ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວTamil ສີລັງກາ ປ່ອນບັດ ເພື່ອສິດ ໃນການ ປົກຄອງ ຕົນເອງ


ພວກຊົນເຜົ່າກຸ່ມນ້ອຍ ຊາວ Tamils ຈຸນຶ່ງ ທີ່ພາກັນອອກໄປໃຊ້ສິດ ເລືອກຕັ້ງ
ພວກຊົນເຜົ່າກຸ່ມນ້ອຍ ຊາວ Tamils ຈຸນຶ່ງ ທີ່ພາກັນອອກໄປໃຊ້ສິດ ເລືອກຕັ້ງ
ພວກ​ຊົນກຸ່ມ​ນ້ອຍ​ເຜົ່າ Tamils ​ໃນ​ເຂດ​ພາກ​ເໜືອ​ ບ່ອນ​ທີ່ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ ເສິກ​ສົງຄາມ ຂອງສີ​ລັງກາ​ນັ້ນ ພາກັນໄປ ລົງ​ຄະ​ແນນ​ສຽງເປັນ​ຈຳນວນ​ຫຼວງຫຼາຍ ເພື່ອ​ໃຫ້ເຂດດັ່ງກ່າວ ມີ​ສິດ​ໃນ​ການ​ປົກຄອງ​ຕົນ​ເອງຫຼາຍຂຶ້ນ.

ຄະນະ​ກໍາມະການເລືອກ​ ຕັ້ງ​ຂອງສີ​ລັງກາ ​ໄດ້​ປະກາດ​ເມື່ອ​ວັນ​ອາທິດມື້​ນີ້​ວ່າ ກຸ່ມພັນ ທະ ​ມິດ​ແຫ່ງ​ຊາດ Tamil ຈະ​ຈັດ​ຕັ້ງລັດຖະບານ​ລະດັບ ​ແຂວງ​ເທື່ອ​ທໍາ​ອິດ ​ໃນເຂດ ໃຈກາງ​ຂອງ​ຊົນ​ເຜົ່າ Tamil ທາງ​ພາກ​ເໜືອ​ຂອງ​ປະ​ເທດ ຫຼັງຈາກ​ຊະນະ 30 ບ່ອນ​ນັ່ງ ຂອງ​ຈໍານວນບ່ອນ​ນັ່ງ​ທັງ​ໝົດ 38 ບ່ອນ​ ​ໃນການ​ເລືອກ​ຕັ້ງ​ເມື່ອ​ວັນ​ເສົາ​ວານ​ນີ້ ຊຶ່ງ​ພັກ​ປະສົມ​ຂອງປະທານາ ທິບໍດີ Mahinda Rajapaksa ຊະນະ 8 ບ່ອນ​ນັ່ງ.

ການ​ປ່ອນ​ບັດ​ເລືອກ​ຕັ້ງ​ນີ້ ມີ​ຂື້ນໃນ​ໄລຍະສີ່​ປີ ຫຼັງຈາກ​ກອງທັບສຣີລັງກາ​ໄດ້​ທັບ​ມ້າງ​ທຳລາຍ ການ​ແບ່ງ​ແຍກ​ດິນ​ແດນ​ຂອງພວກຊົນ​ເຜົ່າ Tamil ​ທີ່ດຳ​ເນີນມາ​ເປັນ​ ເວລາ 26 ປີນັ້ນ ຊຶ່ງ​ການ​ສູ້​ລົບ​ກັນ​ດັ່ງກ່າວ ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປຫຼາຍກວ່າ 100,000 ຄົນ.

ປະຊາ​ຄົມນາ​ນາ​ຊາດ ​ແມ່ນ​ໄດ້​ກົດ​ດັນລັດຖະບານ​ສີ​ລັງກາ​ມາ​ຕະຫຼອດເພື່ອ​ສ້າງ​ຄວາມ ປອງ​ດອງ​ກັບ​ອະດີດ​ກຸ່ມ​ກະບົດ​ຈຸ​ນີ້. ການ​ປ່ອນ​ບັດ​ເລືອກ ຕັ້ງໃນ​ວັນ​ເສົາ​ວານ​ນີ້ ຖືກ​ມອງ​ກັນວ່າ ​ເປັນ​ການ​ທົດ​ສອບ​ກ່ຽວ​ກັບ​ການ​ສ້າງ ຄວາມປອງ​ດອງ​ຊາດຄັ້ງ​ສໍາຄັນ​ທີ່ສຸດ ລະ ຫວ່າງ​ພວກ Tamils ​ແລະ​ຊົນ​ເຜົ່າສິງຫົນ ຊຶ່ງ​ເປັນ​ຊົນ​ກຸ່ມໃຫຍ່​ຂອງ​ປະ​ເທດ ທີ່​ຄວບ​ຄຸມ​ລັດຖະບານ​ແລະ ກອງທັບ​ສີ​ລັງກາ​ນັ້ນ.
XS
SM
MD
LG