ປະທານາທິບໍດີສຣີລັງກາ ທ່ານ ໄມທຣີພາລາ ສີຣິເສນາ ເວົ້າວ່າ ທ່ານໄດ້ປົດຕຳແໜ່ງ
ນາຍົກລັດຖະມົນຕີ ຍ້ອນວ່າ ມີການວາງແຜນລອບສັງຫານທ່ານ.
ປະທານາທິບໍດີໄດ້ກ່າວ ຕໍ່ປວງຊົນໃນຊາດໃນແລງວັນອາທິດວານນີ້ ໂດຍອະທິບາຍວ່າ
ເພື່ອປ້ອງກັນການຕັດສິນໃຈຂອງທ່ານ ໃນການປົດນາຍົກລັດຖະມົນຕີ ຣານີລ ວິກເຄຣ
ເມຊິງແງ (Ranil Wickremesinghe) ອອກ, ຍຸບລັດຖະບານ ແລະຍຸບສະພາ.
ທ່ານກ່າວວ່າ ນັກສືບຜູ້ນຶ່ງໄດ້ບອກຕຳຫລວດວ່າ ລັດຖະມົນຕີປະຈຳລັດຖະບານ ມີ
ສ່ວນຮ່ວມໃນການວາງແຜນລອບສັງຫານທ່ານ. ທ່ານ ສີຣິເສນາບໍ່ໄດ້ເປີດເຜີຍຊື່ຂອງ
ລັດຖະມົນຕີຄົນນັ້ນ ແຕ່ກໍໄດ້ເວົ້າວ່າ ທ່ານບໍ່ມີທາງເລືອກ ຈຶ່ງຈຳເປັນຕ້ອງໄດ້ປົດຕຳ
ແໜ່ງທ່ານວິກເຄຣເມຊິງແງ (Wickremesinghe)ອອກ.
ທ່ານ ສີຣິເສນາໄດ້ ແຕ່ງຕັ້ງ ທ່ານມາຫິນດາ ຣາຊາປາກເຊ (Mahinda Rajapakse)
ອະດີດປະທານາທິບໍດີ ແລະເປັນຊາຍທີ່ເຂັ້ມແຂງ ເປັນນາຍົກລັດຖະມົນຕີ ຄົນໃໝ່ ແລະ
ມອບໝາຍໃຫ້ທ່ານຕັ້ງລັດຖະບານໃໝ່ຂຶ້ນມາ.
ທ່ານ ຣາຊາປາກເຊ ໄດ້ທັບມ້າງ ການລຸກຮືຂຶ້ນ ຂອງກຸ່ມເສືອທະມິນ ທີ່ດຳເນີນມາ ເປັນ
ເວລາຫລາຍທົດສະວັດໃນສຣີລັງກາ ຕອນທີ່ທ່ານ ກຳຕຳແໜ່ງຢູ່ນັ້ນ ແຕ່ວ່າທ່ານ ໄດ້ປະ
ຕິເສດວ່າ ທ່ານບໍ່ຮັບຮູ້ວ່າທ່ານໃຊ້ອຳນາດແບບຜິດພາດ ໃນປາງສົງຄາມກາງເມືອງ ທີ່ມີ
ການນອງເລືອດນັ້ນ.
ໂຄສົກປະຈຳລັດຖະສະພາ ທ່ານ ຄາຣູ ຈາຢາສູຣິຢາ (Karu Jayasuriya) ໄດ້ເວົ້າ ຢູ່ໃນ
ຈົດໝາຍທີ່ຂຽນຫາທ່ານປະທານາທິບໍດີ ໃນວັນອາທິດວານນີ້ວ່າ ທ່ານ ສືບຕໍ່ຮັບຮູ້ທ່ານ
ວິກເຄຣເມຊິງແງ (Wickremesinghe) ທີ່ຖືກປົດຕຳແໜ່ງນັ້ນ ແລະເວົ້າວ່າ ທ່ານ “ຍັງມີ
ຄວາມໝັ້ນໃຈຕໍ່ສຽງສ່ວນຫລາຍຂອງລັດຖະສະພາຢູ່.”
ສະມາຊິກຂອງລັດຖະບານທ່ານວິກເຄຣເມຊິງແງ ໄດ້ກ່າວໃນວັນສຸກຜ່ານມາວ່າ ການ
ເຄື່ອນໄຫວດັ່ງກ່າວ ແມ່ນມີຈຸດປະສົງແນໃສ່ ກໍ່ລັດຖະປະຫານ.
ຂະນະດຽວກັນ ມີຄົນນຶ່ງຖືກສັງຫານ ແລະ 2 ຄົນໄດ້ຮັບບາດເຈັບ ຕອນທີ່ຄົນຍາມ ໄດ້ຍິງ
ປືນໃສ່ພວກສະໜັບສະໜູນທ່ານ ຣາຈາປາກເຊ ທີ່ພະຍາຍາມພາກັນກັ້ນກາງ ບໍ່ໃຫ້ລັດ
ຖະມົນຕີກະຊວງນ້ຳມັນທີ່ຖືກປົດຕຳແໜ່ງນັ້ນ ເຂົ້າໄປໃນຫ້ອງການຂອງທ່ານ.
ທ່ານນາງ ເຮເທີ ນາວເອີດ, ໂຄສົກກະຊວງການຕ່າງປະເທດສະຫະລັດສົ່ງຄຳຖະແຫລງ
ການອອກ ໃນວັນອາທິດວານນີ້ ໂດຍຮຽກຮ້ອງໃຫ້ທຸກຝ່າຍ ຢຸດການກໍ່ຄວາມຮຸນແຮງ
ແລະຮຽກຮ້ອງໃຫ້ທ່ານສີຣິເສນາ ຮຽກປະຊຸມລັດຖະສະພາຄືນອີກ ຢ່າງຮີບດ່ວນ.