ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ປະທ້ວງ ສຣີລັງກາ ຮຽກຮ້ອງຄວາມເປັນທຳ ສຳລັບການໂຈມຕີ ບຸນອີສເຕີ ເມື່ອປີ 2019


ຜູ້ປະທ້ວງຖືປ້າຍເຂົ້າຮ່ວມການປະທ້ວງ ເພື່ອຮຽກຮ້ອງຄວາມເປັນທຳສຳລັບການໂຈມຕີລະເບີດບຸນອີສເຕີວັນອາທິດເມື່ອເດືອນເມສາ 2019 ໃກ້ກັບຫ້ອງການປະທານາທິບໍດີ,​ທ່າມກາງວິກິດການດ້ານເສດຖະກິດຂອງປະເທດ. 17 ເມສາ, 2022.
ຜູ້ປະທ້ວງຖືປ້າຍເຂົ້າຮ່ວມການປະທ້ວງ ເພື່ອຮຽກຮ້ອງຄວາມເປັນທຳສຳລັບການໂຈມຕີລະເບີດບຸນອີສເຕີວັນອາທິດເມື່ອເດືອນເມສາ 2019 ໃກ້ກັບຫ້ອງການປະທານາທິບໍດີ,​ທ່າມກາງວິກິດການດ້ານເສດຖະກິດຂອງປະເທດ. 17 ເມສາ, 2022.

ປະຊາຊົນ ສຣີລັງກາ ໄດ້ທຳການປະທ້ວງເປັນເວລາຫຼາຍວັນ ໃກ້ກັບຫ້ອງການຂອງປະທານາທິບໍດີທີ່ຖືກກ່າວຫາວ່າ ຂາດຄວາມກ້າວໜ້າໃນການຊອກຫາຜູ້ທີ່ຮັບຜິດຊອບ ສຳລັບການເສຍຊີວິດຂອງປະຊາຊົນຫຼາຍກວ່າ 260 ຄົນໃນການລະເບີດທີ່ໄດ້ຮັບແຮງຈູງໃຈໂດຍພວກລັດອິສລາມໃນບຸນອີສເຕີ ເມື່ອວັນອາທິດຂອງສາມປີທີ່ຜ່ານມາ, ເຊິ່ງເປັນການເພີ່ມຄວາມກົດດັນຕໍ່ລັດຖະບານທີ່ຕິດຢູ່ໃນວິກິດການເສດຖະກິດຢ່າງໜັກຢູ່ແລ້ວ.

ພວກປະທ້ວງໄດ້ຮຽກຮ້ອງໃຫ້ລັດຖະບານເປີດເຜີຍສິ່ງທີ່ເຂົາເຈົ້າເອີ້ນວ່າຜູ້ສົມຮູ້ຮ່ວມຄິດທີ່ແທ້ຈິງທີ່ຢູ່ເບື້ອງຫຼັງການໂຈມຕີຕ່າງໆໃນໂບດສາມແຫ່ງ, ເຊິ່ງສອງແຫ່ງແມ່ນ ກາໂຕລິກ ແລະ ແຫ່ງນຶ່ງແມ່ນ ໂປຣເຕັສຕັງ ທີ່ລວມມີການລະເບີດສະຫຼະຊີບ ພ້ອມກັນໃນລະຫວ່າງການສະເຫຼີມສະຫຼອງບຸນອີສເຕີໃນວັນທີ 21 ເມສາ 2019. ໂຮງແຮມນັກທ່ອງທ່ຽວສາມແຫ່ງກໍໄດ້ຕົກເປັນເປົ້າໝາຍເຊັ່ນກັນ, ທີ່ໄດ້ສັງຫານຄົນຕ່າງປະເທດ 42 ຄົນຈາກ 14 ປະເທດ.

ໃນວັນອາທິດວານນີ້, ປະຊາຊົນຫຼາຍຮ້ອຍຄົນໄດ້ໄຕ້ທຽນ ແລະ ສະແດງປ້າຍ ແລະ ໃບປິວຕ່າງໆໃນລະຫວ່າງການປະທ້ວງທີ່ສະຫງົບໃນນະຄອນຫຼວງໂຄລອມໂບ, ເພື່ອຮຽກຮ້ອງຄວາມເປັນທຳສຳລັບຜູ້ເຄາະຮ້າຍຂອງການໂຈມຕີນັ້ນ.

ການປະທ້ວງໄດ້ຖືກຈັດຂຶ້ນຢູ່ສະໜາມຫຼວງຂອງນະຄອນຫຼວງ ໂຄລອມໂບ, ບ່ອນທີ່ປະຊາຊົນຫຼາຍພັນຄົນໄດ້ປະທ້ວງເປັນເວລາ 8 ວັນເພື່ອຮຽກຮ້ອງໃຫ້ປະທານາທິບໍດີ ໂກຕາບາຢາ ຣາຈາປັກຊາ ລາອອກຈາກຕຳແໜ່ງຍ້ອນວິກິດການໜີ້ສິນທີ່ຮ້າຍແຮງທີ່ສຸດທີ່ໄດ້ກໍ່ໃຫ້ເກີດການຂາດແຄນນໍ້າມັນເຊື້ອໄຟ, ອາຫານ ແລະ ຢາຢ່າງຮຸນແຮງໃນປະເທດເກາະທີ່ຕັ້ງຢູ່ມະຫາສະໝຸດອິນເດຍນັ້ນ.

ຜູ້ປະທ້ວງລວມທັງຄອບຄົວຂອງຜູ້ເຄາະຮ້າຍໄດ້ກ່າວຫາລັດຖະບານ ກ່ຽວກັບ ການບໍ່ສາມາດທີ່ຈະທຳການລົງໂທດສຳລັບການລະເບີດນັ້ນ. ເຂົາເຈົ້າໄດ້ສະແດງປ້າຍຂະໜາດໃຫຍ່ທີ່ອ່ານວ່າ “ມັນແມ່ນສາມປີແລ້ວ, ພວກເຮົາໄດ້ຮຽກຮ້ອງສຳລັບຄວາມເປັນທຳ” ແລະ ໃບປິວທີ່ອ່ານວ່າ “ແມ່ນໃຜຢູ່ເບື້ອຫຼັງຂອງການໂຈມຕີນີ້.”

ທ່ານ ຊີຣານ ແອນທອນ (Shiran Anton), ເຊິ່ງພັນລະຍາ ແລະ ລູກສາວພຽງຄົນດຽວຂອງລາວໄດ້ເສຍຊີວິດໃນການໂຈມຕີນັ້ນໄດ້ກ່າວວ່າ “ໝົດຄອບຄົວຂອງຂ້ອຍແມ່ນໄດ້ຫາຍໄປແລ້ວ. ມື້ນີ້, ຂ້ອຍອາໄສຢູ່ໃນຊີວິດທີ່ໂດດດ່ຽວຫຼາຍ. ຂ້ອຍບໍ່ມີຄຳເວົ້າທີ່ຈະອະທິບາຍຄວາມເຈັບປວດຂອງຂ້ອຍ.”

ລາວໄດ້ກ່າວວ່າ “ຂ້ອຍຢາກຮູ້ວ່າແມ່ນໃຜເປັນຜູ້ກະທຳຜິດທີ່ແທ້ຈິງທີ່ຢູ່ເບື້ອງຫຼັງການໂຈມຕີນີ້ ແລະ ເປັນຫຍັງພວກເຂົາຈຶ່ງເຮັດມັນ.” ລາວໄດ້ກ່າວຕື່ມວ່າລາວບໍ່ພໍໃຈກັບການສືບສວນສອບສວນ.

ພວກເຈົ້າໜ້າທີ່ໄດ້ຕັ້ງຂໍ້ກ່າວຫາຕໍ່ຫຼາຍສິບຄົນຜູ້ທີ່ຖືກກ່າວຫາວ່າໄດ້ຮັບການຝຶກຊ້ອມໃຊ້ອາວຸດ ແລະ ໄດ້ເຂົ້າຮ່ວມໃນຫ້ອງຮຽນການອົບຮົມສັ່ງສອນຈາກສອງກຸ່ມຫົວຮຸນແຮງອິສລາມສອງກຸ່ມທີ່ຖືກກ່າວຫາ ກ່ຽກກັບ ການດຳເນີນການໂຈມຕີຕ່າງໆນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG