຍຊຸດ, ໄດ້ເສຍຊີວິດແລ້ວດ້ວຍໂຣກຫົວໃຈວາຍ
ໃນວັນເສົາວານນີ້ທີ່ນະຄອນ ດູໄບ, ປະເທດ ສະຫະລັດ ອາຣັບ ເອມີເຣັດສ ອີງຕາມ
ການກ່າວຂອງຄອບຄົວຂອງລາວ. ນາງ ສຣີເດວີ ມີອາຍຸໄດ້ 54 ປີ.

ລາວເປັນທີ່ຮູ້ຈັກສຳລັບບົດບາດຂອງລາວໃນຮູບເງົາລະຄອນໂຣມັນຕິກ ໃນພາສາຮິນດູ
ອິນເດຍ ໃນຊຸມ 1990, ລວມມີ ຈັນນີ "Chandni," ລຳຮີ "Lamhe," ພ້ອມກັບ ມິສເຕີ
ອິນເດຍ "Mr. India" ແລະ ນາກີນາ "Nagina." ລາວໄດ້ເລີ່ມເຮັດວຽກໃນວົງການຮູບ
ເງົາຕັ້ງແຕ່ຕອນຍັງເປັນເດັກນ້ອຍ.

ຫຼັງຈາກໄດ້ມີຂ່າວການຕາຍຂອງນາງ ສຣີເດວີ ນັ້ນ, ນັກສະແດງຍິງ ອິນເດຍ ນາງ
ປຣີຢັນກາ ໂຈປຣາ "Priyanka Chopra" ກໍໄດ້ຂຽນຂໍ້ຄວາມໃນ Twitter ວ່າ “ຂ້າພະ
ເຈົ້າບໍ່ມີຄຳເວົ້າຫຍັງ. ຂໍສະແດງຄວາມເສຍໃຈຕໍ່ທຸກຄົນຜູ້ທີ່ຮັກ #Sridevi. ເປັນວັນທີ່
ມືດມົນ. ຂໍໃຫ້ໄປສູ່ສຸຂະຕິເຖີດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG